Homeຂ່າວພາຍ​ໃນຕະຫຼາດລາວ-ອົດຊີ ຊື້ຂາຍໜາແໜ້ນ ຂະຫຍາຍພື້ນທີ່ຮອງຮັບເພີ່ມອີກ 1 ເຮັກຕາ!

ຕະຫຼາດລາວ-ອົດຊີ ຊື້ຂາຍໜາແໜ້ນ ຂະຫຍາຍພື້ນທີ່ຮອງຮັບເພີ່ມອີກ 1 ເຮັກຕາ!

Published on

ໃນ​ແຕ່​ລະ​ວັນ ​ຈະ​ມີ​ລູກ​ຄ້າເຂົ້າ​ມາ​ໃຊ້​ຈ່າຍ​ໃນ​ຕະຫຼາດລາວ-ອົດ​ຊີ ບໍ່​ຕ່ຳ​ກວ່າ 600-700 ຄົນ ເພື່ອ​ຊື້​ສິນຄ້າ​ທີ່​ມາ​ຈາກ​ຫຼາຍແຂວງ​ທາງ​ພາກ​ເໜືອ ​ທີ່​ເປັນ​ພືດຜັກ ສັດ​ປີກ ຊີ້ນ ແລະ ປາທົ່ວ​ໄປ ເຮັດ​ໃຫ້​ບັນຍາກາດ​ໃນ​ແຕ່​ລະ​ມື້ມີ​ຄວາມ​ຄຶກຄື້ນ ປັດຈຸບັນ ຂະຫຍາຍ​ສະຖານທີ່​ຕື່ມ​ອີກ 1 ເຮັກຕາ ເພື່ອ​ຮອງ​ຮັບ​ພໍ່ຄ້າ ແມ່​ຄ້າ ທີ່ມາ​ຈາກ​ໃນ​ຕົວ​ເມືອງ​ທີ່​ມີ​ຄວາມແອ​ອັດ.

ທ່ານ ແສງ​ເພັດ ພົມ​ມະ​ສານ ຫົວໜ້າ​ຈັດ​ສັນ​ຕະຫຼາດລາວ-ອົດ​ຊີ ກ່າວ​ວ່າ: ຕະຫຼາດ​ດັ່ງກ່າວ ໄດ້​ສ້າງຕັ້ງ​ຂຶ້ນ​ມາ​ແຕ່​ປີ 2009 ແລະ ໄດ້​ປະຕິບັດ​ຕາມ​ຂັ້ນ​ເທິງ​ຊີ້ນຳ​ທຸກ​ຂັ້ນ​ຕອນ ກໍ່​ຄື​ພະ​ແນກ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ນະຄອນ​ຫຼວງ​ວຽງ​ຈັນ ໃນ​ການ​ຈັດສັນ​ສະຖານທີ່ ສິນຄ້າ​ມີ​ການ​ຕິດລາຄາ ແລະ ເອົາໃຈໃສ່​ຕໍ່​ການ​ຊີ້ນຳ​ຜູ້​ຄ້າຂາຍ​ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ເປັນ​ຢ່າງ​ດີ ປັດຈຸບັນແມ່ນໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ຈາກ​ຜູ້ມາ​ຊື້​ມີ​ຈຳນວນ​ເພີ່ມ​ຂຶ້ນ ​ເພາະ​ສິນຄ້າ​ສ່ວນ​ໃຫຍ່​ທີ່​ນຳ​ມາ​ຈຳໜ່າຍໃນ​ຕະຫຼາດ​ແຫ່ງ​ນີ້ ​ຈະ​ມາ​ຈາກຫຼາຍ​ແຫ່ງ ເຊັ່ນ: ແຂວງ​ວຽງ​ຈັນ ຫຼວງ​ພະ​ບາງ ແລະ ແຂວງ​ຊຽງຂວາງ ນັບ​ແຕ່​ເວລາ 2 ໂມງ​ຈົນເຖິງ 10 ໂມງ​ໃນ​ແຕ່​ລະ​ວັນ.

ສຳລັບ​ລູກ​ຄ້າ​ທີ່​ມາ​ໃຊ້​ຈ່າຍ ສ່ວນ​ໃຫຍ່​ແມ່ນ​ບຸກຄົນ​ໃກ້​ຄຽງພາຍ​ໃນ​ບໍລິເວນ ແລະ ແມ່​ຄ້າ​ທີ່ມາ​ຈາກ​ຫຼາຍ​ຕົວ​ເມືອງ​ໃນ​ນະຄອນ​ຫຼວງ​ ເພື່ອ​ນຳໄປ​ຈຳໜ່າຍ​ຕໍ່ ເນື່ອງ​ຈາກ​ຕະຫຼາດ​ດັ່ງກ່າວ​ ເປັນຕະຫຼາດ​ຂາຍຍົກ ລາຄາ​ສິນຄ້າສ່ວນ​ໃຫຍ່​ຈະ​ມີ​ລາຄາ​ຕ່ຳ​ກວ່າ​ຕະຫຼາດ​ທົ່ວ​ໄປ ສະຖານທີ່​ກໍ່​ກວ້າງຂວາງ ແລະ ພິເສດ ​ລົດ​ໃຫຍ່​ຈະບໍ່​ມີ​ການ​ເກັບ​ຄ່າ​ບໍລິການ.

ປັດຈຸບັນ ໄດ້​ບຸກເບີກ​ເທ​ເບ​ຕົງໃນ​ເນື້ອທີ່ 1 ເຮັກຕາ ​ໃນ​ສະຖານທີ່ໃກ້​ຄຽງ ​ເພື່ອ​ຮອງ​ຮັບ​ຜູ້​ຄ້າ ແລະ ຜູ້​ຂາຍ​ທີ່​ຈະ​ເພີ່ມ​ຂຶ້ນໃນ​ຕະຫຼາດ ສ່ວນ​ໃຫຍ່​ໃນ​ຕົວ​ເມືອງ​ກໍ່​ໄດ້​ມີການ​ຫຍັບ​ຍ້າຍ​ ເພື່ອ​ຫຼຸດຜ່ອນຄວາມ​ແອ​ອັດ ທັງ​ນີ້ ເຈົ້າ​ຂອງ​ຕະຫຼາດ​ຍັງ​ມີ​ເນື້ອທີ່​ເຫຼືອ​ໄວ້​ອີກ​ປະມານ 6-7 ເຮັກຕາ ​ໄວ້​ຮອງ​.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...