Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຄດໂຫດ! ລັກຄວາຍຄົວເອົາແຕ່ຊີ້ນຄາຄອກ

ໂຄດໂຫດ! ລັກຄວາຍຄົວເອົາແຕ່ຊີ້ນຄາຄອກ

Published on

ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ລາຍງານມື້ວານນີ້ ວັນທີ 8 ກຸມພາ 2016 ມີປະຊາຊົນແຈ້ງວ່າ ໄດ້ເກີດເຫດໂຈນລັກຂ້າຄວາຍແລ້ວປາດເອົາແຕ່ຊີ້ນແລະເຄື່ອງໃນຢູ່ຄາຄອກລ້ຽງຄວາຍຢ່າງບໍ່ຢ້ານກົວໃດໆ ເຫດການດັ່ງກ່າວນັ້ນເກີດຂຶ້ນທີ່ບ້ານໂຄກ ເມືອງເຊໂປນ ແຂວງສະຫວັນນະເຂດ.

ເຫດການລັກຂ້າງົວ-ຄວາຍຕາມທ້ອງໄຮ່ທົ່ງນາໄດ້ຍິນມາຫຼາຍປີແລະຫຼາຍທ້ອງຖິ່ນ ສ່ວນໜຶ່ງກໍສາມາດສືບຫານຳຈັບຄົນຮ້າຍມາລົງໂທດໄດ້ ແຕ່ສ່ວນຫຼວງຫຼາຍແລ້ວແມ່ນບໍ່ສາມາດນຳຈັບໄດ້ ເພາະຕາມທ້ອງໄຮ່ທົ່ງນາເປັນເຂດທີ່ກວ້າງຂວາງບໍ່ມີຂອບເຂດ ບໍ່ສາມາດຕັ້ງຂໍ້ສົງໄສໃສ່ບຸກຄົນໃດ ຫຼືກຸ່ມຄົນໃດໜຶ່ງໄດ້.

ເຫດການແບບນີ້ນັບມື້ມີຫຼາຍຂຶ້ນເຊິ່ງສາເຫດກໍແມ່ນຍ້ອນຄວາມຢາກໄດ້ເພື່ອລ້ຽງຊີບ, ຕິດຢາເສບຕິດ ປະກອບກັບສັງຄົມເລິ່ມຫ່າງເຫີນກັບສິນທຳ ແຕ່ພັດເຂົ້າໃກ້ວັດຖຸນິຍົມຫຼາຍຂຶ້ນ. ດັ່ງນັ້ນ, ການແກ້ໄຂບັນຫາຈຶ່ງບໍ່ແມ່ນແຕ່ການຊອກຫາຄົນຂີ້ລັກມາລົງໂທດເທົ່ານັ້ນ ແຕ່ມັນຍັງພົວພັນເຖິງການໃຫ້ປະຊາຊົນມີວຽກເຮັດງານທຳ, ມີຊີວິດການເປັນຢູ່ທີ່ດີ ແລະທີ່ສຳຄັນອັນໜຶ່ງຄື ການສຶກສາອົບຮົມໃຫ້ຄົນມີວິຊາຊີບ, ມີຄວາມລະອາຍໃຈຕໍ່ສິ່ງທີ່ບໍ່ດີ ແລະມີສິນທຳປະຈຳໃຈໃຫ້ຫຼາຍຂຶ້ນກວ່າປັດຈຸບັນ.

ໂຈນລັກຄວາຍ
ຊາກຄວາຍທີ່ຍັງເຫຼືອແຕ່ຕີນກັບຫົວແລະກະດູກ ພາຍຫຼັງໂຈນລັກປາດເອົາຊີ້ນ, ໜັງ ແລະເຄື່ອງໃນໄປແລ້ວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...