Homeຂ່າວພາຍ​ໃນລາຄາສິນຄ້າ ໄລຍະເທດສະການປີໃໝ່ ຊາວຈີນ-ຫວຽດນາມ ສ່ວນຫລາຍຢູ່ໃນເກນປົກກະຕິ!

ລາຄາສິນຄ້າ ໄລຍະເທດສະການປີໃໝ່ ຊາວຈີນ-ຫວຽດນາມ ສ່ວນຫລາຍຢູ່ໃນເກນປົກກະຕິ!

Published on

ຂປລ. ໃນ​​ໄລຍະ​ນີ້ ພີ່ນ້ອງຄົນລາວທີ່ມີເຊື້ອສາຍຫວຽດນາມ ແລະ ຈີນ ລວມເຖິງຊາວຫວຽດນາມ ແລະ ຊາວຈີນ ທີ່ດໍາລົງຊີວິດ, ເຄື່ອນໄຫວເຮັດ ທຸລະກິດຕ່າງໆ ​ໃນ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ ຢູ່​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ ພວມ​ຫ້າງຫາ​ກະກຽມ​ສະ​ເຫລີ​ມສະຫລອງ​ບຸນ​ເທດສະການ​ປີ​ໃໝ່​ ປະ​ຈໍາ​ຊາດ ດ້ວຍຄວາມ ມ່ວນຊື່ນ ຕາມຮີດຄອງປະເພດນີອັນດີງາມ.

ສໍາລັບປີໃໝ່ປີນີ້ປາກົດວ່າ ໄດ້ມີບັນຍາກາດ ແລະ ສີສັນຟົດຟື້ນ​ ໂດຍສະເພາະຕາມຖະໜົນສາຍຕ່າງໆ​ໃນຕົວເມືອງໄດ້ຖືກປະດັບ ເອ້ໄປດ້ວຍສີນຄ້າ ຫລາກຫລາຍປະເພດ ຕ່າງກໍນໍາມາວາງຈໍາໜ່າຍຢ່າງຫລວງຫລາຍ. ສ່ວນຢູ່ຕາມຕະຫລາດໃຫຍ່ ສະພາບການຊື້ຂາຍສີນຄ້າປະເພດ ​ເຄື່ອງອຸປະໂພກ–ບໍລິໂພກ ເຊັ່ນ: ຕະຫລາດ ຂົວດິນ, ຕະຫລາດ​ທາດຫລວງ, ຕະຫລາດ​ສະພານ​ທອງ ​ແລະ ​ແຫ່ງ​ອື່ນໆ ໃນໄລຍະນີ້ກໍນັບວ່າມີຄວາມຄຶກຄື້ນ​ສົມຄວນ.

ສະເພາະສິນຄ້າ​ທີ່​ມີ​ຄວາມ​ຕ້ອງການ​ສູງ​ໃນ​ໄລ​ຍະ​ນີ້​ ແມ່ນ​ປະ​ເພດ​ເຂົ້າ, ຊີ້ນ ​ແລະ ພືດ​ຜັກ​ຕ່າງໆ​ ລາຄາ​ກໍ​ເຫັນ​ວ່າ​ຍັງ​ຢູ່​ໃນ​ເກນ​ປົກກະຕິ, ​ແຕ່​ອາດ​ຈະ​ມີ​ບາງ​ລາຍການ​ເໜັງ​ຕິງ​ແພງ​ຂຶ້ນ​ເລັກ​ໜ້ອຍ​ຕາມ​ກົນ​ໄກ​ຕະຫລາດເຊັ່ນ: ​ເຂົ້າ​ສານ 70-90 ພັນ​ກີບ​ຕໍ່​ໜຶ່ງໝື່ນ, ຊິ້ນງົວ ລາຄາ 75-80 ພັນກີບຕໍ່ກິໂລ, ຊີ້ນໝູ 35-40 ພັນກີບຕໍ່ກິໂລ, ​ເປັດ,ໄກ່ 35-45 ພັນກີບຕໍ່ກິໂລ, ປາກະຊັງ 18- 20 ພັນກີບຕໍ່ກິໂລ ແລະ ສ່ວນປະເພດພືດຜັກ ຫອມບົ່ວ, ຫອມປ້ອມ, ສະຫລັດ ລາຄາກໍເຫັນວ່າຍັງຢູ່ ໃນເກນປົກກະຕິ.

ແນວໃດກໍຕາມ, ໃນໄລຍະເທດສະການດັ່ງກ່າວນີ້ ກໍຂໍໃຫ້ພີ່ນ້ອງຄົນລາວ ທີ່ມີເຊື້ອສາຍຫວຽດນາມ ແລະ ຈີນ ລວມເຖິງຊາວຫວຽດນາມ ແລະ ຊາວຈີນ ທີ່ມາດໍາລົງຊີວິດ, ເຄື່ອນໄຫວຕ່າງໆ ​ໄດ້ສະຫລອງບຸນດັ່ງກ່າວດ້ວຍຄວາມ​ເບີກບານ ມ່ວນຊື່ນຕາມຮີດຄອງປະເພດນີອັນດີງາມ, ພ້ອມ​ດຽວກັນ ກໍໃຫ້ເອົາໃຈໃສ່ ມີສະຕິ ລະວັງຕົວສູງ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ແລະ ອີກບັນຫາສໍາຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ແມ່ນການໃຕ້ທູບ ທຽນບູຊາຕ່າງໆ ເພື່ອຮັບປະກັນ ບໍ່ໃຫ້ມີອັກຄີໄພເກີດຂຶ້ນຄືດັ່ງຜ່ານມາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...