spot_img
Homeຂ່າວຕ່າງປະເທດນ້ຳມັນລົງ ກະທົບເສດຖະກິດ ຟິລິບປິນ

ນ້ຳມັນລົງ ກະທົບເສດຖະກິດ ຟິລິບປິນ

Published on

     ໃນ​ຖາ­ນະ​ປະ­ເທດ​ຜູ້­ນຳ​ເຂົ້າ​ນ້ຳ­ມັນ ຟິ​ລິບ​ປິນ​ນ່າ​ຈະ​ໄດ້​ຮັບ​ອາ­ນິ­ສົງ​ຈາກ​ລາ­ຄາ​ພະ­ລັງ­ງານ​ທີ່​ຫຼຸດ​ລົງ ແຕ່​ເນື່ອງ​ຈາກ​ມີ­ແຮງ​ງານ​ຟິ​ລິບ​ປິນ​ຈຳ­ນວນ​ຫຼາຍ​ທີ່​ເຮັດ​ວຽກ​ໃນ​ປະ­ເທດ​ຜູ້​ຜະ­ລິດ​ນ້ຳ­ມັນ ຜົນ​ກະ­ທົບ​ຈິ່ງ​ຫຼາຍ​ກວ່າ​ຜົນ​ໄດ້​ຮັບ.

     ສຳ­ນັກ​ຂ່າວ​ບລູມ​ເບິກ​ລະ­ບຸ​ວ່າ ແຮງ​ງານ​ຟິ​ລິບ​ປິນ​ທີ່​ເຮັດ​ວຽກ​ຢູ່​ໃນ​ແທ່ນ​ຂຸດ​ເຈາະ​ຫຼື​ໂຮງ­ງານ​ກັ່ນ​ນ້ຳ­ມັນ​ໃນ​ປະເທດ​ແຖບ​ຕາ­ເວັນ​ອອກ​ກາງ ສົ່ງ​ເງິນ​ກັບ​ປະ­ເທດ​ເປັນ​ມູນ​ຄ່າ​ເຖິງ 22,8 ຕື້​ໂດ​ລາ​ສະ­ຫະ­ລັດ​ໃນ​ໄລ­ຍະ 11 ເດືອນ​ຂອງ​ປີ 2015 ຫຼື​ຄິດ​ເປັນ 10% ຂອງ​ຕົວ​ເລກ​ລວມ​ຜະ­ລິດ​ຕະ​ພັນ​ພາຍ​ໃນ(ຈີ​ດີ​ພີ)ຟິ​ລິບ​ປິນ ດັ່ງ­ນັ້ນ ຖ້າ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ຜູ້​ຜະ­ລິດ​ນ້ຳ­ມັນ​ຫົດ​ຕົວ​ຈາກ​ລາ­ຄາ​ພະ­ລັງ­ງານ​ທີ່​ຕົກ­ຕ່ຳ, ເງິນ​ທີ່​ແຮງ​ງານ​ຟິ​ລິບ​ປິນ​ສົ່ງ​ກັບ​ປະ­ເທດ​ມີ​ທ່າ​ອຽງ​ຫຼຸດ​ລົງ, ທ່ານ ເບນ​ຈາ​ມິນ ໄດ​ອອກ​ໂນ ສາດ­ສະ­ດາ­ຈານ​ດ້ານ​ເສດ­ຖະ­ສາດ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ຟິ​ລິບ​ປິນ ຊີ້​ວ່າ ຖ້າ​ຫາກ​ລາ­ຄາ​ນ້ຳ­ມັນ​ຢູ່​ໃນ​ລະ­ດັບ​ຕ່ຳ​ກວ່າ 30 ໂດ​ລາ​ຕໍ່​ບາ​ເຣ​ລ​ເປັນ​ເວ­ລາ​ດົນ ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ​ຟິ​ລິບ​ປິນ ແລະ ກົດ​ດັນ​ໃຫ້​ເງິນ​ເປ​ໂຊ​ອ່ອນ​ຄ່າ​ລົງ​ຕື່ມ​ອີກ ໂດຍ​ລວມ​ແລ້ວ​ຜົນ​ເສຍ​ຫາຍ​ຈາກ​ການ​ຫຼຸດ​ລົງ​ຂອງ​ລາ­ຄາ​ນ້ຳ­ມັນ​ທີ່​ເຮັດ​ໃຫ້​ເງິນ​ສົ່ງ​ກັບ​ປະ­ເທດ​ລວມ​ທັງ​ລາຍ​ໄດ້​ຈາກ​ພາ​ສີ­ນ້ຳ­ມັນ​ຫຼຸດ​ລົງ​ມີ​ຫຼາຍ​ກວ່າ​ຜົນ​ດີ.

ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ການ​ຫຼຸດ​ລົງ​ຂອງ​ເງິນ​ສົ່ງ​ກັບ​ປະ­ເທດ​ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ຂະ­ແໜງ­ການ​ເງິນ​ຂອງ​ຟິ​ລິບ​ປິນ​ເຊັ່ນ: ຈາກ​ລະ­ດັບ​ເກີນ​ດຸນ​ບັນ­ຊີ​ເດີນ​ສະ­ພັດ​ໃນ​ໄລ­ຍະ 9 ເດືອນ​ທຳ​ອິດ​ຂອງ​ປີ 2015 ທີ່​ຫຼຸດ​ລົງ​ເຫຼືອ 5,6 ຕື້​ໂດ​ລາ ຈາກ​ລະ­ດັບ 6,8 ຕື້​ໂດ​ລາ​ໃນ​ໄລ­ຍະ​ດຽວ​ກັນ​ຂອງ​ປີ 2014.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...