Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ໂຮມຊຸມນຸມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ!

ກະຊວງປ້ອງກັນປະເທດ ໂຮມຊຸມນຸມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ!

Published on

ຂປລ. ກອງຊວງປ້ອງກັນປະເທດ ໄດ້ຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ (20/1/1949-20/1/2016) ຂຶ້ນໃນວັນທີ່ 25 ມັງກອນນີ້ ຢູ່ ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດ ເຂົ້າຮ່ວມຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງ ກັນປະເທດ, ສະຫາຍພົນຕີ ກົງທອງ ພົງພິຈິດ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະ ນະນຳ ພ້ອມດ້ວຍພະນັກງານນັກຮົບກຳລັງ ປກສ ແລະ ກົມກອງ​ເຂດ​ໃຈກາງ​ ນະຄອນຫລວງ​ວຽງ​ຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດຂຶ້ນກ່າວປາ​ໃສງານສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ຄົບຮອບ 67 ປີ. ສະຫາຍ ພົນໂທ ແສງນວນ ກ່າວວ່າ: ກ່ອນໜ້ານີ້ 67 ປີ ຄືວັນທີ 20 ມັງກອນ 1949 ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງ ຕ້ອງການຂອງພາລະກິດ ຕໍ່ສູ້ກູ້ຊາດຢູ່ເຂດທີ່ໝັ້ນຖໍ້າແມ່ຂອງ ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ກອງທັບ ລາວອິດສະຫລະ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນ ຜູ້ນຳພາ ແລະ ບັນຊາໂດຍກົງນັ້ນ ເປັນວັນແຫ່ງການເຕົ້າໂຮມ ບັນດາກອງປະກອບອາວຸດ ທີ່ໄດ້ສ້າງຕັ້ງຂຶ້ນ ໃນບໍລິ ເວນຕ່າງໆໃນທົ່ວປະເທດ ເຂົ້າເປັນກອງທັບປະຊາຊົນລາວ ໃນປັດຈຸບັນ ແລະ ເປັນຂີດໝາຍໃໝ່ທີ່ຢັ້ງຢືນ ເຖິງການເຕີບໃຫ່ຍຂະຫຍາຍຕົວ ຂອງກຳລັງປະກອບອາວຸດ ປະຕິວັດຂອງພວກເຮົາ.

002 kongthap 2ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ກ່າວຕື່ມອີກວ່າ: ຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງ ເປັນປະຫວັດສາດຂອງກອງທັບເຮົາ ທີ່ຍາດມາໄດ້ໃນໄລຍະ 67 ປີ ທີ່ຜ່ານນັ້ນ, ກ່ອນອື່ນ ແມ່ນໄດ້ມາຈາກການນຳ ພາອັນຖືກຕ້ອງ ສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ສ້າງຕັ້ງນຳພາ ແລະ ສຶກສາອົບຮົມກອງທັບເຮົາຕະຫລອດມາ, ພັກໄດ້ວາງແນວທາງລວມ ແລະ ແນວທາງການທະຫານ ຢ່າງມີຫົວຄິດ ປະດິດສ້າງ ຖືກກັບເງື່ອນໄຂຂອງ ສະພາບການໃນແຕ່ລະໄລຍະ, ໄດ້ວາງຍຸດທະສາດ ການຕໍ່ສູ້ຢ່າງຖືກຕ້ອງ ແລະ ຍຸດໂທບາຍທີ່ ຄ່ອງແຄ້ວ, ມີໄຫວພິບ, ນຳໃຊ້ ແລະ ສົມທັບບັນດາຮູບການ ຕໍ່ສູ້ຢ່າງແໜ້ນແຟ້ນກັບກຳລັງແຮງ ຂອງຍຸກສະໄໝ, ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຍາດແຍ່ງເອົາການສະໜັບສະໜູນ ຈາກເພື່ອນມິດ ແລະ ບັນດາກຳລັງທີ່ກ້າວໜ້າໃນທົ່ວໂລກ. ກອງທັບເຮົາ ໄດ້ພ້ອມກັບປວງຊົນລາວຜູ້ຮັກຊາດ ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ທົນທານໜຽວແໜ້ນ ແລະ ບໍ່ຍອມຈຳ ນົນເຮັດໃຫ້ການປະຕິວັດເຮົາ ໄດ້ຮັບໄຊຊະນະອັນສະຫງ່າງາມເລື້ອຍໆມາ ສາມາດຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືໃຫ້ປະລາໄຊລົງ ລົບລ້າງລະບອບເກົ່າ ທີ່ຄອບງຳປະເທດເຮົາມາຫລາຍຮ້ອຍປີ ແລະ ສະຖາປະນາລະບອບໃໝ່, ລະບອບທີ່ປະຊາຊົນທຸກເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດທີ່ແທ້ຈິງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...