spot_img
Homeຂ່າວພາຍ​ໃນເປີດງານວາງສະແດງສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ເມືອງນາຊາຍທອງ

ເປີດງານວາງສະແດງສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ເມືອງນາຊາຍທອງ

Published on

    ເພື່ອ​ເປັນ​ການ​ຢັ້ງ­ຢືນ​ເຖິງ​ຜົນ­ສຳ­ເລັດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິບັດແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມປະ­ຈຳ​ປີ​ຂອງ​ເມືອງ​ນາຊາຍ​ທອງ, ທັງ​ເປັນ​ການ​ກະ­ຕຸກ​ຊຸກ­ຍູ້ ແລະ​ ສົ່ງ­ເສີມ​ການ​ຜະ­ລິດດ້ານ​ກະ­ສິ­ກຳ, ອຸດ­ສາ­ຫະ­ກຳ ແລະ​ຫັດ­ຖະ­ກຳ​ຢູ່​ພາຍ​ໃນ​ເມືອງ ແລະ ຕ່າງ​ເມືອງ​ໄດ້​ນຳ​ເອົາ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ມາ​ວາງ­ສະ­ແດງ ແລະ ຂາຍ​ອອກ​ສູ່​ສັງ­ຄົມ, ທີ່​ບ້ານ​ແຈ້ງ​ສະ­ຫວ່າງ ເມືອງ​ນາ​ຊາຍ​ທອງ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ຂຶ້ນ​ເປັນ​ເວ­ລາ 7 ວັນ​ເລີ່ມ​ແຕ່​ວັນ​ທີ 9-15 ກຸມ­ພາ 2016 ໂດຍ​ງານ​ດັ່ງ­ກ່າວ​ແມ່ນຈັດ​ຂຶ້ນ​ເປັນ​ປີ​ທີ 21 ຕິດ­ຕໍ່​ກັນ ຊຶ່ງ​ປີ​ນີ້​ມີ​ຮ້ານ​ເຂົ້າ​ຮ່ວມ​ວາງ­ສະ­ແດງແລະ​ຂາຍ​ສິນ­ຄ້າ​ທັງ​ໝົດ 322 ຮ້ານ, ມູນ​ຄ່າ​ລວມ​ຂອງ​ສິນ­ຄ້າ 4,76 ຕື້​ກວ່າ​ກີບ.

    ພິ­ທີ​ເປີດ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ຄັ້ງ​ນີ້​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ວັນທີ 9 ກຸມ­ພາ 2016 ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນທ່ານ ຮສຈ ຄຳ​ພາດ ສຸ­ລິນ​ພູ­ມີ ລັດ​ຖະ ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ພ້ອມ​ດ້ວຍ​ເຈົ້າ­ເມືອງ​ນາ​ຊາຍ​ທອງ,ຫົວ­ໜ້າ​ກົມ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນສິນ­ຄ້າ, ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ຕະ­ຫຼອດ​ຮອດ​ບັນ­ດາ​ຫ້າງຮ້ານ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ອີກ​ຈຳ­ນວນໜຶ່ງ.

ໂອ­ກາດ​ນີ້ ຄະ­ນະ​ຈັດ​ງານ​ດັ່ງ­ກ່າວ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ການ​ຈັດ​ງານ ຕະ­ຫຼາດ­ນັດ​ຄັ້ງ​ນີ້​ເປັນ​ການ​ສະ­ຫຼຸບ​ຄືນການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ ປະ­ຈຳ​ປີ​ຂອງ​ເມືອງ​ນາ ຊາຍ​ທອງ​ໃນ 1 ປີ­ຜ່ານ­ມາ ແລະ​ເປັນ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ຊາວ​ກະ­ສິ­ກອນ, ຊາວ​ຊ່າງ​ຫັດ­ຖະ­ກຳ, ຄອບ­ຄົວ​ຕົວ​ແບບ, ຫົວ­ໜ່ວຍ​ທຸ­ລະ​ກິດ​ດ້ານ​ຕ່າງໆ​ພາຍ​ໃນ ເມືອງ ແລະ​ຕ່າງ​ເມືອງ​ໄດ້​ນຳ​ເອົາ​ຜະ­ລິດ ຕະ​ພັນ​ຂອງ​ຕົນ​ມາ​ວາງ­ສະ­ແດງ ແລະ ຂາຍ​ອອກ​ສູ່​ສັງ­ຄົມ ຊຶ່ງ​ການ​ຈັດ​ງານ​ຕະ ຫຼາດ​ນັດ​ຄັ້ງ​ນີ້​ຖື​ເປັນ​ຄັ້ງ​ທີ 21 ໃນ​ທ່າມກາງ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເວົ້າ​ສະເພາະ​ກໍ​ຄື​ເມືອງ​ນາ​ຊາຍ​ທອງ​ພວມ​ໄດ້​ຮັບ ການ​ພັດ­ທະ­ນາ​ຂຶ້ນ​ຫຼາຍ​ດ້ານ ແລະ​ໃນໂອ­ກາດ​ທີ່ ສປປ ລາວ ໄດ້​ເຂົ້າ​ເປັນ​ສະ ມາ​ຊິກ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC) ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ ທ້າຍ​ປີ 2015 ຜ່ານ​ມາ.

ຄະ­ນະ​ຈັດ​ງານ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ສຳ ລັບ​ງານ​ນີ້​ໄດ້​ມີ​ຮ້ານ​ເຂົ້າ​ຮ່ວມ​ວາງ​ສະແດງ ແລະ​ຂາຍ​ສິນ­ຄ້າ​ຈຳ­ນວນ 322 ຮ້ານ​ເປັນ­ຕົ້ນ: ກົມ​ກອງ​ລວມ​ໝູ່ ແລະຫ້ອງ­ການ​ອ້ອມ​ຂ້າງ​ເມືອງ, ຜະ­ລິດ​ຕະ ພັນ​ສິນ­ຄ້າ​ໂອ​ດັອບ​ພາຍ​ໃນ​ເມືອງ, ຄອບຄົວ​ຕົວ​ແບບ​ຜະ­ລິດ​ເປັນ​ສິນ­ຄ້າ​ດ້ານ ຕ່າງໆ, ຜົນ​ຜະ­ລິດ​ຂອງ​ປະ­ຊາ­ຊົນ​ພາຍ ໃນ​ເມືອງ, ໂຮງ​ຈັກ​ໂຮງ­ງານ, ໂຮງ​ຊ່າງ ຫັດ­ຖະ­ກຳ ແລະ​ອື່ນໆ​ອີກ​ຫຼວງ­ຫຼາຍ ເມື່ອທຽບ­ໃສ່​ປີ 2015 ເຫັນ​ວ່າ​ຮ້ານ​ວາງ­ສະ­ແດງ​ສິນ­ຄ້າ​ປະ­ເພດ​ຕ່າງໆ​ແມ່ນ​ເພີ່ມ​ຂຶ້ນ 5%, ນອກ­ຈາກ​ກາ­ນວາງ­ສະ­ແດງ​ຂາຍ​ສິນ­ຄ້າ​ຕາມ​ເປົ້າ​ໝາຍ ແລະ​ທົ່ວ​ໄປ​ແລ້ວ ຍັງ​ມີ​ລາຍ­ການ​ຄົບ­ງັນ​ມ່ວນ­ຊື່ນ​ຕ່າງໆ​ເຊັ່ນ: ລຳ­ວົງ­ສາ­ມັກ­ຄີ, ຊິງ­ຊ້າ​ມ້າ​ໝຸນ ແລະ​ອື່ນໆ​ຕະ­ຫຼອດ​ງານ.

ຢ່າງ­ໃດ​ກໍ​ຕາມ​ຕະ­ຫຼາດ­ນັດ​ປີ​ນີ້ ຄະ­ນະຈັດ​ງານ​ຄາດ​ວ່າ​ລາຍ​ຮັບ​ຈາກ​ການ​ຂາຍ ສິນ­ຄ້າ​ຈະ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ ແລະ​ຈະ​ເປັນກຳ­ລັງ​ແຮງ​ຕໍ່​ການ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ​ໃນ​ທາງ​ກົງ ແລະ​ທາງ​ອ້ອມຂອງ​ເມືອງ ຊຶ່ງ​ເຮົາ​ສາ­ມາດ​ສັງ­ເກດ​ເຫັນ​ວ່າ​ຕົວ​ເລກ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານເສດ­ຖະ­ກິດ​ຂອງ​ເມືອງ​ຢູ່​ໃນ​ລະ­ດັບ 9,2% ຕໍ່​ປີ ແລະ​ຜົນ​ຜະ­ລິດ​ທາງ​ດ້ານກະ­ສິ­ກຳ​ກໍ​ເຫັນ​ວ່າ​ມີ​ສ່ວນ​ເຫຼືອ​ກິນ​ສາມາດ​ແຮ​ໄວ້ ແລະ​ຂາຍ​ເປັນ​ສິນ­ຄ້າ​ພາຍ ໃນ ແລະ​ສົ່ງ​ອອກ​ຕ່າງ­ປະ­ເທດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...