spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວນ້ຳຂອງຢູ່ເມືອງໂຂງ ຈະສຳເລັດເດືອນຕຸລານີ້

ໂຄງການກໍ່ສ້າງຂົວນ້ຳຂອງຢູ່ເມືອງໂຂງ ຈະສຳເລັດເດືອນຕຸລານີ້

Published on

ຂົວ​ນ້ຳຂອງ​ລະຫວ່າງ​ບ້ານ​ຫາດ ຫາ​ບ້ານ​ນາ ເມືອງ​ໂຂງ ແຂວງ​ຈຳປາ​ສັກ ມາ​ຮອດ​ປັດຈຸບັນ​ຄືບ​ໜ້າ​ແລ້ວ 80% ຫຼັງ​ກໍ່ສ້າງ​ແຕ່​ກາງ​ປີ 2012 ຜ່ານ​ມາ ຂະນະ​ດຽວ​ກັນ ກໍ່​ຄາດ​ວ່າ​ຈະ​ກໍ່ສ້າງ​ສຳເລັດ ແລະ ເປີດ​ນຳ​ໃຊ້​ໃນ​ເດືອນ​ຕຸລາ​ປີ​ນີ້.

ທ່ານ ຄຳ​ຮຸ່ງ ໜູ​ພະ​ໄຊ ຫົວໜ້າ​ໂຄງການ​ກໍ່ສ້າງ​ຂົວ​ນ້ຳຂອງ​ດອນ​ໂຂງ ແຂວງ​ຈຳປາ​ສັກ ກ່າວ​ວ່າ: ປັດຈຸບັນ​ການ​ກໍ່ສ້າງ​ຄືບ​ໜ້າ​ແລ້ວ 80% ໂດຍ​ໄດ້​ກໍ່ສ້າງ​ທາງ​ເຂົ້າ ທາງ​ຂຶ້ນ-ລົງ ຖອກ​ເບ​ຕົງ​ຂາງ​ຂົວ ແລະ ອື່ນໆ ແນວໃດ​ກໍ່​ດີ ຂະນະ​ນີ້​ກໍ່​ໄດ້​ຂຸ້ນຂ້ຽວ​ສຸມ​ໃສ່​ຖອກ​ເບ​ຕົງ​ຂາງ​ຂົວ ແລະ ຄາດ​ວ່າ​ເດືອນ​ມິຖຸນາ​ປີ​ນີ້ ຈະ​ໃຫ້​ສາມາດ​ຈອດ​ກັນ​ໝົດ ແລະ ສືບຕໍ່​ຖອກ​ເບ​ຕົງ​ໜ້າ​ຂົວ ລະບົບ​ໄຟ​ເຍືອງ​ທາງ ປ້າຍ​ສັນຍານ​ຈະລາຈອນ ລະບົບ​ປ້ອງ​ກັນ​ຕາຝັ່ງ​ເຈື່ອນ ແລະ ອື່ນໆ ແລະ ຈະ​ສຳເລັດ ແລະ ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ເດືອນ​ຕຸລາ.

ຂົວ​ນ້ຳຂອງ​ລະຫວ່າງ​ບ້ານ​ຫາດ ຫາ​ບ້ານ​ນາ ເມືອງ​ໂຂງ ຍາວ 718 ແມັດ ກວ້າງ 11 ແມັດ ມີ​ທາງ​ຍ່າງ​ສອງ​ເບື້ອງ ເບື້ອງ​ລະ 1,5 ແມັດ ແລະ ທາງ​ລົດ​ແລ່ນ​ກວ້າງ 8 ແມັດ ເຊິ່ງ​ໂຄງການ​ນີ້ ນອນ​ໃນ​ໂຄງການ​ກໍ່ສ້າງ​ຂົວ​ນ້ຳຂອງ​ດອນ​ໂຂງ ໄດ້​ຮັບ​ທຶນ​ຊ່ວຍເຫຼືອ​ຈາກ​ລັດຖະບານ ​ສປ ຈີນ 95% ແລະ ທຶນ​ສົມທົບ​ຂອງ​ລັດຖະບານ​ລາວ 5% ລວມ​ມູນ​ຄ່າ 34 ລ້ານ​ໂດ​ລາ​ສະຫະລັດ ໂດຍ​ມີ​ຈຸດປະສົງ​ກໍ່ສ້າງ​ຂົວ​ນ້ຳຂອງ ເຊື່ອມ​ຕໍ່​ລະຫວ່າງ​ບ້ານ​ຫາດ​ຫາ​ບ້ານ​ນາ ຂົວ​ແຕ່​ບ້ານ​ໂຂງ​ແຫຼມ​ຫາ​ບ້ານ​ດອນ​ສັນ ກໍ່ສ້າງ​ທາງ​ປູຢາງ​ແຕ່​ເສັ້ນທາງ​ເລກ​ທີ 13 ໃຕ້ ຫາ​ຂົວ​ບ້ານ​ຫາດ ແລະ ກໍ່ສ້າງ​ທ່າ​ບັກ​ແຕ່​ບ້ານ​ຫົວ​ໂຂງ​ພະ​ໃຫຍ່ ຫາ​ເມືອງ​ມຸນ​ລະ​ປະ​ໂມກ.

 

ທີ່ມາ :  http://www.vientianemai.net/teen/khao/1/11458

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...