Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂັບໄວແຫກໂຄ້ງ! ເສຍຊີວິດຄາທໍ່ນ້ຳກ້ອງທາງ ເຂດບ້ານຈຳປາ ຕຳຫລວດເຕືອນ ໃຫ້ລະວັງຖະໜົນມື່ນ!

ຂັບໄວແຫກໂຄ້ງ! ເສຍຊີວິດຄາທໍ່ນ້ຳກ້ອງທາງ ເຂດບ້ານຈຳປາ ຕຳຫລວດເຕືອນ ໃຫ້ລະວັງຖະໜົນມື່ນ!

Published on

ຊາຍໜຸ່ມຂັບລົດຈັກດ້ວຍຄວາມໄວສູງ ເສຍຫລັກເລີຍໂຄ້ງຕຳກັບຂອບທາງ ຟົ້ງໄປກ້ອງທໍ່ນ້ຳເສຍຂ້າງທາງ ເສຍຊີວິດຄາທີ່.

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທ່ຽງຄືນຂອງວັນທີ 25 ມັງກອນນີ້, ຢູ່ຖະໜົນເລກທີ 11, ເຂດບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິບັດລົດຈັກໂນວາ ບໍ່ມີໝາຍເລກທະບຽນ ຂັບຂີ່ມາແຕ່ທາງບ້ານວຽງຄຳ ມຸ່ງໜ້າໄປທາງບ້ານໃໝ່ ເມືອງສີໂຄດຕະບອງ, ດ້ວຍຄວາມໄວສູງ ແລ້ວເກີດເຫດເສຍຫລັກ ເລີຍໂຄ້ງໄປຕຳເອົາຂອບທາງ ເຮັດໃຫ້ຕີນໜ້າຂອງລົດຈັກເປ່ເພໜັກ, ສ່ວນຄົນຂັບນອນເສຍຊີວິດ ຢູ່ໃນທໍ່ນ້ຳເສຍກ້ອງເສັ້ນທາງ.

ເຈົ້າໜ້າທີ່ ຍັງໃຫ້ຮູ້ວ່າ: ປັດຈຸບັນຢູ່ປະເທດເຮົາ ໄດ້ພົບກັບສະພາບອາກາດໜາວແຮງຜິດປົກກະຕິ ເຮັດໃຫ້ບາງພື້ນທີ່ມີນ້ຳໝອກກ້າມ ແລະ ຖະໜົນມື່ນ ອາດພາໃຫ້ເກີດອຸປະຕິເຫດໄດ້ງ່າຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ທຸກຄົນ ຈົ່ງມີສະຕິໃນການຂັບຂີ່ ແລະ ຄວນຫລີກເວັ້ນ ການຂັບຂີ່ໃນຍາມຄ່ຳຄືນ ແມ່ນຈະເປັນການດີທີ່ສຸດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...