spot_img
Homeຂ່າວທ້ອງຖິ່ນຫັດຖະກຳຕ່ຳຫູກ ບ້ານແສງຈະເລີນ  ແລະ ຍູກວາດແຂມ ບ້ານສະຫວັນ ໄດ້ຮັບຮອງເປັນສິນຄ້າໂອດັອບ

ຫັດຖະກຳຕ່ຳຫູກ ບ້ານແສງຈະເລີນ  ແລະ ຍູກວາດແຂມ ບ້ານສະຫວັນ ໄດ້ຮັບຮອງເປັນສິນຄ້າໂອດັອບ

Published on

 

ກຸ່ມຫັດຖະກຳຕ່ຳຫູກບ້ານແສງຈະເລີນຕ່ຳເຄື່ອງນຸ່ງຖື່ເຜົ່າລື, ສີ້ນເສື້ອ, ຜ້າສະໄບ ແລະກຸ່ມຫັດຖະກຳຍູກວດດ້ວຍການໃຊ້ຍອດແຂມບ້ານສົມສະຫວັນໄດ້ຖືກຮັບຮອງໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຈາກກົມສົ່ງເສີມ ແລະພັດທະນາສິນຄ້າກະຊວງອຸດສາຫະກຳ ແລະການຄ້າ.

ພິທີມອບການນຳໃຊ້ກາໝາຍໜຶ່ງ ເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ສິນຄ້າໂອດັອບ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ ຜ່ານມາທີ່ບ້ານສົມສະຫວັນເມືອງພຽງແຂວງໄຊຍະບູລີ ໃຫ້ກຽດມອບໂດຍທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ກ່າວຮັບແມ່ນທ່ານ ນາງ ນວນແສງ ປັນຍາວົງ ຕາງໜ້າບ້ານແສງຈະເລີນ ແລະ ທ່ານ ຫຸມແພງ ວຽງວິໄລ ຫົວໜ້າກຸ່ມຫັດຖະກຳຍູກວດແຂມ ບ້ານສົມສະຫວັນ ໂດຍເຂົ້າຮ່ວມມີທ່ານ ສົມບູນ ກຸມບາສິດ ຮອງເຈົ້າເມືອງໆພຽງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ໄດ້ກ່າວວ່າຜະລິດຕະພັນສິ້ນເສື້ອ, ຜ້າສະໄບເຜົ່າລື ພ້ອມຍູກວດແຂມຂອງເຜົ່າລາວ ເມືອງພຽງໄດ້ຮັບການຢັ້ງຢືນເປັນຜະລິດຕະພັນແຫ່ງຊາດຄື: ສິນຄ້າ ໂອດັອບ ໂດຍໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ຊາວບ້ານ, ຕະຫຼາດ ແລະຜູ້ຊົມໃຊ້ທີ່ໄດ້ຜະລິດຕະພັນທີ່ມີຄຸນນະພາບ ແລະ ສ່ວຍສົດງົດງາມຕື່ມອີກ.

ຄຽງຄູກັນນີ້ການມອບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແມ່ນເປົ້າໝາຍຂອງລັດຖະບານໃນການລົບ ລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ຫັນມາຊຸກຍູ້ສົ່ງເສີມກຸ່ມຫັດຖະກຳໃຫ້ຫຼາຍ, ເພື່ອເປັນການອະນຸລັກຮັກສາສີໄມ້ລາຍມືລວດລາຍເອກະລັກຂອງແຕ່ລະເຜົ່າໃຫ້ຄົງຢູ່ຄູ່ລູກຫຼານຕະຫຼອດໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...