Homeຂ່າວຕ່າງປະເທດຮອນ​ດ້າ ຮຽກ​ຄື​ລົດ 2,23 ລ້ານ​ຄັນ ສາ​ເຫດຖົງ​ນິລ​ະ​ໄພ​ຂັດຂ້ອງ

ຮອນ​ດ້າ ຮຽກ​ຄື​ລົດ 2,23 ລ້ານ​ຄັນ ສາ​ເຫດຖົງ​ນິລ​ະ​ໄພ​ຂັດຂ້ອງ

Published on

ຂ່າວ​ຕ່າ​ງ​ເທດ​ລາຍ​ງານ​ວ່າ ຮອດ​ດ້າ ຜູ້​ຜະລິດ​ລົດ​ລາຍ​ໃຫຍ່ລະດັບ​ໂລກ​ຂອງ​ປະ​ເທດ​ຍິ່ງ​ປຸ່ນ ປະກາດ​ຮຽກ​ຄືນ​ລົດ​ກວ່າ 2,23 ລ້ານ​ຄັນ ​ໃນ​ທະວີ​ອາ​ເມ​ລິ​ກາ​ເໜືອ ​ແລະ​ປ​ະ​ເທດ​ກາ​ນາ​ດາ ຫຼັງ​ພົບ​ບັນຫາ​ໃນ​ລະບົບ​ຖົງ​ລົມ​ນິ​ລະ​ໄພ.

​ໂດຍ​ທາງ​ຮອນ​ດ້າ ​ໄດ້​ສັ່ງຮຽກ​ຄືນ​ລົດ​ຍີ່​ຫໍ້​ຮອນ​ດ້າ​ແລະ​​ແອ​ຄິວ​ຣາ ທີ່​ຜະລິດ​ໃນ​ຊ່ວງ​ລະຫວ່າງ​ປີ 2015-2016 ທີ່​ໄດ້​ຈຳໜ່າຍ​ໃນ​ອາ​ເມ​ລິ​ກາ​ເໜືອ ​ແລະ​ກາ​ນາ​ດາ ຈຳນວນ​ກວ່າ 2.230.000 ຄັນ ຫຼັງ​ພົບ​ບັນຫາ​ຖົງ​ລົມ​ນິ​ລະ​ໄພ​ຂອງ​ຍີ່​ຫໍ້ ທາ​ກະຕະ ຮຸ່ນ PSDI-5 ທີ່​ອາດ​ເຮັດ​ວຽກຂັດຂ້ອງ ​ແລະ​ສົ່ງຜົນ​ໃຫ້​ເກີດ​ອຸ​ບັດ​ເຫດ​ໄດ້ ​ໂດຍ​ທາງ​ຮອນ​ດ້າຢືນຢັນ​ຈະ​ຕິດ​ຕັ້ງ​ຖົງ​ລົມ​ນິ​ລະ​ໄພ​ຍີ່​ຫໍ້​ໃໝ່​ໃຫ້​ລົດ​ທີ່​ຮຽກ​ຄືນ ​ໂດຍ​ເຈົ້າ​ຂອງ​ລົດ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ ຊຶ່ງ​ຈະ​ເລັ່ງດຳ​ເນີນ​ການ​ໃນ​ຊ່ວງ​ລະດູ​ຮ້ອນ​ທີ່​ຈະ​ມາ​ເຖິງ​ນີ້.

ກໍລະນີ​ດັ່ງກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ທາ​ກາ​ຕະ ບໍລິສັດ​ຜະລິດ​ຖົງ​ລົມ​ນິລະ​ໄພ​ລາ​ຍ​ໃຫຍ່​ຂອງ​ຍີ່ປຸ່ນ​ຍອມຮັບ​ຕໍ່​ພະນັກງານ​ຮັກສາ​ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະໜົນ​ຂອງ​ສະຫະລັດ (NHTSA ) ວ່າ ​​ຖົງລົມ​ນິລະ​ໄພ​ຂອງ​ທາ​ກາ​ຕະທີ່​ຕິດ​ຕັ້ງ​ໃຫ້​ແກ່​ລົດ​ຫຼາກ​ຫຼາຍ​ຍີ່​ຫໍ້ ຈຳນວນ​ກວ່າ 4 ລ້ານ​ຄັນ​ທົ່ວ​​ໂລກ​ອາດ​ເຮັດ​ວຽກ​ຂັດຂ້ອງ ສົ່ງ​ຜົນ​ໃຫ້​ບໍລິສັດ​ຜູ້​ຜະລິດ​ລົດ​ຊຶ່ງ​ເປັນ​ລູກ​ຄ້າ​ຂອງ​ບໍລິສັດ​ທາ​ກາ​ຕະບໍ່​ວ່າ​ຈະ​ເປັນ ຮອນ​ດ້າ, ​ໂຟກສະ​ວາ​ເກນ, ມາສດ້າ, ​ໄຄຣສ​​ະ​ເລີ, ​ເກ​ຍ ​ແລະ ວອນ​ໂວ ຕ່າງ​ອອກ​ມາ​ຮຽກ​ຄືນ​ລົດ​ເພື່ອ​ປ່ຽນ​ຖົງ​ລົມ​ນິລະ​ໄພ​ແລ້ວ​ກວ່າ 5 ລ້ານ​ຄັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...