spot_img
Homeຂ່າວການພັດທະນາກະຊວງພະລັງງານຯເຜີຍ 148 ເມືອງທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100% ແລ້ວ!

ກະຊວງພະລັງງານຯເຜີຍ 148 ເມືອງທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100% ແລ້ວ!

Published on

ໃນ​ໄລຍະ 5 ປີ ຜ່ານ​ມາ ສາມາດ​ຈຳໜ່າຍ​ພະລັງງານ​ໄຟຟ້າອອກ​ຕ່າງປະເທດ ຄື: ໄທ ຫວຽດນາມ ກຳປູເຈຍ ໄດ້​ເພີ່ມ​ຂຶ້ນ 4 ເທົ່າ​ຕົວ​ທຽບໃສ່​ປີ 2010 ແລະ ຄາດ​ວ່າປີ 2016 ນີ້ ຈະ​ໄດ້​ເລີ່ມສົ່ງ​ຂາຍ​ໄຟຟ້າ​ໄປ​ປະເທດ​ມຽນ​ມາ ແລະ ແຕ່​ລະ​ປີ​ໂດຍ​ລວມ​ແລ້ວ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 300 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ.

ສະຫາຍ ​ດຣ. ຄຳ​ມະນີ ອິນ​ທິ​ລາດ ເລຂາ​ຄະນະ​ພັກ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງທີ X ຂອງ​ພັກ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີຜ່ານ​ມາ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດຖະ​ບານ ແລະ ດ້ວຍ​ຄວາມ​ເປັນເຈົ້າ​ການ ຕັ້ງໜ້າ​ບຸກ​ບືນ​ສູ້​ຊົນຂອງ​ຖັນ​ແຖວ​ສະມາຊິກ​ພັກ ພະນັກ​ງານ ແລະ ກຳມະກອນ​ໃນຂະແໜງ​ພະລັງງານ ແລະ ບໍ່​ແຮ່ ເຮັດ​ໃຫ້​ຂະແໜງການ​ດັ່ງກ່າວ ໄດ້​ຮັບ​ການ​ພັດທະນາ ແລະ ມີບາດກ້າວ​ຂະຫຍາຍຕົວ​ຢ່າງ​ແຂງແຮງ ເຊິ່ງ​ໄດ້​ສ້າງ​ພື້ນຖານ​ອັນໜັກ​ແໜ້ນ​ໃຫ້​ແກ່​ການ​ຫັນ​ເປັນອຸດສາຫະກຳ ແລະ ທັນ​ສະໄໝ ສາມາດ​ດຳລົງ​ບົດບາດ​ເປັນ​ເຈົ້ານຳ​ໜ້າ ໃນ​ລະບົບ​ພື້ນຖານ​ໂຄງລ່າງ​ເສດຖະກິດ​ແຫ່ງ​ຊາດ ຕະຫຼອດ​ໄລຍະ 30 ປີ ແຫ່ງ​ການປ່ຽນແປງ​ໃໝ່ ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຈິດໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ IX ຂອງ​ພັກ ເວົ້າສະເພາະ ໄດ້​ຍົກ​ສູງ​ວຽກ​ງານ​ພັດທະ​ນາ​ອຸດສາຫະກຳ ພະລັງງານ ໄຟຟ້າ ແລະ ບໍ່​ແຮ່ ຮັບ​ໃຊ້​ໜ້າທີ່ການເມືອງ​ຂອງ​ພັກ ແລະ ຕິດພັນ​ກັບ​ການ​ປະຕິບັດ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າໃນ​ການ​ພັດທະນາ​ຊົນນະບົດ ລຶບລ້າງ​ຄວາມທຸກ​ຍາກ ແລະ ປະຕິບັດ​ທົດ​ລອງ​ວຽກ​ງານ​ສາມ​ສ້າງ.

ສະເພາະ​ໃນ​ໄລຍະ 5 ປີ​ຜ່ານມາ​ນີ້ ຍອດ​ຜະລິດ​ຕະ​ພັນ​ຂອງ​ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ມີມູນ​ຄ່າ​ເຖິງ 94.342 ຕື້​ກີບ ກວມເອົາ 12% ຂອງ GDP ທຽບໃສ່ສົກ​ປີ 2006-2010 ເພີ່ມ​ຂຶ້ນ ປະມານ 9,22%.

ສະເພາະ​ການ​ພັດທະນາ​ອຸດສາ​ຫະ​ກຳ​ພະລັງງານ​ໄຟຟ້າ​ໃນໄລຍະ 5 ປີຜ່ານມາ ມີ​ຜົນສຳເລັດດັ່ງນີ້: ປີ 2015 ທົ່ວ​ປະເທດ​ມີແຫຼ່ງ​ຜະລິດ​ໄຟຟ້າ​ທີ່​ສ້າງ​ສຳເລັດ 38 ແຫ່ງ ດ້ວຍ​ມູນ​ຄ່າ​ການ​ລົງ ທຶນ​ສູງ​ເຖິງ 10 ຕື້​ໂດ​ລາ​ສະຫະລັດ ມີ​ກຳລັງ​ການ​ຜະລິດ 6.000 ກວ່າ​ເມ​ກາ​ວັດ ເພີ່ມ​ຂຶ້ນ 26 ແຫ່ງ ປຽບທຽບ​ໃສ່​ເມື່ອ​ກ່ອນ ປີ 2015 ທົ່ວ​ປະເທດ​ມີ 148 ເມືອງ ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ 100% ໃນ​ນັ້ນ ມີ 85,54%  ຂອງ​ຈຳນວນ​ບ້ານ ແລະ 89,78% ຂອງ​ຈຳນວນ​ຄອບຄົວ ໃນ​ທົ່ວ​ປະເທດ​ມີ​ໄຟຟ້າ​ໃຊ້​ຖາ ວອນ ລື່ນ​ປີ 1975 ຫຼາຍ​ເຖິງ 200 ເທົ່າ​ຕົວ ແລະ ລື່ນ​ແຜນ ການ​ທີ່​ວາງ​ໄວ້ 9,78%. ພ້ອມ ກັນ​ນັ້ນ ການ​ພັດທະນາ​ພະລັງ ງານ​ທາງ​ເລືອກ​ໃໝ່ ເຊັ່ນ: ພະລັງ ງານ​ຈາກ​ແສງ​ຕາເວັນ ຢູ່​ເຂດ ຫ່າງ​ໄກ​ສອກຫຼີກ ກໍ່​ໄດ້​ຮັບ​ການ ພັດທະນາ​ເຊັ່ນ​ກັນ ມາ​ຮອດ​ກາງ ປີ 2015 ການ​ຊົມໃຊ້​ໄຟຟ້າ​ແສງ ຕາເວັນ​ມີ 14.327 ຄອບຄົວ ເທົ່າ ກັບ 1,27% ຂອງ​ຄອບຄົວ​ໃນ​ທົ່ວ ປະເທດ ພະລັງງານ​ລົມ ຊີວະ ພາບ ຊີວະ​ມວນ ແລະ ພະລັງ ງານ​ອື່ນໆ ກໍ່​ໄດ້​ມີ​ການ​ກະກຽມ ພັດທະນາ​ໃຫ້​ຕໍ່​ເນື່ອງ​ຢູ່​ບາງ​ທ້ອງ ຖິ່ນ​ທີ່​ມີ​ເງື່ອນໄຂ.

ສຳລັບ​ການ​ຂະຫຍາຍ​ໄຟຟ້າ ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ຢູ່​ຊົນ​ນະ ບົດ​ຫ່າງ​ໄກ​ສອກຫຼີກ​ກໍ່​ໄດ້​ມີ​ນະ​ໂຍ ບາຍ​ການ​ຕິດ​ຕັ້ງ​ໄຟຟ້າ​ເຂົ້າ​ເຮືອນ​ໃຫ້​ກ່ອນ ແລ້ວ​ຈຶ່ງ​ຊຳລະ​ແບບ ຜ່ອນຜັນ​ດ້ວຍ​ການ​ຄິດໄລ່​ເຂົ້າ ໃນ​ການ​ຊົມໃຊ້​ໄຟຟ້າ ໃນ​ແຕ່​ລະ ເດືອນ  ອັນ​ໄດ້​ເຮັດ​ໃຫ້​ປະຊາຊົນ ມີ​ຄວາມ​ເພິ່ງ​ພໍໃຈ ແລະ ເຮັດ​ໃຫ້ ເຂົາເຈົ້າ​ມີ​ເງື່ອນໄຂ​ພັດທະນາ​ຊີ ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...