Homeຂ່າວຕ່າງປະເທດກຳປູເຈຍສົ່ງອອກຜະລິດຕະພັນຕັດຫຍິບ ສ້າງລາຍຮັບເຂົ້າປະເທດກ່ວາ 7 ຕື້ໂດລາ ໃນປີຜ່ານມາ!

ກຳປູເຈຍສົ່ງອອກຜະລິດຕະພັນຕັດຫຍິບ ສ້າງລາຍຮັບເຂົ້າປະເທດກ່ວາ 7 ຕື້ໂດລາ ໃນປີຜ່ານມາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມຜາຜ່ານມານີ້ວ່າ ກຳປູເຈຍສົ່ງອອກເສື້ອຜ້າສຳເລັດຮູບ ແລະ ຜະລິດຕະພັນເກີບ ສ້າງລາຍຮັບເຂົ້າປະເທດໃນປີ 2015 ຜ່ານມາ ບັນລຸ 7.1 ຕື້ໂດລາ ຊຶ່ງເພີ່ມຂຶ້ນ 14.5% ເມື່ອທຽບກັບປີຜ່ານມາ ໂດຍຕະຫລາດຕົ້ນຕໍ ແມ່ນສົ່ງໄປປະເທດໃນທະວີບເອີຣົບ, ສະຫະລັດອາເມຣິກາ ແລະ ການາດາ.

ທ່ານ ກຽດ ຊົນ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ລະບຸວ່າ ການເຕີບໂຕທາງດ້ານເສດຖະກິດຂອງກຳປູເຈຍ ແມ່ນຢູ່ໃນລະດັບປະມານ 7% ໃນປີ 2015 ແລະ ອຸດສາຫະກຳຕັດຫຍິບ ນັບວ່າເປັນຂະແໜງການທີ່ມີບົດບາດ ສົ່ງຜົນໃຫ້ແກ່ອັດຕາການເຕີບໂຕ ທາງດ້ານເສດຖະກິດດັ່ງກ່າວນີ້ ໂດຍລັດຖະບານກຳປູເຈຍ ຈະພະຍາຍາມ ຊອກຫາຕະຫລາດຕ່າງປະເທດແຫ່ງໃໝ່ ເພື່ອຮອງຮັບໃຫ້ແກ່ ຜະລິດຕະພັນຕັດຫຍິບຂອງກຳປູເຈຍ.

ທັງນີ້ ເນື່ອງຈາກພາກອຸດສາຫະກຳຕັດຫຍິບ ແມ່ນເປັນແຫລ່ງລາຍຮັບຈາກການສົ່ງອອກ ທີ່ຫລາຍທີ່ສຸດຂອງກຳປູເຈຍ ໂດຍມີໂຮງງານອຸດສາຫະກຳຕັດຫຍິບ ປະມານ 1,007 ແຫ່ງໃນທົ່ວປະເທດ ແລະ ມີແຮງງານໃນຂະແໜງການດັ່ງກ່າວ ຫລາຍກ່ວາ 754,000 ຄົນ ຊຶ່ງມີລາຍຮັບຂັ້ນຕ່ຳຢູ່ທີ່ 140 ໂດລາຕໍ່ເດືອນ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...