spot_img
Homeຂ່າວພາຍ​ໃນນໍ້າມັນ​ລົງ 2 ​ມື້​ຕິດ​ຕໍ່ກັນ ດຶງ​ຮຸ້ນ​ສະຫະລັດ​ລົງ ສ່ວນ​ຄຳ​ຍັງ​ຄົງ​ທີ່

ນໍ້າມັນ​ລົງ 2 ​ມື້​ຕິດ​ຕໍ່ກັນ ດຶງ​ຮຸ້ນ​ສະຫະລັດ​ລົງ ສ່ວນ​ຄຳ​ຍັງ​ຄົງ​ທີ່

Published on

ນໍ້າມັນ​ລົງ​ແຮງ​ຕໍ່​ເນື່ອງ​ເປັນ​ວັນ​ທີ 2 ຕິດ​ຕໍ່​ກັນ​ໃນ​ວັນ​ອັງຄານທີ່​ຜ່ານ​ມາ (2 ກຸມພາ) ນັກ​ລົງ​ທຶນ​ຄາດໝາຍ​ວ່າ ປະລິມານເຊື້ອ​ເພີງ​ສະຫະລັດຈະ​ເພີ່​ມຂຶ້ນ ຕອກ​ຢໍ້າພາວະ​ສານ​ສະໜອງ​ລົ້ນ​ຕະຫຼາດ ປະຈຸ​ບັນ​ທາງ​ພະລັງງານ​ດຶງ​ໃຫ້​ວອລສະຕຣິດປິດ​ໃນ​ແດນ​ລົບ ສ່ວນ​ລາຄາ​ຄຳ​ຍັງຄົງ​ທີ່.

ສັນຍານ​ນໍ້າມັນ​ດິນ​ເວສ​ເທັກ​ຊັສອິນ​ເຕີ​ມີ​ດຽດ ຫຼື ​ໄລ​ສວິດ​ຄຣູດ ງວດ​ສົ່ງ​ມອບ​ເດືອນ​ມີນາ​ຫຼຸດ​ລົງ 1,74 ​ໂດ​ລາ ປິດ​ທີ່ 29,88 ​ໂດ​ລາ​ຕໍ່​ບາ​ເຣລ ກັບ​ມາ​ຕໍ່າ​ກວ່າ 30 ​ໂດ​ລາ​ເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ວັນ​ທີ 21 ມັງ​ກອນ ສ່ວນ​ເບຣນ​ທະ​ເລ​ເໜືອ​ລອນ​ດອນ ງວດສົ່ງ​ມອບ​ເດືອ​ນ​ເມສາ​ຫຼຸດ​ລົງ 1,52 ​ໂດ​ລາ ປິດ​ທີ່ 32,72 ​ໂດ​ລາ​ຕໍ່​ບາ​ເຣລ.

​ໃນ​ຂະນະ​ທີ່​ນັກ​ລົງທຶນ​ຄາດໝາຍ​ຂ່າວ​ຄາວ​ໃນ​ແງ່​ລົບ​ກ່ຽວ​ກັບ​ຄັງ​ນໍ້າມັນ​ດິບ​ສຳຮອງ​ສະຫະລັດ ຄວາມ​ອ່ອນ​ໄຫວ​ຂອງ​ຕະຫຼາດຍັງ​ຖື​ກຊໍ້າ​ຈາກ​ທ່າ​ອຽງ​ຄວາມ​ຮ່ວມ​ມື​ຫຼຸດ​ກຳລັງ​ຜະລິດ​ລະຫວ່າງ​ຣັດ​ເຊຍ​ກັບ​ໂອ​ເປັກ​ທີ່​ຈືດ​ຈາງ​ໄປ​ທຸກ​ຂະນະ.

ປະຈຸ​ບັນ ລາຄາ​ນໍ້າມັນ​ເຮັດ​ໃຫ້​ຕະຫຼາດ​ຮຸ້ນ​ໃນ​ວັນ​ອັງຄານທີ່ຜ່ານ​ມາ (​2 ກຸມພາ) ​ເຄື່ອນ​ໄຫວ​ຕາມ​ຕະຫຼາດ​ທຶນ​ເອີ​​ຣົບ ​ໂດຍ​ປິດ​ລົບ​ຈາກ​ແຮງ​ດຶງ​ຂອງ​ກຸ່ມ​ພະ​ລັງ​ງານ.

ດາວ​ໂຈນ​ສຫຼຸດ​ລົງ 295,64 ຈຸດ (1,80%) ປິດ 16.153,54 ຈຸດ ​ເອສ​ແອນ​ພີ​ຫຼຸດ​ລົງ 36,35 ຈຸດ (1,87%) ປິດ​ທີ່ 1.903,03 ຈຸດ ​ແນ​ສ​ແດັກ​ຫຼຸດ​ລົງ 103,42 ຈຸດ (2,24%) ປິດ​ທີ່ 4.416,95 ຈຸດ.

​ເອັກ​ຊອນ​ໂມ​ບິ​ລປິດ​ລົບ 2,2% ຫຼັງ​ລາຍ​ງານ​ມີ​ຜົນ​ກຳ​ໄລ​ໄຕ​ມາດ​ອ່ອນ​ແອ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 2020 ສ່ວນ​ຫຸ້ນ​ສະຫະລັດຂອງ​ບີ​ພີ​ຫຼຸດ​ລົງ 8,5% ຫຼັງ​ລາຍ​ງານ​ຂາດທຶນ​ໃນ​ປີ 2015 ​ເຖິງ 6.500 ລ້ານ​ໂດ​ລາ.

ສະ​ແຕນ​ດາດ​ແອນ​ພົວ ສະ​ຖາ​ບັນ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື ​ໄດ້​ຕັດ​ຫຼຸດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ບໍລິສັດ​ພະລັງງານ 10 ​ແຫ່ງ​ແລະ​ແຈ້ງ​ທົບ​ທວນ​ອີກ 10 ​ແຫ່ງ ທັງ​ນີ້ 2 ​ໃນ​ບັນດາ​ບໍລິສັດ​ທີ່​ຖືກ​ປັບ​ຫຼຸດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ແບບ​ເຊ​ຟຣອນ ​ແລະ​ມາ​ທາ​ທອນ ອອຍ ປິດ​ລົບ 4,8% ​ແລະ 10,3% ຕາມ​ລຳດັບ.

ດ້ານ​ລາຄາຄຳ​ໃນ​ວັນ​ອັງຄານຜ່ານ​ມາ (2 ກຸມພາ) ປິດ​ລົບ​ ນັກ​ລົງທຶນ​ຕິດຕາມ​ຂໍ້​ມູນການ​ຈ້າງ​ງານ​​ສະຫະລັດ ​ໃນ​ທ້າ​ຍອາທິດ​ນີທີ່​ຈະ​ເຜີຍ​ໃຫ້​ເຫັນ​ເຖິງ​ທ່າ​ອຽງ​ນະ​​ໂຍບາຍ​ທາງ​ການ​ເງິນ​ຂອງ​ເຟດ ​ໂດຍ​ຄຳ​ຕະຫຼາດ​ໂຄ​ແມັກ​ຫຼຸດ​ລົງ 60% ປິດ​ທີ່ 1.127,30 ​ໂດ​ລາ​ຕໍ່​ອອນ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...