Homeມູມໄອທີລາວດ່ວນ! ກູເກິລ ແຈກພື້ນທີ່ຈີເມລ, ດຣາຍລ້າໆ 2 ກິກະໄບ ແບບຖາວອນ

ດ່ວນ! ກູເກິລ ແຈກພື້ນທີ່ຈີເມລ, ດຣາຍລ້າໆ 2 ກິກະໄບ ແບບຖາວອນ

Published on

 

ເມື່ອປີຜ່ານມາ ກູເກິລມີໂປຣໂມເຊິນແຈກພື້ນທີ່ສຳລັບຈີເມລ (Gmail) ແລະ ກູເກິລ ດຣາຍ (Google Drive) ເພີ່ມອີກ 2 GB ຈາກ​ເດີມ​ໃຫ້​ໃຊ້​ລ້າໆ ​15 GB ເມື່ອ​ເຂົ້າ​ໄປ​ກວດ​ສອບ​ຄວາມ​ປອດ​ໄພ​ຂອງ​ບັນຊີ​ຕົວ​ເອງ ​ແລະ​ແນ່​ນອນ​ວ່າ​ປີນີ້ Google ກໍ​ສານ​ຕໍ່​ປະ​ເພນີນີ້.

ວິທີ​ການ​ຂໍ​ພື້ນ​ທີ່​ລ້າໆ​ນີ້​ງ່າຍໆ ພຽງ​ເຂົ້າ​ໄປ​ທີ່​ໜ້າ​ກວດ​ສອບ​ຄວາມ​ປອດ​ໄພ​ຂອງ​ບັນຊີ ຈາກ​ນັ້ນ​ກໍ​ລ໊ອກອິນ​ບັນຊີ Gmail (ຫຼື​ຈະ​ເປັນ​ເມລບໍລິສັດ​ທີ່​ເປັນ Google Account ກໍ​ໄດ້) ​ເພື່ອ​ເຂົ້າ​ໄປ​ກວດກາ​ຄວາມ​ປອດ​ໄພ​ຕ່າງໆ​ຂອງ​ບັນຊີ​ເຮົາ ທັງ​ການ​ຕັ້ງ​ອີ​ເມລສຳຮອງ ກວດ​ເບິ່ງ​ລາຍ​ການ​ແອັບ​ທີ່​ເຊື່ອມ​ຕໍ່​ກັບ​ບັນຊີ ຫຼື ອຸປະກອນ​ທີ່​ລ໊ອກອິນ​ດ້ວຍ​ບັນຊີ​ນີ້​ຢູ່ ຖ້າ​ອັນ​ໃດ​ບໍ່​ແມ່ນ​ແລ້ວ​ກໍ​ລຶບ​ອອກ​ໄປ ຫຼື ຖ້າ​ມີ​ຫຍັງ​ຜິດ​ປົກກະຕິ​ກໍ​ຮີບ​ແຈ້ງ​ກູ​ເກິ​ລ.

​ເມື່ອ​​ເຮັດ​ຈົນ​ຄົບ​​ ກໍ​ຈະ​ໄດ້​ພື້ນ​ທີ່​ມາ​ອີກ​ເລີຍ ​ແບບ​ບໍ່​ຮູ້​ຕົວ ກໍ​ເຂົ້າ​ໄປ​ກວດ​ສອບ​ພື້ນ​ທີ່​ທີ່​ໄດ້​ຈາກ​ໜ້າ​ຂອງກູ​ເກິ​ລ​ເລີຍ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...