Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯ ເອົາ​ໃຈ​ໃສ່​ຢອດ​ວັກ​​ແຊັງ ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້ປະຊາຊົນ​​ໄດ້​ທົ່ວ​ເຖິງ!

ກະຊວງສາທາຯ ເອົາ​ໃຈ​ໃສ່​ຢອດ​ວັກ​​ແຊັງ ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້ປະຊາຊົນ​​ໄດ້​ທົ່ວ​ເຖິງ!

Published on

ເພື່​ອ​ເປັນ​ການ​ສືບ​ຕໍ່​ຢອດ​ວັກ​​ແຊັງ​ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້​ແກ່​ປະຊາຊົນ​​ດາ​ບັນ​ດາ​ເຜົ່າ ໃຫ້​ບັນລຸ​ຕາມ​ຄາດໝາຍ​ແຜນການ​ທີ່​ລັດຖະບານ ​ກໍ​ຄືກະຊວງ​ສາທາລະນະ​ສຸກ ​ໄດ້ກຳນົດ​ໄວ້​ດັ່ງ​ນັ້ນກົມ​ອະນາ​ໄມ​ ​ແລະ ສົ່ງ​ເສີມ​ສຸຂະພາບ, ກະຊວງ​ສາທາ​ລະນະ​ສຸກ​ ຈຶ່ງ​ໄດ້​ອອກ​ແຈ້ງ​ການສະ​ບັບ​ເລກ​ທີ 0087/ກອສຜ​, ລົງ​ວັນ​ທີ 4 ກຸມພາ 2016 ​ເຖິງ​ບັນດາ​ພະ​ແນ​ກສາທາລະນະສຸກ​ໃນ​ທົ່ວ​ປະ​ເທດ ​ແລະ ນະຄອນ​ຫຼວງ​ວຽງ​ຈັນ ​ໃຫ້​ເອົາ​ໃຈ​ໃສ່​ບໍລິການ​ຢອດ​ວັກ​​ແຊັງ ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້​ແກ່​ປະຊາຊົນ​ບັນ​ດາ​ເຜົ່າ,ຜູ້​ທີ່​ມີ​ແຜນ​ເດີນທາງ​ໄປ​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ​ຢູ່ລາວ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ດັ່ງ​ນີ້: (1) ​ໃຫ້​ໂຮງໝໍ​ໃຫຍ່ 4 ​ແຫ່ງ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ຄື: ​ໂຮງໝໍ​ມະ​ໂຫສົດ, ​ໂຮງໝໍ​ມິດຕະ ພາບ 150 ຕຽງ, ​ໂຮງໝໍ​ແມ່ ​ແລະ ​ເດັກ ​ແລະ ​ໂຮງໝໍ​ເສດ​ຖາ​ທິລາດ,​ ໃຫ້​ວັກ​​ແຊັງກັນ​ພະຍາດ​​ໂປ​ລິ​ໂອ ​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຜູ້​ທີ່​ຈະ​ເດີນທາງ​ໄປ​ຕ່າງປະ​ເທດກ່ອນ 1 ​​ເດືອນ,​ພ້ອມ​ນັ້ນ​ໃຫ້​ຢອດ​ວັກ​​ແຊັງ​ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້​ແກ່​ຊາວ​ຕ່າງປະ​ເທດ​ ທີ່​ອາ​ໃສ່​ຢູ່​ລາວ, ລວມທັງ​ທູດ​ຕາ​ນຸ​ທູດ​ ທີ່​ຈະ​ອາ​ໃສ່​ຢູ່​ລາວ​ເປັນ​​ເວລາ​ໜຶ່ງ​ເດືອນ​ໄປ ​ແລະ ທຸກ​ຄັ້ງ​ທີ່​ຢອດ​ຢາ​ ໃຫ້​ອອກ​ໃບ​ຢືນ​ຢັນການ​ຢອດ​ຢາ​ໃຫ້​ພ້ອມ, (2) ​ໃຫ້​ບັນດາ​ໂຮງໝໍແຂວງ,​ ໂຮງໝໍ​ເມືອງ, ສຸກສາລາ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ວັກ​​ແຊັງ​ກັນ​ພະຍາດ​ໂປ​ລິ​ໂອ ​​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ, ຜູ້​ທີ່​ຈະ​ເດີ​ນທາງ​ໄປ​ຕ່າງປະ​ເທດ​ໜຶ່ງ​​ເດືອນ ກ່ອນ​ການ​ເດີນທາງ, ​ແລະ ​ໃຫ້​ວັກ​ຊິກ​ແກ່​ຊາວ​ຕ່າງປະ​ເທ​ດ ທີ່​ອາ​ໃສ່​ຢູ່​ໃນ​ເຂດ​ແຂວງ​ຂອງ​ຕົນ ​ເປັນ​ເວລາ​ໜຶ່ງ​ເດືອນຂື້ນ​ໄປ, ຖ້າ​ເຂົາ​​ເຈົ້າ​ມີ​ຄວາມ​ຕ້ອງການ​ພ້ອມ​ທັງ​ອອກ​ໃບ​ຢືນ​ຢັນ,​ ດັ່ງ​ນັ້ນ, ​ຈຶ່ງ​ອອກ​​ແຈ້ງ​ການດັ່ງ​ກ່າວ​ ເພື່ອພ້ອມ​ກັນຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ປະສິດທິ​ຜົນສູງ.

 

ແຫລ່ງຂ່າວ:

ລພນ

 

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...