Homeມູມໄອທີລາວ6tag ກຳລັງພັດທະນາແອັບເປັນແບບ Universal Windows App

6tag ກຳລັງພັດທະນາແອັບເປັນແບບ Universal Windows App

Published on

Rudy Huyn ນັກພັດທະນາແອັບພິເຄຊັ່ນຄົນຝຣັ່ງຂວັນໃຈຜູ້ໃຊ້ Windows Phone ທີ່ມີຜົນງານຍອດນິຍົມຫຼາຍຢ່າງເທິງ Windows Phone Store ໜຶ່ງໃນນັ້ນກໍຄື ແອັບພິເຄຊັ່ນ 6tag ເຊິ່ງເປັນແອັບ 3rd party ທີ່ນຳມາພັດທະນາຕໍ່ຈາກ Instagram ທີ່ເປັນແອັບຢ່າງເປັນທາງການ, ເນື່ອງຈາກວ່າໃນຊ່ວງໄລຍະນັ້ນແອັບ Instagram ເທິງ Windows Phone ບໍ່ຄ່ອຍມີການອັບເດດໃດໆເລີຍເຮັດໃຫ້ໂຕແອັບບໍ່ທັນສະໄໝຄຸນສົມບັດຕ່າງໆກໍນຳບໍ່ທັນ 2 ລະບົບ ຫຼາຍໆຄົນຈຶ່ງເລືອກມາໃຊ້ງານແອັບ 6tag ຫຼາຍກວ່າ ເພາະວ່າຄຸນສົມບັດຕ່າງໆເກືອບຄືກັນກັບລະບົບ Android ແລະ iOS ທັງໝົດ, ບາງຄຸນສົມບັດຍັງພິເສດກວ່າເພາະມີສະເພາະແຕ່ແອັບ 6tag ເທົ່ານັ້ນ. ເຊິ່ງໃນຕອນນີ້ Rudy Huyn ມີບໍລິສັດເປັນຂອງຕົນເອງແລ້ວຊື່ວ່າ 6studio

ໃນມື້ນີ້ເອງ Rudy Huyn ໄດ້ປະກາດວ່າກຳລັງເຮັດແອັບ 6tag ແບບ Universal Windows App ເພື່ອໃຫ້ສາມາດໃຊ້ງານໄດ້ທັງ PC ແລະ Mobile. ໂຕແອັບພິເຄຊັ່ນຄາດວ່າຈະພັດທະນາແລ້ວປະມານ 2 ເດືອນ ແລະເຈົ້າໂຕບອກວ່າຈະປ່ອຍເວີຊັ່ນທົດສອບ (Beta) ອອກມາໃຫ້ທົດສອບກັນໃນໄວໆນີ້.

  ຖ້າຫາກແອັບເວີຊັ່ນສົມບູນອອກມາແລ້ວຫຼາຍໆຄົນຄົງຈະປ່ຽນມາໃຊ້ແອັບ 6tag ແທນແອັບ Instagram ຢ່າງແນ່ນອນ ເພາະຄຸນສົມບັດທີ່ພິເສດກວ່າໃຜແລະບໍ່ມີໃນແອັບຢ່າງເປັນທາງການ ^^

ທີ່ມາ: wmpoeruser

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...