spot_img
Homeຂ່າວຕ່າງປະເທດຊາ​ອຸ​ດິດອາຣັບບີ​ ດຶງ​ດູດ​ເອຟດີ​ໄອ ​​ສູ້​ລາຄາ​ນ້ຳມັນ​ລົງ

ຊາ​ອຸ​ດິດອາຣັບບີ​ ດຶງ​ດູດ​ເອຟດີ​ໄອ ​​ສູ້​ລາຄາ​ນ້ຳມັນ​ລົງ

Published on

    ທາງ​ການ​ຊາ​ອຸ​ດິດອາຣັບບີ​ເລັ່ງດຶງ​ດູດ​ເງິນ​ລົງທຶນ​ເພີ່ມ​ຈາກ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ທີ່​ບໍ່​ກ່ຽວ​ກັບ​ນ້ຳມັນ ຫຼັງ​ຈາກ​ລາຄາ​ນ້ຳມັນ​ໃນ​ປະຈຸ​ບັນ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.

   ທ່ານ ອັບ​ດຸນ​ລາ​ທິຟ ອັລ-ອໍ​ມານ ຜູ້​ວ່າ​ການ​ສຳນັກງານ​ການ​ລົງທຶນ​ທົ່ວ​ໄປ​ແຫ່ງ​ຊາ​ອຸ​ດິດອາຣັບບີ ກ່າວ​ວ່າ ຕັ້ງ​ເປົ້າ​ທີ່​ຈະ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ(​ເອຟດີ​ໄອ)​ເພີ່ມ​ຕື່ມ​ອີກ​ຢ່າງ​ໜ້ອຍ 2 ​ເທົ່າ​ພາຍ​ໃນ​ 10 ປີ​ຕໍ່ໜ້າ ​ໂດຍ​ຈະ​ເນັ້ນ​ພາກ​ອຸດສາຫະກຳ​ໃໝ່ໆ​ເຊັ່ນ: ບໍ່​ແຮ່, ການ​ເບິ່ງ​ແຍງ​ສຸຂະພາບ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ(​ໄອ​ທີ). ນອກຈາກ​ນີ້ ທ່ານ ອໍ​ມານ​ກ່າວ​ວ່າ ກຳລັງ​ຫາ​ທາງ​ເພີ່ມຂີດ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ໃຫ້​ກັບ​ຂະ​ແໜງ​ທຸລະ​ກິດ​ຂອງ​ປະ​ເທດ ​ໂດຍ​ເລັ່ງ​ເຝຶກ​ອາຊີບ​ໃຫ້​ກັບ​ປະຊາຊົນ ລວມ​ເຖິງ​ພັດທະນາ​ການ​ສຶກສາ ​ແລະ ນະ​ວັດຕະ​ກຳ ​ໂດຍ​ແຜນ​ດັ່ງກ່າວ ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປັບປຸງ​ນະ​ໂຍບາຍ​ເສດຖະກິດ​ຂະໜາດ​ໃຫຍ່​ຂອງລັດ​ຖະບານ​ຊາ​ອຸ​ດິດ ອາຣັບບີ​ເນື່ອງ​ຈາກ​ລັດຖະບານ​ພະຍາຍາມ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ຍຸ​ກລາຄາ​ນ້ຳມັນ​ຖືກ.

ຢ່າງ​​ໃດ​ກໍ​ຕາມ ທາງ​ການ​ຊາ​ອຸ​ດິດອາຣັບບີ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ອຸປະສັກ​ສຳຄັນ​ເຊັ່ນ: ລະ​ບົບລັດຖະການ​ເຊັ່ນ: ລະບົບ​ລັດຖະ​ການ​ຫຼ້າ​ຊ້າ ​ແລະ ກົດໝາຍ​ທີ່​ຫຼ້າ​ສະ​ໄໝ​ຊຶ່ງ​ເຮັດ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ ລວມ​ເຖິງ​ບັນຫາ​ລາຄາ​ນ້ຳມັນ​ຫຼຸດ​ລົງ​ຖ່ວງ​ດຶງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ໃນ​ປະຈຸ​ບັນ. ຂໍ້​ມູນ​ຂອງ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ຄ້າ ​ແລະ ການ​ພັດທະນາ(ອັງ​ຖັດ)ລະບຸ​ວ່າ ​ເອຟດີ​ໄອ​ຂອງ​ຊາ​ອຸ​ດິດອາຣັບບີ​ເຄີຍ​ຈຸ​ລະດັບ​ສູງ​ສຸດ​ຄື 40 ຕື້​ໂດ​ລາ​ສະຫາລັດໃນ​ປີ 2009 ​ແຕ່​ຫຼັງ​ຈາກ​ນັ້ນ​ກໍ່​ຫຼຸດ​ລົງ​ຕໍ່​ເນື່ອງ ​ແລະ ມາ​ຢູ່​ທີ່ 8 ຕື້​ໂດ​ລາ​ໃນ​ປີ 2014.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...