spot_img
Homeຂ່າວຕ່າງປະເທດກຳປູເຈຍ ອະນຸມັດໂຄງການ ເພີ່ມ 18%

ກຳປູເຈຍ ອະນຸມັດໂຄງການ ເພີ່ມ 18%

Published on

     ຄະ­ນະ​ກຳ­ມະ­ການ​ເພື່ອ​ການ​ພັດ­ທະ­ນາ​ກຳ­ປູ­ເຈຍ​ເປີດ­ເຜີຍ​ລາຍ​ງານ​ໃນ​ວັນ​ທີ 2 ກຸມ­ພາ​ທີ່​ຜ່ານ​ມາ​ວ່າ ປີ 2015 ທີ່​ຜ່ານ​ມາ​ທາງ​ການ​ໄດ້​ອະ­ນຸ­ມັດ​ໂຄງ­ການ​ລົງ­ທຶນ​ລວມ 4,64 ຕື້​ໂດ​ລາ​ສະ­ຫະ­ລັດເພີ່ມ​ຂຶ້ນ 18% ຈາກ​ປີ​ກ່ອນ​ໜ້າ​ນັ້ນ.

     ຕາມ​ການ​ລາຍ​ງານ​ລະ­ບຸ​ວ່າ ປີ​ທີ່​ຜ່ານ​ມາ​ນັກ​ລົງ­ທຶນ​ໃນ​ປະ­ເທດ​ລົງ­ທຶນ​ຫຼາຍ​ທີ່​ສຸດ​ເຖິງ 3,2 ຕື້​ໂດ​ລາ​ຮອງ​ລົງ​ມາ​ແມ່ນ​ນັກ​ລົງ​ທຶນ​ສປ ຈີນ 864 ລ້ານ​ໂດ​ລາ ແລະ ນັກ​ລົງ­ທຶນ​ຈາກ​ອັງ­ກິດ 139 ລ້ານ​ໂດ​ລາ, ຮອງ​ເລ­ຂາ­ທິ­ການ​ຄະ­ນະ​ກຳ­ມະ­ການ​ເພື່ອ​ການ​ພັດ­ທະ­ນາ​ກຳ­ປູ­ເຈຍ​ກ່າວ​ວ່າ 41% ຂອງ​ນັກ​ລົງ­ທຶນ​ເປັນ​ໂຄງ­ການ​ດ້ານ​ໂຄງ​ສ້າງ​ພື້ນ­ຖານ, 14%ເປັນ​ຂະ­ແໜງ​ກະ­ສິ­ກຳ ແລະ 10% ເປັນ​ຂະ­ແໜງ​ການ­ທ່ອງ­ທ່ຽວ.

ຂໍ້​ຕົກ­ລົງ​ທະ­ວີ​ພາ­ຄີ​ສົ່ງ­ເສີມ ແລະ ຄຸ້ມ​ຄອງ​ການ​ລົງ­ທຶນ​ທີ່​ກຳ­ປູ­ເຈຍ​ເຮັດ​ໄວ້​ກັບ 28 ປະ­ເທດ​ເປັນ​ປັດ­ໃຈ​ສຳ­ຄັນ​ທີ່​ຊ່ວຍ​ສ້າງ​ຄວາມ​ໄວ້​ວາງ­ໃຈ​ໃຫ້​ແກ່​ນັກ​ລົງ­ທຶນ ແລະ ເຊື່ອ​ວ່າ ທ່າ​ອຽງ​ການ​ລົງ­ທຶນ​ໃນ​ກຳ­ປູ­ເຈຍ​ຈະ​ເຕີບ​ໂຕ​ຕໍ່​ເນື່ອງ​ເພາະ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ(ເອ​ອີ​ຊີ)ໄດ້​ກຳ­ເນີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ທີ່​ຜ່ານ​ມາ ຊຶ່ງ​ລວມ​ຕະ ຫຼາດ​ໃນ 10 ປະ­ເທດ​ອາ​ຊຽນ​ໃຫ້​ເປັນ​ຕະ­ຫຼາດ​ດຽວ​ທີ່​ມີ​ຜູ້​ບໍ­ລິ­ໂພກ​ຫຼາຍ​ເຖິງ 630 ລ້ານ​ຄົນ (ຕາມ​ຂ່າວ​ຕ່າງ­ປະ­ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...