spot_img
Homeຂ່າວຕ່າງປະເທດລາຄາ​ນໍ້າມັນ​ດິບ ຫຼຸດລົງອີກ​ຄັ້ງ ຫຼັງປັບ​ຕົວ​ຂຶ້ນ ​ເມື່ອ​ອາທິດ​ກ່ອນ

ລາຄາ​ນໍ້າມັນ​ດິບ ຫຼຸດລົງອີກ​ຄັ້ງ ຫຼັງປັບ​ຕົວ​ຂຶ້ນ ​ເມື່ອ​ອາທິດ​ກ່ອນ

Published on

    ລາຄາ​ນໍ້າມັນ​ດິບຫຼຸດລົງ​ອີກ​ເມື່ອ​ວັນ​ທີ 25 ມັງກອນ​ຜ່ານ​ມາ ຫຼັງປັບ​ຕົວ​ຂຶ້ນ​ເມື່ອ​ອາທິດ​ກ່ອນ ​ໃນ​ຂະນະ​ທີ່​ກຸ່ມ​ຜູ້​ຄ້າ​ນໍ້າມັນ​ຢ່າງ​ໂອ​ເປ​ກ ອອກ​ມາ​ຮຽກຮ້ອງ​ຂໍ​ຄວາມ​ຮ່ວມ​ມື​ແກ້​ບັນຫາ​ລາຄາ​ນໍ້າມັນ​ທີ່​ກຳລັງ​ຕົກ​ຕໍ່າ​ໃນ​ຂະນະ​ນີ້.

ລາຄາ​ນໍ້າມັນ​ດິບ​ເບຣນ ຈາກ​ທະ​ເລ​ເໜືອທີ່​ຕະຫຼາດລອນ​ດອນ​ຂອງ​ສະຫະຣາຊະ​ອານາຈັກຫຼຸດລົງ 6,3 % ມາ​ຢູ່​ທີ່30,15 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣວ ຫຼັງ​ເພີ່ມ​ຂຶ້ນ10% ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ​ໃນ​ຂະນະ​ທີ່​ລາ​ຄາ​ນໍ້າມັນ​ດິບ​ອາ​ເມ​ລິ​ກາຫຼຸດລົງ​ມາ7,1% ມາ​ຢູ່​ທີ່ 29,90 ​ໂດ​ລາ​ຕໍ່​ບາ​ເຣວ ການຫຼຸດລົງ​ຂອງ​ນໍ​້າມັນ​ດິບ​ໂລກຫຼ້າສຸດ​ນີ້ ມີ​ຂຶ້ນ​ຂະນະ​ທີ່​ຜູ້ນຳ​ໂອ​ເປ​ກອອກ​ມາ​ຮຽກຮ້ອງ​ໃຫ້​ປະ​ເທດ​ຜູ້​ຜະລິດ​ນໍ້າມັນ​ທຸກ​ປະ​ເທດ ​ເຮັດ​ວຽກຮ່ວມ​ກັນ​ເພື່ອ​ແກ້​ບັນຫາ​ລາ​ຄາ​ນໍ້າມັນ​ຊຶ່ງ ທ່ານ ອັບ​ດຸນ​ເລາະ ອັນ​ບາດຣີ ​ເລຂາທິການ​ໂອ​ເປ​ກກ່າວ​ວ່າ: ຜູ້​ຜະລິດ​ນໍ້າມັນ​ທັງ​ທີ່​ເປັນ​ສະມາຊິກ​ໂອ​ເປ​ກ ​ແລະ ທີ່​ບໍ່​ແມ່ນ​ສະມາຊິກ​ນັ້ນ ຈຳ​ເປັນ​ຕ້ອງ​ແກ້​ບັນຫາ​ອຸປະ​ທານຫຼາຍ​ເກິ​ນ​ໄປ (Oversupply) ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ຂະນະ​ນີ້ ​ເພື່ອ​ຊ່ວຍ​ໃຫ້​ລາຄາ​ນໍ້າມັນ​ກັບ​ມາ​ສູງ​ຂຶ້ນ.

   ​ໂດຍ​ປັດຈຸບັນ​ໂອ​ເປ​ກມີ​ສ່ວນ​ຮັບຜິດຊອບ​ເກືອບ 42 % ຂອງ​ການ​ຜະລິດ​ນໍ້າມັນ​ດິບ​ໂລກ​ໃນ​ຂະນະ​ທີ່​ກຸ່ມ​ຜູ້​ຜະລິດ​ນໍ້າມັນ​ຢ່າງ​ໂອ​ເປ​ກກຳລັງ​ກັງວົນ​ກັບ​ລາຄາ​ທີ່​ຕົກ​ຕໍ່າລົງ ອີກ​ດ້ານໜຶ່ງຂອງ​ການ​ປັບ​ຕົວ​ລົງ​ຂອງ​ລາຄາ​ນໍ້າມັນ​ນັ້ນ​ກັບ​ເປັນ​ຜົນ​ດີ​ໃນ​ບາງ​ທຸລະ​ກິດ​ທີ່​ຕ້ອງການ​ຟື້ນ​ຕົວ​ເຊັ່ນ: ທຸລະ​ກິດ​ສາຍ​ການບິນ​ເປັນ​ຕົ້ນ ຫຼັງຈາກ​ການ​ຂາດ​ທຶນ​ຢ່າງຕໍ່​ເນື່ອງ​ມາ​ດົນ​ນານ​ຈາກ​ລາຄາ​ນໍ້າມັນ​ທີ່​ສູງ ( ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...