Homeຂ່າວທ້ອງຖິ່ນໄດ້ເທວະຮູບທອງເຫຼືອງ ຈາກແມ່ນ້ຳຂອງເຂດບ້ານນາກະສັງ

ໄດ້ເທວະຮູບທອງເຫຼືອງ ຈາກແມ່ນ້ຳຂອງເຂດບ້ານນາກະສັງ

Published on

ຕາມການໃຫ້ສຳພາດຂອງທ້າວໂກ້ ປະຊາຊົນບ້ານນາກະສັງ ເມືອງໂຂງ ແຂວງຈຳປາສັກ ຜູ້ທີ່ພົບເຫັນເທວະຮູບທອງເຫຼືອງ ແລະ ໄດ້ມາໃນຂະນະທີ່ຜູ້ກ່ຽວລົງທ່າໄປຕຶກແຫຫາປາຕາມປົກກະຕິຜູ້ກ່ຽວເລົ່າສູ່ນັກຂ່າວພວກເຮົາຟັງວ່າ : ໃນເວລາກາງຄືນໄດ້ນອນຝັນເຫັນຜູ້ຊາຍຮູບຮ່າງໃຫຍ່, ດຳ ມາຖາມວ່າ ມຶງຢາກໄດ້ຂອງບໍກູຊິໃຫ້ ຜູ້ກ່ຽວກໍ່ຕອບໃນຄວາມຝັນວ່າ ຢາກໄດ້ ແລະ ກໍ່ຮູ້ເມື່ອ. ຮຸ່ງເຊົ້າປະມານ 10 ໂມງ ຂອງວັນທີ 11 ມັງກອນ 2016 ກໍ່ໄດ້ລົງທ່າຕຶກແຫຫາປາຢູ່ນ້ຳຂອງ ແລະ ກໍ່ໄດ້ພົບເທວະຮູບດັ່ງກ່າວໃນເວລາ 15 ໂມງ ຂອງວັນດຽວກັນ ຈຶ່ງໄດ້ນຳເອົາມາໄວ້ຢູ່ເຮືອນ.
ພາຍຫຼັງທີ່ການຈັດຕັ້ງຮູ້ຈິ່ງໄດ້ແຕ່ງຕັ້ງອະນຸກຳມະການລົງມາເບິ່ງ ເຫັນໄດ້ວ່າເປັນຄວາມຈິງ ເປັນປະເພດເທວະຮູບທອງເຫຼືອງ ຂະໜາດສູງ 35 cm ຕັ້ງເທິງແທ່ນ 4 ລ່ຽມ. ມົນທົນຂະໜາດ 10×10 cm ລັກສະນະທ່າຢືນກຳດາບ. ສະນັ້ນ, ມາໃນເວລາ 11 ໂມງຂອງວັນທີ 12 ມັງກອນ 2016 ທາງອະນຸກຳມະການຂັ້ນເມືອງກໍ່ໄດ້ລົງສົມທົບກັບອຳນາດການປົກຄອງຂັ້ນບ້ານ ແລະ ຜູ້ກ່ຽວ. ຈາກນັ້ນໄດ້ນຳເອົາອົງພະເທວະຮູບຂຶ້ນເມືອໄວ້ເມືອງໂຂງເພື່ອຄວາມປອດໄພ.
ຂ່າວ-ພາບ : ຫ້ອງການ ຖວທ ເມືອງໂຂງ ແລະໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...