Homeຂ່າວເຫດການປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອົດສະຕຣາລີ ຄົບຮອບ 228 ປີ!

ປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອົດສະຕຣາລີ ຄົບຮອບ 228 ປີ!

Published on

ຂປລ.ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ ​ເຖິງ ​ທ່ານ ປີເຕີ ໂກສກຣົບ ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບ ອົດສະຕຣາລີ ເນື່ອງ​ໃນ​ໂອກາດ​ວັນຊາດ ຄົບຮອບ 228 ປີທີ່​ນະຄອນຫລວງ​ແຄນ​ເບີຣາ.

​ເນື້ອ​ໃນ​ສານ​ລະບຸ​ວ່າ: ເນື່ອງ ​ໃນ​ໂອ​ກາດ​ວັນ​ຊາດອົດ​ສະ​ຕ​ຣາ​ລີ ຄົບ​ຮອບ 228 ປີ​, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​​ ທ່ານ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອົດ​ສະ​ຕ​ຣາ​ລີ ທຸກ​ຖ້ວນ​ໜ້າ.

ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ລະ​ຫວ່າງ ສ​ປ​ປ ລາວ ແລະ ອົດ​ສະ​ຕ​ຣາ​ລີ ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ. ລັດຖະບານ​ແລະ ປະຊາຊົນ​ລາວຕີ​ລາຄາ​ສູງ ​ແລະ ຮູ້​ບຸນຄຸນຕໍ່​ການ​ຊ່ວຍ​ເຫລືອ ​ແລະ ການສະໜັບສະໜູນ​ຂອງ​ລັດຖະບານ​ ແລະປະຊາຊົນອົດ​ສະຕຣາລີ​ ໃຫ້​ແກ່ ສປປ ລາວ ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ ອັນ​ໄດ້​ປະກອບສ່ວນສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ–ສັງ​ຄົມ​ຂອງ ສ​ປ​ປ ລາວ. ຂ້າ ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ​ສາຍ​ພົວ​ພັນ ແລະ ການ​ຮ່ວມ​ມື​ທີ່​ດີ​ດັ່ງ​ກ່າວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ພ້ອມ​ດຽວ​ກັນ​ນີ້, ຂ້າ ​ພະ​ເຈົ້າ​ກໍ​ຫວັງ​ຢ່າງ​ຍິ່ງວ່າ ລັດ​ຖະ​ບານ ອົດ​ສະ​ຕ​ຣາ​ລີ ຈະສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ ສ​ປ​ປ ລາວ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ລວມ​ທັງ​ການ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016 ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ.

ຂ້າພະ​ເຈົ້າຂໍຖື​ໂອ​ກາດນີ້​ ອວຍພອນ​ໃຫ້ ທ່ານຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ ໃນ​ພາລະກິດອັນ​ສູງ​ສົ່ງ​ຂອງ​ທ່ານ ແລະ ຂໍ​ໃຫ້​ປະ​ຊາ​ຊົນ​ອົດ​ສະ​ຕ​ຣາ​ລີ ຈົ່ງ​ສືບ​ຕໍ່​ມີ​ຄວາມວັດ​ທະ​ນາ​ຖາ​ວອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...