Homeຂ່າວຕ່າງປະເທດພາຍຸຫິມະຖະຫລົ່ມ ສະຫະລັດອາເມຣິກາ ມີຜູ້ເສຍຊີວິດແລ້ວ ລວມ 19 ຄົນ!

ພາຍຸຫິມະຖະຫລົ່ມ ສະຫະລັດອາເມຣິກາ ມີຜູ້ເສຍຊີວິດແລ້ວ ລວມ 19 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມັງກອນນີ້ວ່າ ພາຍຸຫິມະໄດ້ພັດຖະຫລົ່ມ ຫລາຍພື້ນທີ່ຂອງສະຫະລັດອາເມຣິກາ ຊຶ່ງສົ່ງຜົນກະທົບເຮັດໃຫ້ ເກີດການທັບຖົມຂອງຫິມະສູງ ຈົນເຮັດໃຫ້ການສັນຈອນ ເປັນອຳມະພາດໃນຫລາຍພື້ນທີ່ຂອງລັດຕ່າງໆເຊັ່ນ: ເທັນເນັສຊີ, ຈໍເຈຍ, ເຄັນຕັກກີ, ນ໊ອດແຄໂຣໄລນາ, ນິວເຈີຊີ, ເວີຈິເນຍ, ເວສເວີຈິເຈຍ, ແມຣີແລນ, ເພນຊິນວາເນຍ ແລະ ນິວຢອກ ໂດຍທາງການແຕ່ລະລັດ ໄດ້ອອກຄຳສັ່ງພາວະສຸກເສີນ ເຕືອນປະຊາຊົນ ໃຫ້່ມີຄວາມລະມັດລະວັງ ໃນການເດີນທາງ.

ນອກຈາກນີ້ ສະຖານະການພາຍຸຫິມະດັ່ງກ່າວ ຍັງສົ່ງຜົນເຮັດໃຫ້ ມີຜູ້ເສຍຊີວິດຢ່າງຕໍ່ເນື່ອງ ຊຶ່ງຮອດປັດຈຸບັນ ລວມ 19 ຄົນແລ້ວ ໂດຍໃນນີ້ 13 ຄົນ ເສຍຊີວິດຈາກອຸບັດເຫດ ເນື່ອງຈາກທັດສະນະວິໄສການຂັບຂີ່ບໍ່ຊັດເຈນ ອີກ 3 ຄົນ ເສຍຊີວິດໃນລະຫວ່າງກວາດຫິມະ, ເສຍຊີວິດຈາກອາກາດປອດບວມ 2 ຄົນ ແລະ ອີກ 1 ຄົນ ຍັງບໍ່ເປີດເຜີຍລາຍລະອຽດ.

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...