Homeຂ່າວພາຍ​ໃນນະຄອນຫຼວງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຫຼາຍບັນຫາສຳຄັນໃນ 6 ເດືອນທ້າຍປີ

ນະຄອນຫຼວງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຫຼາຍບັນຫາສຳຄັນໃນ 6 ເດືອນທ້າຍປີ

Published on

ນະຄອນຫຼວງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຫຼາຍບັນຫາສຳຄັນໃນ 6 ເດືອນທ້າຍປີ

ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ທີ 9 ສະໄໝ​ທີ 5 ໄດ້​ດຳເນີນ​ມາ​ເປັນ​ເວລາ 3 ວັນ ທີ່​ຈັດ​ຂຶ້ນ​ຢູ່​ຫ້ອງ​ວ່າການ​ນະຄອນຫຼວງ ຮອດ​ຕອນ​ແລງ​ວັນ​ທີ 2 ເມສາ 2014 ນີ້​ໄດ້​ສຳເລັດ​ລົງ ໂດຍ​ເປັນ​ປະທານ​ຂອງ​ສະຫາຍ ສຸ​ກັນ ມະຫາລາດ ເລຂາທິການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ສະຫຼຸບ​ຕີ​ລາຄາ​ທົບ​ທວນ​ການຈັດຕັ້ງ​ປະຕິບັດ ບັນດາ​ຄາດໝາຍ​ສູ້​ຊົນ​ແຕ່​ລະ​ດ້ານ ທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5 ຂອງ​ອົງຄະ​ນະ​ພັກ​ນະຄອນຫຼວງ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ 7 ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2013-2014 ນອກ​ນີ້​ກອງ​ປະຊຸມ​ຍັງ​ໄດ້​ດຳເນີນ​ຊີວິດ​ການເມືອງ ສຳ​ຫຼວດ​ກວດກາ ຕຳ​ນິຕິ​ຊົມ​ກ່ຽວ​ກັບ​ການ​ຊີ້​ນຳ-ນຳພາ​ລວມ​ຂອງ​ຄະນະ​ປະຈຳ​ພັກ ຄະນະ​ບໍລິຫານ​ງານ​ພັກ ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ແລະ ສຸດ​ທ້າຍ​ກອງ​ປະຊຸມ​ຍັງ​ໄດ້​ເປັນ​ເອກະ​ພາບ​ກັນ ຕົກລົງ​ຮັບຮອງ​ເອົາ​ບັນຫາ​ສຳຄັນ​ຕ່າງໆ​ຈຳນວນ​ໜຶ່ງ ໂດຍ​ສະເພາະ​ແມ່ນ​ບັນດາ​ວຽກ​ງານ​ຈຸດ​ສຸມ​ໃນ 6 ເດືອນ​ທ້າຍ​ປີ ຈົ່ງ​ສືບຕໍ່​ເພີ່ມ​ທະວີ​ໃຫ້​ນະຄອນຫຼວງ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ໜັກ​ແໜ້ນ​ກວ່າ​ເກົ່າ ສັງຄົມ​ມີ​ຄວາມ​ສະຫງົບ ເປັນ​ລະບຽບ​ຮຽບ​ຮ້ອຍ ປອດ​ໄພ​ຮອບດ້ານ ໂດຍ​ສຸມ​ໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ໃຫ້​ມີ​ບາດ​ລ້ຽວ​ຢ່າງ​ຕັ້ງໜ້າ ສືບຕໍ່​ນຳພາ​ສ້າງ​ນະຄອນຫຼວງ​ໃຫ້​ມີ​ຄວາມ​ສະຫງົບ ເປັນ​ລະບຽບ​ຮຽບ​ຮ້ອຍ ມີ​ຄວາມ​ສະອາດ​ຈົບງາມ ເປັນ​ເມືອງ​ສີຂຽວ ເມືອງ​ແຫ່ງ​ສຸຂະພາບ ແລະ ພັດທະນາ ຮັບປະກັນ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ຂອງ​ນະຄອນຫຼວງ ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ​ໄປ​ຕາມ​ໂຄງ​ປະກອບ​ເສດຖະກິດ​ທີ່​ຕັ້ງໜ້າ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ທັນ​ສະໄໝ ເປັນ​ນະຄອນຫຼວງ​ແຫ່ງ​ການ​ຜະລິດ-ທຸລະ​ກິດ ການ​ຄ້າ ການ​ບໍລິການ ການທ່ອງທ່ຽວ​ທີ່​ໜັກ​ແໜ້ນ​ເຂັ້ມແຂງ ສືບຕໍ່​ປະຕິບັດ​ນະໂຍບາຍ 3 ສ້າງ​ໃຫ້​ມີ​ບາດກ້າວ​ທີ່​ຕັ້ງໜ້າ ຕິດ​ພັນ​ກັບ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ທຸກ​ຂັ້ນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ເປັນ​ອຳນາດ​ການ​ປົກຄອງ​ຂອງ​ປະຊາຊົນ ໂດຍ​ປະຊາຊົນ ແລະ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ ສູ້​ຊົນ​ປະຕິບັດ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ໃຫ້​ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້ ແລະ ສືບຕໍ່​ແກ້​ໄຂ​ຄອບຄົວ​ທຸກ​ຍາກ​ຂອງ​ປະຊາຊົນ​ທີ່​ຍັງ​ເຫຼືອ 58 ຄອບຄົວ​ໃຫ້​ສຳເລັດ​ໂດຍ​ພື້ນຖານ.

ສູ້​ຊົນ​ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ນະຄອນຫຼວງ​ເພີ່ມ​ຂຶ້ນ​ບໍ່​ຫຼຸດ 13,7% ຄາດ​ຄະເນ​ມູນ​ຄ່າ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ ຈະ​ໃຫ້​ໄດ້​ໃນ​ລະດັບ 35.602 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ 3.800 ໂດ​ລາ​ສະຫະລັດ ຫຼື​ປະມານ 30 ລ້ານ​ກີບ ແລະ ສູ້​ຊົນ​ປະຕິບັດ​ການ​ເກັບ​ລາຍ​ຮັບ​ທັງ​ໝົດ ໃນ​ຂອບ​ເຂດ​ນະຄອນຫຼວງ ນັບ​ທັງ​ສູນ​ກາງ​ຈັດ​ເກັບ ແລະ ນະຄອນຫຼວງ​ຈັດ​ເກັບ ໃຫ້​ໄດ້​ລະຫວ່າງ 22-23% ຂອງ GDP ສູ້​ຊົນ​ທຸກ​ກຳລັງ​ແຮງ ເພື່ອ​ບັນລຸ​ບັນດາ​ຄາດໝາຍ​ສະເພາະ​ຂອງ​ນະຄອນຫຼວງ ຮອດ​ປີ 2015 ທີ່​ນອນ​ຢູ່​ໃນ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ລຶບລ້າງ​ຄວາມທຸກ​ຍາກ ຫຼຸດຜ່ອນ​ອັດຕາ​ສ່ວນ​ຄວາມທຸກ​ຍາກ​ລົງ​ໃຫ້​ສຳເລັດ​ໂດຍ​ພື້ນຖານ.

 

ທີ່ມາ  http://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...