Homeຂ່າວຕ່າງປະເທດWHO ປະກາດພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ກໍລະນີໄວຣັສຊິກ້າ ລະບາດໜັກ!

WHO ປະກາດພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ກໍລະນີໄວຣັສຊິກ້າ ລະບາດໜັກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມພາຜ່ານມານີ້ວ່າ ອົງການອະນາໄມໂລກ ຫລື WHO ໄດ້ປະຊຸມກັນທີ່ນະຄອນເຊີແນວ ປະເທດສະວິດ ເພື່ອຄົ້ນຄ້ວາກ່ຽວກັບ ສະພາບການລະບາດຂອງ ໄວຣັສຊິກ້າ ໃນພາກພື້ນອາເມຣິກາລາຕິນ ແລະ ໄດ້ທຳການປະກາດພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ກ່ຽວກັບການລະບາດຂອງເຊື້ອພະຍາດດັ່ງກ່າວ.

ທັງນີ້ ເນື່ອງຈາກເຊື້ອໄວຣັສຊິກ້າ ຊຶ່ງແຜ່ເຊື້ອໂດຍມີຍຸງລາຍເປັນພາຫະນະ ໄດ້ມີການແຜ່ລະບາດຢ່າງວ່ອງໄວ ແລະ ອາດມີສ່ວນເຮັດໃຫ້ ຜູ້ຕິດເຊື້ອທີ່ເປັນແມ່ຍິງຖືພາ ເກີດລູກມາມີຮ່າງກາຍຜິດປົກກະຕິ ຄືກາຍເປັນເດັກທີ່ມີຫົວນ້ອຍ ຊຶ່ງມີລາຍງານກ່ຽວກັບກໍລະນີດັ່ງກ່າວແລ້ວ ຫລາຍກໍລະນີໃນພື້ນທີ່ແຜ່ລະບາດ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...