spot_img
Homeຂ່າວຕ່າງປະເທດຄາດວ່າເສດຖະກິດຫວຽດນາມ ເຕີບໂຕໄວສຸດໃນອາຊີ

ຄາດວ່າເສດຖະກິດຫວຽດນາມ ເຕີບໂຕໄວສຸດໃນອາຊີ

Published on

     ຄາດ​ຄະ­ເນ​ວ່າ​ເສດ​ຖະ​ກິດ ​ສສ ຫວຽດ­ນາມ​ເຕີບ​ໂຕ​ໄວ​ສຸດ​ໃນ​ອາ­ຊີŒປາ​ຊິ​ຟິກ ຂະ­ນະ​ພັກ​ກອມ​ມູ​ນິດ​ຍັງ​ເປັນ​ຫ່ວງ ແລະ ຕັ້ງ​ເປົ້າ​ໄປ​ຍັງ​ຂະ­ແໜງ­ການ​ເງິນŒທະ­ນາ­ຄານ.

     ສຳ­ນັກ​ຂ່າວ​ບລູມ​ເບີກ​ຄາດ​ຄະ­ເນ​ວ່າ ເສດ­ຖະ­ກິດ​ຫວຽດ­ນາມ​ຈະ​ເຕີບ​ໂຕ​ປະ­ມານ 6,7% ໃນ​ປີ 2016 ນີ້ ຊຶ່ງ​ຖື​ວ່າ​ສູງ​ເປັນ​ອັນ​ດັບ​ທຳ​ອິດ​ຂອງ​ໂລກ ເນື່ອງ​ຈາກ​ອຸ​ປະ­ສົງ​ໃນ​ປະ­ເທດ ແລະ ການ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດ​ທີ່​ເພີ່ມ​ສູງ​ຂຶ້ນ​ຊ່ວຍ​ໃຫ້​ຫວຽດ­ນາມ​ຮັບ​ມື​ກັບ​ພາ­ວະ​ປັ່ນ​ປ່ວນ​ຂອງ​ເສດ­ຖະ­ກິດ​ໂລກ​ທີ່​ສົ່ງ​ຜົນ​ຕໍ່​ຕະ­ຫຼາດ​ຮຸ້ນ ແລະ ຄ່າ​ເງິນ ຂະ­ນະ​ທີ່​ບັນ­ຫາ​ໃນ​ພາບ​ລວມ​ທາງ​ເສດ­ຖະ­ກິດ​ຂອງ​ຫວຽດ­ນາມ​ຄື​ການ​ຂາດ​ດຸນ​ການ​ຄ້າ, ໜີ້​ພາກ​ລັດ ແລະ ການ​ປະ­ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ, ທັງ​ນີ້​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ດັ່ງ­ກ່າວ​ຕັ້ງ​ເປົ້າ​ການ​ເຕີບ​ໂຕ​ທາງ​ເສດ­ຖະ­ກິດ​ໂດຍ​ສະ­ເລ່ຍ​ສູງ​ເຖິງ 7% ຕໍ່​ປີ ແລະ ຕົວ​ເລກ​ລວມ​ຜະ­ລິດ​ຕະ​ພັນ​ຕໍ່​ປະ­ຊາ­ກອນ​ໃນ​ອັດ­ຕາ 3.200Œ3.500 ໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ ພາຍ​ໃນ​ປີ 2020 ຈາກ​ທີ່​ກອງ​ທຶນ​ການ​ເງິນ​ສາ­ກົນ(ໄອ​ເອັມ​ເອ​ຟ)ປະ​ເມີນ​ໄວ້​ຢູ່​ທີ່ 2.170 ໂດ​ລາ​ໃນ​ປະ­ຈຸ​ບັນ ຊຶ່ງ​ຖ້າ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຫວຽດ­ນາມ​ກໍ​ຈະ​ຖື​ເປັນ​ປະ­ເທດ​ທີ່​ເສດ­ຖະ­ກິດ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ­ຊີŒປາ​ຊິ​ຟິກ.

ລັດ­ຖະ­ບານ​ຫວຽດ­ນາມ​ປະ​ເມີນ​ວ່າ ຫວຽດ­ນາມ​ຈະ​ຂາດ​ດຸນ​ການ​ຄ້າ 200 ລ້ານ​ໂດ​ລາ​ໃນ​ເດືອນ​ມັງ­ກອນ​ທີ່​ຜ່ານ​ມາ ຫຼັງ​ຈາກ​ປີ​ທີ່​ຜ່ານ​ມາ​ຂາດ​ດຸນ​ໂດຍ​ລວມ 3,5 ຕື້​ໂດ​ລາ ສ່ວນ​ໜີ້​ພາກ​ລັດ​ເພີ່ມ​ຂຶ້ນ​ປີ​ລະ 20% ຕະ­ຫຼອດ​ໄລ­ຍະ 5 ປີ​ທີ່​ຜ່ານ​ມາ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...