Homeຂ່າວການສຶກສາທະນາຄານຮ່ວມທຸລະກິດລາວ-ຫວຽດ ມອບທຶນການສຶກສາໃຫ້ນັກຮຽນເກັ່ງ

ທະນາຄານຮ່ວມທຸລະກິດລາວ-ຫວຽດ ມອບທຶນການສຶກສາໃຫ້ນັກຮຽນເກັ່ງ

Published on

20140401151914

ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍເຫຼືອ​ສັງຄົມ ໂດຍ​ສະເພາະ ໃນ​ຂະແໜງການ​ສຶກ​ສາ ຊຶ່ງ​ໃນ​ມໍ່ໆ​ຜ່ານ​ມາ ໄດ້​ມອບ​ທຶນ​ການ​ສຶກ​ສາ ມູນ​ຄ່າ 5 ລ້ານ​ກີບ ໃຫ້​ກັບ​ນັກຮຽນ​ເກັ່ງ​ທົ່ວ​ປະເທດ ວິຊາ​ຄະນິດສາດ ປະຈຳ​ປີ 2013.

ພິທີ​ມອບ​ທຶນ​ການ​ສຶກ​ສາ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ມີນາ 2014 ຜ່ານ​ມາ ໃນ​ງານ​ຄັດ​ເລືອກ​ນັກ​ສຶກ​ສາ​ຄົນ​ງາມ ຄົນ​ເກັ່ງ ຂອງ​ນັກ​ສຶກ​ສາ​ຫວຽດນາມ ທີ່​ມະຫາວິທະຍາໄລ​ແຫ່ງ​ຊາດ ຊຶ່ງ​ນ້ອງ​ນັກຮຽນ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຄັ້ງ​ນີ້ ແມ່ນ​ທ້າວ ຕູ້​ລີ ນັກ​ສຶກ​ສາ​ປີ​ທີ 1 ສາຂາ​ວິຊາ​ຄູ​ຄະນິດສາດ ຄະນະ​ສຶກ​ສາ​ສາດ ມະຫາວິທະຍາໄລ​ແຫ່ງ​ຊາດ ແລະ ມອບ​ໂດຍ​ທ່ານ ດັ້ງ ແທງ ຫວຽດ ຮອງ​ຜູ້ອຳນວຍການ​ໃຫຍ່ ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ.

ການ​ມອບ​ທຶນ​ຄັ້ງ​ນີ້ ແນໃສ່​ເພື່ອ​ສະໜັບສະໜູນ​ນັກຮຽນ​ດີ ຮຽນ​ເກັ່ງ​ແຕ່​ຂາດເຂີນ​ດ້ານ​ທຶນຮອນ ແນໃສ່​ສ້າງ​ເງື່ອນໄຂ​ໃຫ້​ເຂົາເຈົ້າ​ໄດ້​ສຶກ​ສາ​ຮ່ຳຮຽນ ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ກາຍເປັນ​ບຸກ​ຄະລາ​ກອນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ມີ​ຄຸນສົມບັດ​ເພື່ອ​ຮັບ​ໃຊ້​ປະເທດ​ຊາດ.

 

ທີ່ມາ  http://www.vientianemai.net/teen/khao/1/11496

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...