spot_img
Homeຂ່າວຕ່າງປະເທດເວິລແບງປ່ອຍກູ້ 100 ລ້ານໂດລາຊ່ວຍຈີນຫຼຸດມົນລະພິດ

ເວິລແບງປ່ອຍກູ້ 100 ລ້ານໂດລາຊ່ວຍຈີນຫຼຸດມົນລະພິດ

Published on

  ໃນ​ວັນ​ທີ 3 ກຸມ­ພາ​ທີ່​ຜ່ານ​ມາ ທະ­ນາ­ຄານ​ໂລກ (ເວິ​ລ​ແບງ) ໄດ້​ປ່ອຍ​ກູ້ 100 ລ້ານ​ໂດ​ລາ​ສະ­ຫະ­ລັດ ເພື່ອ​ຊ່ວຍ​ປັບ­ປຸງ​ລະ­ບົບ​ເຮັດ​ຄວາມ​ຮ້ອນ​ໃຫ້​ທັນ​ສະ­ໄໝ​ຂຶ້ນ​ທົ່ວ​ເມືອງ​ອຸ​ຣຸມ​ຊີ​ຂອງ​ສປ ຈີນ.

     ທະ­ນາ­ຄານ​ໂລກ​ໄດ້​ປ່ອຍ​ກູ້ 100 ລ້ານ​ໂດ​ລາ​ໃຫ້​ຈີນ ເພື່ອ​ຊ່ວຍ​ປັບ­ປຸງ​ລະ­ບົບ​ຄວາມ​ຮ້ອນ​ໃຫ້​ທັນ​ສະ­ໄໝ​ຂຶ້ນ​ທົ່ວ​ເມືອງ​ອຸ​ຣຸມ​ຊີ ໜຶ່ງ​ໃນ​ພື້ນ​ທີ່​ທີ່​ເກີດ​ມົນ​ລະ​ພິດ​ທາງ​ອາ­ກາດ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຈີນ ຫຼັງ​ຈາກ​ໃນ​ເດືອນ​ມັງ­ກອນ​ທີ່​ຜ່ານ​ມາ ທະ­ນາ­ຄານ​ໂລກ​ອະ­ນຸ­ມັດ​ເງິນ​ກູ້ 100 ລ້ານ​ໂດ​ລາ​ໃຫ້​ກັບ​ໂຄງ­ການ​ໃນ​ເມືອງ​ເຊິງ​ເຕີ, ເມືອງ​ຊິງ​ໄທ່, ເມືອງ​ຈາງ​ເຈຍ​ໂຂວ ແລະ ເມືອງ​ປິງ​ຊານ​ໃນ​ມົນ­ທົນ​ເຫີ​ເປ້ຍ, ຊຶ່ງ​ທະ­ນາ­ຄານ​ໂລກ​ຍັງ​ໄດ້​ເປີດ­ເຜີຍ​ເຖິງ​ການ​ພັດ­ທະ­ນາ​ການ​ໃຊ້​ພະ­ລັງ­ງານ​ຄວາມ​ຮ້ອນ​ເພື່ອ​ປັບ­ປຸງ​ຄຸນ​ນະ​ພາບ​ສິ່ງ­ແວ­ດລ້ອມ​ຂອງ​ເມືອງ​ຕ່າງໆ​ທາງ​ພາກ​ເໜືອ​ຂອງ​ຈີນ ຊຶ່ງ​ທັງ​ມີ​ແຜນ­ການ​ໄລ­ຍະ​ສັ້ນ​ຈະ​ຂົນ­ຂວາຍ​ໃຫ້​ເລີກ​ນຳ​ໃຊ້​ໝໍ້​ຕົ້ມ​ພະ­ລັງ­ງານ​ຖ່ານ​ຫີນ​ມາ​ໃຊ້​ພະ­ລັງ​ແກ໊​ສ​ແທນ ສ່ວນ​ແຜນ­ການ​ໄລ­ຍະ​ຍາວ​ຈະ​ສະ­ເໜີ​ມາດ​ຕະ­ການ​ຈູງ​ໃຈ​ຊາວ­ບ້ານ​ໃຫ້​ໃຊ້​ພະ­ລັງ­ງານ​ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຂຶ້ນ

ຂະ­ນະ​ທີ່​ທາງ​ການ​ທ້ອງ­ຖິ່ນ​ນະ­ຄອນ­ຫຼວງ​ປັກ​ກິງ​ເທດ­ສະ­ບານ​ນະ­ຄອນ​ທຽນ​ຈິງ ແລະ ມົນ­ທົນ​ເຫີ​ເປ້ຍ ສູນ​ລວມ​ອຸດ­ສາ­ຫະ­ກຳ​ປະ­ເທດ​ມີ​ຜູ້​ອາ­ໄສ​ຢູ່​ທັງ​ໝົດ 130 ລ້ານ​ຄົນ ແລະ ເປັນ 3 ເມືອງ​ໃຫຍ່​ທີ່​ກໍ່​ມົນ​ລະ​ພິດ​ທາງ​ອາ­ກາດ​ຫຼາຍ​ທີ່​ສຸດ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ປີ​ລະ 5 ແສນ​ກວ່າ​ຄົນ ແລະ ເຮັດ​ໃຫ້​ອາ­ຍຸ​ຂອງ​ຄົນ​ຈີນ​ແຖບ​ນີ້​ບໍ່​ຍືນ​ຍາວ​ເທົ່າ​ກັບ​ຄົນ​ຈີນ​ທາງ​ພາກ​ໃຕ້​ສະ­ເລ່ຍ 5,5 ປີ ໄດ້​ກຽມ​ແຜນ​ຕິດ​ຕັ້ງ​ອຸ­ປະ­ກອນ​ຄວບ​ຄຸມ​ມົນ​ລະ​ພິດ​ຕາມ​ໂຮງ­ງານ​ອຸດ​ສາຫະ​ກຳ​ໃຫ້​ຫຼາຍ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...