spot_img
Homeຂ່າວທ້ອງຖິ່ນຫາດຊາຍຟອງ ເປີດຂະບວນການດຳນາ ດ້ວຍກົນຈັກທັນສະໄໝ

ຫາດຊາຍຟອງ ເປີດຂະບວນການດຳນາ ດ້ວຍກົນຈັກທັນສະໄໝ

Published on

ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດການ​ສາທິດການ​ດຳນາ​ດ້ວຍ​ກົນ​ຈັກ​ທີ່​ທັນ​ສະໄໝ ​ໃຫ້​ກັບ​ກຸ່ມ​ສະຫະກອນ​ຜະລິດ​ກະສິ​ກຳ​ຢູ່​ບ້ານ​ສິມ​ມະໂນ ເຊິ່ງ​ເປັນ​ກຸ່ມ​ຜະລິດ​ກະສິກຳ​ທີ່​ຫາ​ກໍ່ສ້າງ​ຂຶ້ນ​ໃໝ່ ແລະ ໄດ້​ຮັບ​ການ​ສະໜັບສະໜູນ​ຊີ້​ນຳ​ຕາມ​ບັນດາ​ແນວທາງ​ຂອງ​ພັກ-ລັດ ຈົນ​ສາມາດ​ສ້າງ​ເປັນ​ກຸ່ມ​ດັ່ງກ່າວ​ຂຶ້ນ​ມາ​ໄດ້ ແລະ ມີ​ສະມາຊິກ​ທັງໝົດ 19 ຄອບຄົວ ມີ​ທຶນ​ໝູນວຽນ 1 ຕື້​ກີບ ພ້ອມ​ທັງ​ອຸປະກອນ​ຮັບ​ໃຊ້ເຂົ້າ​ໃນ​ວຽກ​ງານ​ການ​ຜະລິດ​ຈຳນວນ​ໜຶ່ງ.

ພິທີ​ເປີດ​ຂະ​ບວນ​ການ​ສາທິດ ແມ່ນ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 21 ມັງກອນ 2016 ຢູ່​ບ້ານ​ສິມ​ມະໂນ​ເໜືອ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ແກ່ງ ດວງ​ພະຈັນ ຮອງ​ເຈົ້າເມືອງ​ຫາດ​ຊາຍ​ຟອງ ທ່ານ ຄຳ​ສິງ ຄຸນ​ສະຫວັນ ຮອງ​ຫົວໜ້າ​ພະ​ແນກ​ກະສິກຳ-ປ່າໄມ້ ນະຄອນຫຼວງ ພ້ອມ​ດ້ວຍບັນດາ​ພະນັກງານ​ກ່ຽວຂ້ອງຊາວ​ກະສິກອນ ແລະ ບໍລິສັດ​ຜູ້​ໃຫ້ການ​ສະໜັບສະໜູນ​ເຂົ້າ​ຮ່ວມ.

ທ່ານ ຄຳ​ສິງ ຄຸນ​ສະຫວັນ ໄດ້​ກ່າວ​ວ່າ: ການ​ເປີດ​ຂະ​ບວນການ​ດັ່ງກ່າວ​ນີ້ ແມ່ນ​ເພື່ອ​ເປັນການ​ສ້າງ​ຂະ​ບວນ​ການ​ຊົມເຊີຍ ຜົນສຳເລັດ​ກອງ​ປະຊຸມ​ໃຫຍ່​ຜູ້ແທນ​ທົ່ວ​ປະເທດ ຄັ້ງ​ທີ X ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ທັງເປັນ​ການ​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ IX ຂອງ​ພັກ ກໍ່​ຄືມະຕິ VI ຂອງ​ອົງຄະ​ນະ​ພັກ ນະຄອນຫຼວງ​ວຽງ​ຈັນ ເວົ້າ​ລວມ ເວົ້າ​ສະເພາະແມ່ນ​ ເພື່ອ​ໃຫ້​ບັນລຸ​ຕົວ​ເລກຄາດໝາຍ ຫຼຸດຜ່ອນ​ແຮງ​ງານ​ກະສິ​ກຳ​ລົງ​ໃຫ້​ໄດ້ 10% ຕໍ່​ປີ ໂດຍການ​ຫັນ​ເອົາ​ການ​ຜະລິດ​ກະສິກຳແບບ​ທຳ​ມະ​ຊາດ ເຄິ່ງ​ທຳ​ມະຊາດ​ໄປ​ສູ່​ການ​ຜະລິດ​ຕາມ​ທິດຫັນ​ເປັນ​ອຸດສາຫະກຳ ແລະ ທັນສະໄໝ ໂດຍ​ທີ່​ນະຄອນຫຼວງ​ວຽງຈັນ ​ໄດ້​ມີ​ການ​ສົ່ງເສີມ​ການ​ປູກເຂົ້າ​ດ້ວຍ​ການ​ນຳ​ໃຊ້​ກົນ​ຈັກ ແລະ ປັບ​ນາ​ນ້ອຍ​ເປັນ​ນາ​ໄຮ່​ໃຫຍ່ ຕາມ​ເງື່ອນໄຂ​ຕົວ​ຈິງ​ໃນ​ແຕ່​ລະທ້ອງຖິ່ນ ໂດຍ​ມີ​ເປົ້າ​ໝາຍແຜນການ ນັບ​ແຕ່​ປີ 2016-2020 ຈະສູ້​ຊົນ​ສ້າງ​ຕາ​ໜ່າງ​ບໍລິການ​ລົດໄຖ​ນາ​ປັບ​ເນື້ອທີ່ສ້າງ​ສູນ​ບໍ​ລິການ ຕົກກ້າ ລົດ​ດຳນາ ລົດ​ກ່ຽວເຂົ້າ ແລະ ໂຮງ​ອົບ​ເຂົ້າ​ຕິດ​ພັນກັບ​ໂຄງການ​ຜະລິດ​ເຂົ້າ​ເປັນ​ສິນຄ້າ ແລະ ຄອບຄົວ​ຕົວ​ແບບ ຢູ່​ໃນເມືອງ​ເປົ້າ​ໝາຍ​ຄື: ນາ​ຊາຍ​ທອງໄຊ​ທານີ ເມືອງ​ປາກ​ງື່ມ ແລະ ພິເສດ​ແມ່ນ​ເມືອງ​ຫາດ​ຊາຍ​ຟອງ ໂດຍ​ສະເພາະແມ່ນ​ບໍລິສັດ ​ພັນເພັດ​ພັດທະນາ​ກະສິກຳ ຈຳກັດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...