Homeຂ່າວຕ່າງປະເທດຊູແອດ ກຽມເນລະເທດຜູ້ລີ້ໄພ 80 ພັນກວ່າຄົນ

ຊູແອດ ກຽມເນລະເທດຜູ້ລີ້ໄພ 80 ພັນກວ່າຄົນ

Published on

     ທ່ານ ອັງ​ເດ​ສ ອີ​ເກີ​ມັງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ຊູ​ແອັດ​ເປີດ­ເຜີຍ​ວ່າ ລັດ­ຖະ­ບານ​ກຽມ​ເນລະ­ເທດ​ຜູ້​ຂໍ​ລີ້​ໄພ​ຫຼາຍ​ເຖິງ 80 ພັນ​ຄົນ​ທີ່​ເຂົ້າ​ປະ­ເທດ​ໃນ​ປີ​ກ່ອນ ແລະຖືກ​ປະ­ຕິ­ເສດ​ການ​ຂໍ​ລີ້​ໄພ.

     ໜັງ­ສື­ພິມ​ຊູ​ແອັດ​ລາຍ​ງານ​ໂດຍ​ອ້າງ​ຄຳ​ກ່າວ​ຂອງ​ທ່ານ ອີ​ເກີ​ມັງ​ວ່າ ມີ​ຜູ້​ຂໍ​ລີ້​ໄພ​ທີ່​ຖືກ​ເນ­ລະ­ເທດ​ປະ­ມານ 60 ພັນ​ຄົນ ແຕ່​ອາດ​ຈະ​ເພີ່ມ​ຂຶ້ນ​ເປັນ 80 ພັນ​ຄົນ ລັດ­ຖະ­ບານ​ໄດ້​ຂໍ​ໃຫ້​ຕຳ­ຫຼວດ ແລະ ເຈົ້າ​ໜ້າ­ທີ່​ກວດ​ຄົນ​ເຂົ້າ​ເມືອງ​ດຳ­ເນີນ​ການ​ເລື່ອງ​ການ​ເນ­ລະ­ເທດ​ແລ້ວປົກ­ກະ­ຕິ​ແລ້ວ​ໃຊ້​ເຮືອ­ບິນ​ການ​ຄ້າ​ສົ່ງ​ກັບ​ຜູ້​ຖືກ​ປະ­ຕິ­ເສດ​ການ​ຂໍ​ລີ້​ໄພ ແຕ່​ເທື່ອ​ນີ້​ຕ້ອງ​ໃຊ້​ເຮືອ­ບິນ​ເຊົ່າ​ເໝົາ​ລຳ ເນື່ອງ​ຈາກ​ມີ​ຈຳ­ນວນ​ຫຼາຍ, ຊຶ່ງ​ຊູ​ແອັດ​ເປັນ​ໜຶ່ງ​ໃນ​ສະ­ມາ­ຊິກ​ສະ­ຫະ­ພາບ​ເອີ​ຣົບ​ທີ່​ຮັບ​ຜູ້​ລີ້​ໄພ​ຈຳ­ນວນ​ຫຼາຍ​ທີ່​ສຸດ​ເມື່ອ​ທຽບ​ກັບ​ອັດ­ຕາ​ສ່ວນ​ປະ­ຊາ­ກອນ 9,8 ລ້ານ​ຄົນ ໂດຍ​ປີ​ທີ່​ຜ່ານ​ມາ​ຮັບ​ຜູ້​ລີ້​ໄພ​ແລ້ວ 160 ພັນ​ຄົນ ແຕ່​ປີ​ນີ້​ຈຳ­ນວນ​ຜູ້​ຂໍ​ລີ້​ໄພ​ເດີນ­ທາງ​ເຂົ້າ​ຊູ​ແອັດ​ຫຼຸດ​ລົງ​ຫຼາຍ​ຕັ້ງ­ແຕ່​ຊູ​ແອັດ​ເລີ່ມ​ໃຊ້​ວິ­ທີ​ກວດ​ບັດປະ­ຈຳ­ຕົວ​ທີ່​ມີ​ພາບ​ຖ່າຍ ແລະຈັດ​ເກັບ​ຢູ່​ໃນ​ລະ­ບົບ​ກັບ​ຜູ້​ເດີນ­ທາງ​ໃນ​ວັນ​ທີ 4 ມັງ­ກອນ.

ທາງ​ການ​ຂໍ​ໃຫ້​ເພີ່ມ​ມາດ​ຕະ­ການ​ຮັກ­ສາ​ຄວາມ​ປອດ​ໄພ​ຕາມ​ສູນ​ຜູ້​ລີ້​ໄພ​ແອ​ອັດ ຫຼັງ​ຈາກ​ເກີດ​ເຫດ​ຊາວ​ໜຸ່ມ​ຊາຍ​ໃນ​ສູນ​ເຍົາ­ວະ​ຊົນ​ລີ້​ໄພ​ແທງ​ເຈົ້າ​ໜ້າ​ທີ່​​ເສຍ​ຊີ­ວິດ ແລະສະ­ພາບ​ຄວາມ​ແອ​ອັດ​ພາຍ​ໃນ​ສູນ​ອາດ​ເພີ່ມ​ຄວາມ​ຄຽດ​ໃຫ້​ເຍົາ­ວະ​ຊົນ​ທີ່​ລີ້​ໄພ​ສົງ­ຄາມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...