Homeຂ່າວທ້ອງຖິ່ນພູ​ຄຳ​ ຈະ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ຢູ່​ຊຽງ​ຂວາງ ​ສ້າງ​ລາຍ​ຮັບ​ແກ່​ປະ­ຊາ­ຊົນ

ພູ​ຄຳ​ ຈະ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ຢູ່​ຊຽງ​ຂວາງ ​ສ້າງ​ລາຍ​ຮັບ​ແກ່​ປະ­ຊາ­ຊົນ

Published on

 

ພູ​ຄຳ ອົ້ວ​ນວນ​ສາ ນັກ­ທຸ­ລະ­ກິດ​ແຂວງ​ຊຽງ​ຂວາງ​ຕົວ​ແທນລັດ​ໃຫ້​ເປັນ​ຜູ້​ພັດ­ທະ­ນາ​ເຂດ​ທົ່ງ​ໄຫ​ຫີນກາຍ­ເປັນ​ແຫຼ່ງ​ເສດ­ຖະ­ກິດດຶງ​ດູດ​ນັກ​ລົງ­ທຶນ​ສ້າງ​ລາຍ​ຮັບ​ແກ່​ປະ­ຊາ­ຊົນ​ກໍ​ຄືປະ­ເທດ​ຊາດ ປະຈຸ​ບັນ​ລົງ­ມື​ສ້າງ​ແລ້ວ​ພະ​ເຈົ້າ​ໃຫຍ່​ອົງ​ຫຼວງ, ສ່ວນ​ແຜນ​ງານ​ອື່ນໆຈະ​ດຳ­ເນີນ​ໄປ​ຕາມ​ຂັ້ນ​ຕອນ​ເປັນ​ລຳ­ດັບ.

IMG_0693

   ທ່ານ ພູ​ຄຳ ອົ້ວ​ນວນ​ສາ ປະ­ທານ​ກຸ່ມ​ວິ​ສາ​ຫະ​ກິດ​ສວນ​ພູ​ຄຳ ຄະ­ນະ​ກຳ­ມະ­ການ​ຮັບ­ຜິດ­ຊອບ​ສ້າງ​ວັດ​ພະ​ເຈົ້າ​ໃຫຍ່​ອົງ​ຫຼວງ​ໃຫ້ ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ພວກ​ເຮົາ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ຫັນ​ທິດ​ປ່ຽນແປງ​ໃໝ່​ຮອບ­ດ້ານ​ອຳ­ນາດ​ການ​ປົກ­ຄອງ ແຂວງ​ຊຽງ​ຂວາງ​ໄດ້​ວາງ​ເປົ້າ​ໝາຍ​ການ​ພັດນາ ແລະ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ ແລະ​ກຳລັງ​ເລັ່ງ​ກຳ­ນົດ​ເຂດ​ທົ່ງ​ໄຫ​ຫີນ​ໃຫ້​ເປັນ​ເຂດ​ເສດຖະ​ກິດ​ສະ­ເພາະ​ການ­ທ່ອງ­ທ່ຽວ​ເພື່ອ​ຫັນ​ໃຫ້​ເປັນທ່າ­ແຮງ​ດ້ານ​ລາຍ​ຮັບ, ສະ­ນັ້ນ ໃນ​ນາມ​ກຸ່ມ​ວິ ສາ​ຫະ​ກິດ​ສວນ​ພູ​ຄຳ​ກໍ​ໄດ້​ຮັບ​ກຽດ​ຈາກ​ພາກ​ລັດມີ​ສ່ວນ​ຮ່ວມ​ໃນ​ການ​ພັດ­ທະ­ນາ​ເຂດ​ດັ່ງ­ກ່າວ ໂດຍ​ເປັນ​ຕົວ​ແທນ​ໃຫ້​ແກ່​ພາກ​ລັດ​ປຸກ­ລະ­ດົມການ​ລົງ­ທຶນ​ຂອງ​ນັກ­ທຸ­ລະ­ກິດ​ຕ່າງໆ​ບໍ່​ວ່າ​ຈະ​ເປັນສະ​ໜາມ​ກ໊ອຟ, ເຮືອນ​ພັກ​ຜູ້​ສູງ​ອາ­ຍຸ, ໂຮງ­ແຮມ ລີ​ສອດ, ສວນ​ວັດ­ທະ­ນະ­ທຳ​ບັນ­ດາ­ເຜົ່າ, ສູນ​ຂໍ້ມູນ​ການ­ທ່ອງ­ທ່ຽວ, ການ​ລົງ­ທຶນ, ການ​ພົບ​ປະຕ່າງໆ​ຂອງ​ນັກ­ທຸ­ລະ­ກິດ ແລະ​ອື່ນໆ ເພື່ອ​ດຶງ​ດູດການ­ທ່ອງ­ທ່ຽວ​ດຶງ​ລາຍ​ຮັບ​ຈາກ​ການ​ທ່ອງທ່ຽວ.

ມາ​ຮອດ​ປະ­ຈຸ​ບັນ ອຳ­ນາດ​ການ​ປົກ­ຄອງເມືອງ​ແປກ​ກຳ­ລັງ​ຂຸ້ນ­ຂ້ຽວ​ກຳ­ນົດ​ຂອບ​ເຂດ ຊຶ່ງ​ຄາດ​ວ່າ​ກາງ​ປີ 2016 ນີ້​ຈະ​ສຳ­ເລັດ​ການແຕ້ມ​ແຜນ​ວາດ​ການ​ພັດ­ທະ­ນາ​ທັງ​ໝົດ ແລະ ການ​ສ້າງ​ວັດ​ພະ​ເຈົ້າ​ໃຫຍ່​ອົງ​ຫຼວງ​ທົ່ງ​ໄຫ​ຫີນກໍ​ເປັນ​ກິດ­ຈະ­ກຳ​ໜຶ່ງ​ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ ຊຶ່ງ​ການ​ສ້າງ​ວັດ​ນີ້ ແມ່ນ​ລົງ­ມື​ກໍ່­ສ້າງ​ແລ້ວ​ມາ​ຮອດ​ປະ­ຈຸ​ບັນ​ສຳ­ເລັດ 30% ແລະ​ສາ­ມາດລະ­ດົມ​ທຶນ​ໄດ້​ແລ້ວ 1 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ໃນ​ນີ້ ລວມ​ການຊ່ວຍ­ເຫຼືອ​ຂອງ​ປະ­ເທດ​ຫວຽດ­ນາມ ແລະ​ອອກ​ຕົນ​ຍາດ​ໂຍມ​ກໍ​ຄືຊາວ​ພຸດ​ທະ​ສາ­ສະ­ໜາ​ໄດ້​ອຸ​ໂປ​ໂມ­ທະ­ນາ​ສ້າງ.

ສະ­ເພາະ​ກຸ່ມ​ວິ​ສາ​ຫະ​ກິດ​ສວນ​ພູ​ຄຳ ກໍ​ໄດ້​ທຸ່ມ​ເທ​ທຶນ­ຮອນ ແລະ​ເຫື່ອ­ແຮງ​ຫຼາຍແສນ​ໂດ​ລາພັດ­ທະ­ນາ​ເສັ້ນ­ທາງ, ຕັດຈອມ​ພູ​ສ້າງ​ວັດ ແລະ​ອື່ນໆ ເພື່ອ​ເຮັດ​ໃຫ້ເກີດ​ເປັນ​ຮູບ​ປະ​ທຳ​ຕາມ​ເນື້ອ​ໃນ​ຈິດ­ໃຈຂອງ​ການ​ພັດ­ທະ­ນາ​ແຂວງ​ຊຽງ​ຂວາງ ນອກ­ຈາກ​ນີ້ ໃນ​ເຂດ​ເສດ­ຖະ­ກິດ​ສະ­ເພາະນີ້​ແມ່ນ​ຈະ​ໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ຕິດພັນ​ທາງ​ດ້ານ​ລາຍ​ຮັບ​ຂອງ​ເຂົາ­ເຈົ້າ ຊຶ່ງໂຄງ­ການ​ທັງ​ໝົດ​ຜົນ​ປະ­ໂຫຍດ​ຈະ​ໄດ້​ຄືປະ­ຊາ­ຊົນ ແລະ​ລັດ​ຈະ​ໄດ້​ຮັບ​ຫຼາຍ​ກວ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...