ໂຕໂຢຕ້າ ປະເທດໄທ ມອບປຶ້ມແບບຮຽນໃຫ້ໂຮງຮຽນມັດທະຍົມ 18 ແຂວງທົ່ວປະເທດ

ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ ​ໄດ້ມອບປຶ້ມແບບຮຽນໃຫ້ໂຮງຮຽນມັດທະຍົມ 18 ແຂວງທົ່ວປະເທດ ເພື່ອເປັນການເປີດໂອກາດທາງການສຶກສາ ເຮັດໃຫ້ນ້ອງໆເຍົາວະຊົນ ໄດ້ສຶກສາຄົ້ນຄວ້າ ແລະ ຮູ້ຮຽນໃນວິຊາຕ່າງໆ ແນໃສ່ພັດທະນາຄວາມຮູ້ຄວາມສາມາດໃຫ້ນັບມື້ນັບສູງຂຶ້ນ​ເທື່ອລະກ້າວ.

ເມື່ອວັນທີ 28 ມັງກອນ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີມອບ-ຮັບ ປຶ້ມແບບຮຽນໃຫ້ໂຮງຮຽນມັດທະຍົມ 18 ແຂວງທົ່ວປະເທດ,ໃຫ້ກຽດມອບໂດຍທ່ານ ກໍາພົນ ເອກເມທີພັນ ຮອງປະທານຝ່າຍປະຕິບັດການສາຍງານຍ່ອຍພາກພື້ນແມ່ນໍ້າຂອງ ບໍລິສັດ ໂຕໂຢຕ້າ ມໍເຕີ ປະເທດໄທ ຈໍາກັດ ແລະ ຮັບໂດຍທ່ານ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມມັດທະຍົມສຶກສາ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຕາງໜ້າຈາກກົມ, ສູນ, ສະຖາບັນການສຶກສາ ແລະ ພະນັກງານທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນທຸກຂະແໜງການເຂົ້າຮ່ວມເປັນສັກຂີພິຍານ.

ການ​ມອບປຶ້ມໃນຄັ້ງນີ້ ປະກອບມີ ປຶ້ມແບບຮຽນສໍາລັບຊັ້ນມັດທະຍົມສຶກສາ  ຈໍານວນ 156.000 ຫົວ ລວມມູນຄ່າທັງໝົດ 200 ລ້ານກວ່າກີບ, ເຊິ່ງການມອບປຶ້ມແບບຮຽນດັ່ງກ່າວ ໃຫ້ໂຮງຮຽນມັດທະຍົມ 18 ແຂວງທົ່ວປະເທດ ໂດຍຜ່ານການປະສານງານກັບກະຊວງສຶກສາທິການ ແລະ ກິລາ ​ໄປ​ຫາ​ພະ​ແນ​ກສຶກສາ​ທິການ ​ແລະກິລາ​ຂອງແຕ່ລະແຂວງ ເພື່ອສົ່ງຕໍ່ໃຫ້ທຸກໂຮງຮຽນຢ່າງທົ່ວເຖິງ ​ແນ​ໃສ່ໃຫ້ນ້ອງໆເຍົາວະຊົນໄດ້ສຶກສາຄົ້ນຄວ້າ ແລະ ຮູ້ຮຽນໃນວິຊາຕ່າງໆ ​ເພື່ອພັດທະນາຄວາມຮູ້ຄວາມສາມາດໃຫ້ນັບມື້ນັບສູງຂຶ້ນ,​ເຊິ່ງເປັນໂຄງການທີ່ທາງບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ ຕັ້ງໃຈທີ່ຈະຕອບແທນສັງຄົມ. ທັງ​ເປັນການໃຫ້ໂອກາດທາງການສຶກສາໃຫ້ເຍົາວະຊົນລາວໄດ້ມີຄວາມຮູ້ຄວາມສາມາດ ແລະ ສາມາດພັດທະນາປະເທດຊາດຕໍ່ໄປໄດ້ໃນອະນາຄົດ ແລະ ບໍລິສັດໂຕໂຢຕ້າ ໃຫ້ຄໍາໝັ້ນສັນຍາຈະຈັດກິດຈະກໍາເພື່ອສັງຄົມ ທັງໃນດ້ານສຶກສາ ແລະ ກິລາ ແລະ ວັດທະນະທໍາເພື່ອພັດທະນາສັງຕະຫຼອດໄປ.

ສະ​ເພາະປີນີ້ ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ ແລະ ຕົວແທນຈໍາໜ່າຍໂຕໂຢຕ້າຢ່າງເປັນທາງການໃນ ສປປ ລາວ ໄດ້ປະສານຕໍ່ຈັດກິດຈະກໍາເພື່ອສັງຄົມລາວອີກຄັ້ງໜຶ່ງ ພາຍໃຕ້ໂຄງການ “ໂຕໂຢຕ້າ ໃຈດີໃຫ້ນ້ອງ”, ເຊິ່ງເປັນກິດຈະກໍາທີ່ທາງໂຕໂຢຕ້າ ໄດ້ດໍາເນີນການຢ່າງຕໍ່ເນື່ອງເປັນປີທີ 5.

ສະເພາະແຜນການມອບປຶ້ມແບບຮຽນຂອງບໍລິສັດ ໂຕໂຢຕ້າ ມໍເຕີ ປະເທດໄທ ຈໍາກັດ ​ໃນ​ໂຄງການ​ດັ່ງກ່າວ​ນີ້ ​ແມ່ນໃນວັນທີ 2 ກຸມພາ 2016 ຈະໄປມອບໃຫ້ພະແນກສຶກສາ ແລະ ກິລາ ແຂວງສະຫວັນນະເຂດ, ວັນທີ 3 ກຸມພາ 2016 ຈະໄປມອບໃຫ້ພະແນກສຶກສາ ແລະ ກິລາ ແຂວງຈໍາປາສັກ ແລະ ໃນວັນທີ 19 ກຸມພາ 2016 ຈະໄປມອບໃຫ້ພະແນກສຶກສາ ແລະ ກິລາ ແຂວງຫຼວງພະບາງ.

JAIDEE

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ