ພາກເອກະຊົນສືບຕໍ່ຊ່ວຍຜູ້ປະສົບໄພຫນາວຢ່າງຕໍ່ເນື່ອງ

ຂປລ.ໃນຕອນບ່າຍ ຂອງ ວັນທີ 29 ມັງກອນ 2016 ທີ່ ຫ້ອງວ່າການລັດຖະບານ ໄດ້ມີການມອບຮັບເງິນຊ່ວຍເຫລືອ ຈໍານວນ 500,000,000ກີບ ( ຫ້າຮ້ອຍລ້ານກີບ) ຈາກ ບໍລິສັດ ໄຟຟ້າ ເຂື່ອນນໍ້າອີມູນ ໄຮໂດຣ ພາວເວີ້ ຈໍາກັດ ຈໍານວນ 250,000,000ກີບ (ສອງຮ້ອຍຫ້າສິບລ້ານ) ໃຫ້ກຽດມອບ ໂດຍ ທ່ານ ສຸວັດ ສີສຸທໍາ, ຜູ້ອໍານວນການ ບໍລິສັດ ແລະ ບໍລິສັດ CFC Compact Center ຈໍາກັດ ຈໍານວນ 250,000,000ກີບ(ສອງຮ້ອຍຫ້າສິບລ້ານ) ໃຫ້ກຽດມອບໂດຍ ທ່ານ ພູວັນ ບຸດດາຄໍາ, ຜູ້ອໍານວຍການ ບໍລິສັດ ກ່າວຮັບໂດຍ ທ່ານ ສອນໄຊ ສີພັນດອນ, ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານ ໂດຍຊ້ອງໜ້າ ພະນັກງານທີ່ກ່ຽວຂ້ອງ ຈໍານວນໜຶ່ງ.

ໃນໂອກາດດັ່ງກ່າວ ທ່ານສອນໄຊ ສີພັນດອນ, ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດດັ່ງກ່າວ ທີ່ໃຫ້ການຊ່ວຍ ເຫລືອໃນຄັ້ງນີ້ ເຊິ່ງຖືເປັນການປະກອບ ສ່ວນອັນມີຄວາມໝາຍຄວາມສໍາຄັນທີ່ບັນດາບໍລິສັດດັ່ງກ່າວ ໄດ້ເຫັນເຖິງຄວາມສໍາຄັນ ໃນການຊ່ວຍເຫລືອແກ້ໄຂ ແລະ ບັນເທົາທຸກ ໃຫ້ແກ່ພໍ່ແມ່ປະຊາຊົນ ລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັທໍາມະຊາດ.
ພ້ອມດຽວກັນນີ້ ກໍຮຽກຮ້ອງມາຍັງ ບັນດາ ອົງການຈັດຕັ້ງ, ບໍລິສັດຫ້າງຮ້ານ ແລະ ປະຊາຊົນລາວທຸກທົ່ວໜ້າ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຫາກມີຄວາມຍິນດີ ແລະ ມີນໍ້າໃຈປະກອບສ່ວນ ຊ່ວຍເຫລືອເຂົ້າໃນການແກ້ໄຂ ແລະ ບັນເທົາທຸກຕໍ່ສະພາບຜົນກະທົບ ຈາກ ໄພພິບັດທໍາມະຊາດ ຄັ້ງນີ້ ແມ່ນ ສາມາດຕິດຕໍ່ພົວພັນ ມາຍັງ ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນນາມ ເປັນກອງເລຂາ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂທ/ແຟັກ:021:265017, 262120 ຫລື ອີເມວ: info.ncdpc@gmail.com
ເລກບັນຊີ ທີ່ໄດ້ຈົດທະບຽນກັບຄັງເງິນ ແຫ່ງຊາດ ຂອງ ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ
ຢູ່ ທະນາຄານ ການຄ້າຕ່າງປະເທດລາວ (BCEL)
• ຊື່ບັນຊີ:ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ
1. ເລກບັນຊີ 010.11.00.00339453001 (D00100386) (kip)
2. ເລກບັນຊີ 010.11.01.00339453001 (D01000254) (Dollar)
3. ເລກບັນຊີ 010.11.02.00339453001 (D02000234) (Bath)

ມາຮອດປະຈຸບັນນີ້: ຍອດເງິນບໍລິຈາກ ສໍາລັບການແກ້ໄຂໄພໜາວ ຈໍານວນ 800ລ້ານກີບ ຄື: ສະຖານເອກອັກຄະ ລັດຖະທູດ ສປ ຈີນ ປະຈໍາລາວ ຈໍານວນ 100,000,000ກີບ(ໜຶ່ງຮ້ອຍລ້ານກີບ), ບໍລິສັດເບຍລາວ ຈໍາກັດ ຈໍານວນ 100,000,000ກີບ(ໜຶ່ງຮ້ອຍລ້ານກີບ), ບໍລິສັດ ໄຟຟ້າໄຊຍະບູລີ ພາວເວີ້ ຈໍາກັດ ຈໍານວນ 50,000,000ກີບ(ຫ້າສິບລ້ານກີບ), ບໍລິສັດ ເຄື່ອນໄຟຟ້ານໍ້າງື່ມ 2 ຈໍານວນ 50,000,000ກີບ(ຫ້າສິບລ້ານກີບ), ບໍລິສັດ ໄຟຟ້າ ເຂື່ອນນໍ້າອີມູນ ໄຮໂດຣ ພາວເວີ້ ຈໍາກັດ ຈໍານວນ 250,000,000ກີບ(ສອງຮ້ອຍຫ້າສິບລ້ານ) ແລະ ບໍລິສັດ CFC Compact Center ຈໍາກັດ ຈໍານວນ 250,000,000ກີບ(ສອງຮ້ອຍຫ້າສິບລ້ານ). ນອກຈາກນີ້ ຍັງມີບັນດາຫ້າງຮ້ານ ແລະ ບໍລິສັດຈໍານວນໜຶ່ງ ໄດ້ມີການບໍລິຈາກ ຜ່ານ ທາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິຈາກ ໂດຍກົງໃຫ້ສູ່ທ້ອງຖິ່ນ.

12647014_469962743207511_7592359712018765967_n

12661917_469962753207510_6757961945876438005_n

12645165_469962786540840_3369973416966283460_n

ທີ່ມາ: ຂປລ