spot_img
Homeຂ່າວຕ່າງປະເທດອິຕາ​ລີ​ກຽມ​ສ້າງ ​ທໍ່​ສົ່ງ​ເຊື້ອ​ເພີງ​ໃຫ້​ອີຣານ

ອິຕາ​ລີ​ກຽມ​ສ້າງ ​ທໍ່​ສົ່ງ​ເຊື້ອ​ເພີງ​ໃຫ້​ອີຣານ

Published on

    ບໍລິສັດ​ຂອງ​ອິຕາ​ລີ​ກຽມ​ສ້າງ​ທໍ່​ສົ່ງ​ເຊື້ອ​ເພີງ​ໃຫ້​ແກ່​ອີຣານ ຊຶ່ງ​ເປັນ​ໜຶ່ງ​ໃນ​ຂໍ້​ຕົກລົງ​ການ​ຄ້າ ​ແລະ ການ​ລົງທຶນ​ທີ່​ມີ​ການ​ລົງ​ນາມ ​ໃນ​ໂອກາດ​ທີ່​ປະທານາທິບໍດີ​ອີຣານຢ້ຽມຢາມ​ນະຄອນຫຼວງ​ໂຣມຢ່າງ​ເປັນ​ທາງ​ການ.

    ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ໂຣມຂອງ​ອິຕາ​ລີ​ໃນ​ວັນ​ທີ 26 ມັງກອນ​ວ່າ ທ່ານ ດິຮັສຊັນ ​ໂຣຮາ​ນີ ຜູ້ນຳ​ອີຣານ ​ແລະ ທ່ານ ມັດ​ເຕ​ໂອ​ເຣນ ນາຍົກລັດຖະມົນຕີອິຕາລີ​ຮ່ວມ​ເປັນ​ສັກ​ຂີ່​ພະຍານ​ໃນ​ການ​ລົງ​ນາມ​ຂໍ້​ຕົກລົງ​ທາງ​ການ​ຄ້າ ​ແລະ ການ​ລົງທຶນ​ຫຼາ​ຍສະບັບ​ລະຫວ່າງ​ທັງ​ສອງ​ປະ​ເທດ​ໃນ​ວັນ​ທີ 25 ມັງກອນ ຊຶ່ງ​ສັນຍາ​ທັງ​ໝົດ​ມີ​ມູນ​ຄ່າ​ລວມສູງ​ສຸດ 17 ຕື້​ເອີ​ໂຣ ​ໃນ​ຈຳນວນ​ນີ້ລວມ​ເຖິງ​ຂໍ້​ຕົກລົງ​ກໍ່ສ້າງ​ທໍ່​ສົ່ງ​ພະລັງງານ​ມູນ​ຄ່າ 5 ຕື້​ເອີ​ໂຣ ​ໂດຍ​ບໍລິສັດ​ໄຊ​ເປ​ມຂອງ​ອິຕາ​ລີ, ຊຶ່ງອິຕາ​ລີ​ຖື​ເປັນ​ໜຶ່ງ​ໃນ​ປະ​ເທດຄູ່​ຄ້າ​ທີ່​ສຳຄັນ​ຂອງ​ອີຣານ ​ເຖິງ​ແມ່ນ​ວ່າ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ຫຼຸດ​ລົງ​ຈາກ 7 ຕື້​ເອີ​ໂຣ​ໃນ​ໄລຍະ​ການ​ລົງ​ໂທດ ລົງ​ມາ​ເຫຼືອ​ພຽງ 1,5 ຕື້​ເອີ​ໂຣ ​ແຕ່​ລັດ ຖະບານ​ອີຣານຫວັງ​ວ່າ ຈະ​ສາມາດ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ອິຕາ​ລີ​ໃຫ້​ໄດ້ 3 ຕື້​ເອີ​ໂຣພາຍ​ໃນ​ປີ 2018.

ການ​ເດີນທາງ​ຢ້ຽມຢາມ​ອິຕາ​ລີ​ໃນ​ເທື່ອ​ນີ້​ຖື​ເປັນ​ການ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ໃນ​ຮອບ 17 ປີ ຂອງ​ຜູ້ນຳ​ອີຣານ ​ໂດຍ​ຫຼັງ​ຈາກ​ນີ້​ທ່ານ ​ໂຣຮາ​ນີ ມີ​ກຳນົດ​​ຢ້ຽມຢາມ​ຝຣັ່ງ ຄາດ​ວ່າ ຈະ​ມີ​ການ​ລົງ​ນາມ​ຂໍ້​ຕົກລົງ​ສະບັບ​ສຳຄັນ​ ລວມທັງ​ການ​ສັ່ງ​ຊື້​ເຮືອບິນ​ແອ​ບັສ ​ແລະ ການ​ສ້າງ​ຄວາມ​ສຳພັນ​ກັບ​ບໍລິສັດ​ຜະລິດ​ລົດ​ລາຍ​ໃຫຍ່​ຂອງ​ຝຣັ່ງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...