Homeຂ່າວຕ່າງປະເທດສະຫະລັດຯເພີ່ມງົບການທະຫານ ໜູນນາໂຕ້ຄານອຳນາດຣັດເຊຍ ເຖິງ 4 ເທົ່າ ແຕ່ເພີ່ມງົບສູ້ໄອເອັສພຽງເຄິ່ງໜຶ່ງ!

ສະຫະລັດຯເພີ່ມງົບການທະຫານ ໜູນນາໂຕ້ຄານອຳນາດຣັດເຊຍ ເຖິງ 4 ເທົ່າ ແຕ່ເພີ່ມງົບສູ້ໄອເອັສພຽງເຄິ່ງໜຶ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກຸມພາຜ່ານມານີ້ວ່າ ທ່ານ ແອັດຕັນ ຄາເຕີ້ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງ ກ່ຽວກັບການເພີ່ມງົບປະມານການທະຫານ ຄັ້ງໃຫຍ່ຢ່າງມະຫາສານ ເພື່ອຕອບໂຕ້ຣັດເຊຍ ແລະ ຍົກລະດັບການຕໍ່ສູ້ກັບກຸ່ມໄອເອັສ.

ທ່ານ ຄາເຕີ້ ໄດ້ເປີດເຜີຍວ່າ ງົບປະມານໂດຍລວມ ສຳລັບປີງົບປະມານ 2017 ຈະຢູ່ທັງໝົດ 583 ຕື້ໂດລາ ຊຶ່ງຫລາຍກ່ວາປະເທດໃດໆໃນໂລກນີ້ຢ່າງຂາດຂັ້ນ ແລະ ຫລາຍກວ່າງົບປະມານຄ່າໃຊ້ຈ່າຍທາງທະຫານຂອງ 8 ປະເທດທີ່ມີກອງທັບຂະໜາດໃຫຍ່ ຖັດຈາກອາເມຣິກາລວມໃສ່ກັນອີກ.

ທັງນີ້ແຫລ່ງຂ່າວໄດ້ລະບຸວ່າ ໃນຈຳນວນງົບປະມານດັ່ງກ່າວ ອາເມຣິກາຈະຈັດສັນບ້ວງເງິນ ຈຳນວນ 3.4 ຕື້ໂດລາ ສຳລັບປະຕິບັດການຕ່າງໆໃນເອີຣົບ ເພື່ອຄານອຳນາດທາງທະຫານຂອງຣັດເຊຍ ຊຶ່ງເຫັນວ່າງົບໃນບ້ວງນີ້ ເພີ່ມຂຶ້ນຈາກປີກາຍເຖິງ 4 ເທົ່າ. ທ່ານ ຄາເຕີ້ ໄດ້ກ່າວວ່າ ” ເຮົາກຳລັງເສີມທ່າທີຂອງເຮົາໃນເອີຣົບ ຕໍ່ການສະໜັບສະໜູນພັນທະມິດນາໂຕ້ຂອງເຮົາ ທີ່ຕ້ອງປະເຊີນໜ້າກັບຣັດເຊຍ ”

ນອກຈາກນີ້ແລ້ວ ສະຫະລັດອາເມຣິກາ ຍັງຈະໃຊ້ເງິນອີກປະມານ 7.5 ຕື້ໂດລາ ຊຶ່ງເພີ່ມຂຶ້ນຈາກປີກາຍ 50% ເພື່ອເປັນເງິນທຶນ ສຳລັບຕໍ່ສູ້ກັບກຸ່ມລັດອິດສະລາມ ຫລື ໄອເອັສ ຊຶ່ງເມື່ອພິຈາລະນາແລ້ວ ກໍເປັນທີ່ສັງເກດວ່າ ສະຫະລັດອາເມຣິກາ ໄດ້ເພີ່ມງົບເພື່ອຄານອຳນາດທາງທະຫານຂອງຣັດເຊຍ ສູງເຖິງ 4 ເທົ່າ ໃນຂະນະທີ່ງົບປະມານ ສຳລັບການຕໍ່ສູ້ກັບໄອເອັສ ແມ່ນເພີ່ມຂຶ້ນພຽງເຄິ່ງດຽວ ເມື່ອທຽບກັບປີກາຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...