spot_img
Homeຂ່າວການພັດທະນາໂຍທາຯ ວາງ​ແຜນພັດທະນາ​ບ້ານ ​ແລະ ສ້າງ​ບ້ານ​ໃຫຍ່​ ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃນ​ຊົນນະບົດ

ໂຍທາຯ ວາງ​ແຜນພັດທະນາ​ບ້ານ ​ແລະ ສ້າງ​ບ້ານ​ໃຫຍ່​ ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃນ​ຊົນນະບົດ

Published on

ສະຫາຍ ດຣ. ບຸນ​ຈັນ ສິນ​ທະ​ວົງ ​, ລັດຖະມົນຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ສະ​ເໜີ​ກ່ຽວ​ກັບ​ການວາງ​ແຜນ​ຜັງ​ພັດທະນາ​ບ້ານ ​ແລະ ສ້າງ​ບ້ານ​ໃຫຍ່​​ ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃນ​ຊົນນະບົດ ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ, ​ທີ່​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ້, ​ໂດຍ​ໄດ້​ຊີ້​ໃຫ້​ເຫັນວ່າ: ​ໃນ 5 ປີຜ່ານມາວຽກ​ງານ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ​​ໄດ້​ຖື​ສຳຄັນ​ວຽກງານ​ພັດທະນາ​ຕົວ​ເມືອງ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ ຕາມ​ທິດ​ສາມ​ສ້າງ ຕາມວິຊາ​ການ​ທີ່​ຂະ​ແໜງ​ການ​ຕົນ​ຮັບຜິດຊອບ, ​ໃນ​ນີ້ໄດ້​​ສູ້​ຊົນ​ຄົ້ນຄວ້າ​ການຈັດ​ຕັ້ງປະຕິບັດ​ ການວາງ​ແຜນຜັງ​ລວມຂອງ​ຕົວ​ເມືອງ, ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ໃນ 148 ​ເມືອງທົ່ວປະເທດ ຈາກ​ນັ້ນ ​ໄດ້​ຄົ້ນຄວ້າ​ຊອກ​ຫາ​ທຶນຮອນ​ ຈາກ​ອົງການ​ຈັດ​ຕັ້ງ​ສາກົນ ບັນດາ​ປະ​ເທດ​ເພື່ອ​ນມິດ ​ແລະ ງົບປະມານ​ພາຍ​ໃນ ​ມາ​ສືບ​ຕໍ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ ຢ່າງເປັນລະບົບ,ອັນ​ພົ້ນ​ເດັ່ນ​ແມ່ນ​ໄດ້​​ເອົາ​ໃຈ​ໃສ່​ສົມທົບ​ກັບ ​ອົງການ​ປົກຄອງ​ທ້ອງ​ຖິ່ນ ປຸກລະດົມ​ທຸກ​ພາກສ່ວນ ​ເຂົ້າ​ຮ່ວມ​ການ​ລົງທຶນ​ກໍ່ສ້າງນ້ຳ​ປະປາ​ຂະໜາດ​ນ້ອຍ ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ທີ່​ວ່າ: ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ​ເຊິ່ງປະຕິບັດ​ໄດ້ 25 ບ້ານ ​ແລະ 10 ຕົວ​ເມືອງ, ​ທີ່​ນອນ​ໃນ​ແຂວງວຽງ​ຈັນ, ​ໄຊ​ຍະ​ບູລີ, ບໍລິ​ຄຳ​ໄຊ ສະ​ຫວັນນະ​ເຂດ, ຫລວງ​ພະ​ບາງ ​ແລະ ​ແຂວງ​ວຽງຈັນ. ສຳລັບ​ແຂວງ​ສາລະ​ວັນ ​ໄດ້​ເອົາ​ການ​ພັດທະນາ​ຕົວ​ເມືອງ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ ແລະ ເທດສະບານຫຼາຍຕົວເມືອງໄດ້ຮັບການປູຢາງ.

ພ້ອມ​ນີ້ ຄະນະ​ພັກ​ກະຊວງ ຍທຂ ຍັງ​ໄດ້​ຊີ້​ນຳ​ຄົ້ນ​ຄວ້າ​ ສ້າງ​ຕົວ​ແບບ​ປຶ້ມ​ຄູ່​ມື​ ການວາງ​ແຜນຜັງ​ບ້ານ​ພັດທະນາ, ບ້ານ​ໃຫຍ່ ​ແລະ ຕົວ​ເມືອງ​​ໃນ​ຊົນນະບົດ ໃຫ້​ຮູ້ຈັກ​ເຖິງ​ພື້ນຖານ​ດ້ານ​ວິຊາ​ການ​ໃນ​ລະດັບ​ໃດ​ໜຶ່ງ​, ​ໂດຍ​ສະ​ເພາະ​ແມ່ນ​​ນາຍບ້ານ, ​ເຈົ້າ​ເມືອງ, ​ຮອງ​ເຈົ້າ​ເມືອງ ​ແລະ ວິຊາ​ການ ສາມາດ​ເຂົ້າ​ໃຈ ​ແລະ ຮັບ​ຮູ້​ໄດ້​ດ້ານ​ຫລັກການ​ພື້ນຖານ ​ໃນ​ການວາງ​ແຜນຜັງ​ພັດທະນາ​ບ້ານ, ສ້າງ​ບ້ານ​ໃຫຍ່ ​ແລະ ຕົວ​ເມືອງ​ໃນ​ຊົນນະບົດ, ພ້ອມ​ນັ້ນ ຍັງ​ໄດ້ດຳເນີນການ​ເຜີຍ​ແຜ່​ ໃຫ້​ແກ່​ພະນັກງານວິຊາ​ການ ​ທີ່​ຮັບຜິດຊອບ​ວາງ​ແຜນຜັງ​ເມືອງ ​ແລະ ຜັງ​ບ້ານ​ຢູ່​ຂັ້ນ​ພະ​ແນ​ກ ຍທຂ ນະຄອນຫລວງ​ວຽງ​ຈັນ ​ແລະ ຫ້ອງການ​ເມືອງ ​ໃນ​ທົ່ວ​ປະ​ເທດ ແລະ ​ໄດ້​ທົດ​ລອງ​ນຳ​ໃຊ້​ຢູ່​ເມືອງ​ກະລຶມ​ໃໝ່ ​ແຂວງ​ເຊ​ກອງ ​ແລະ ​ຕົວ​ແບບ​ສ້າງ​ຜັງ​ບ້ານ​ຜາ​ລະ​ແວກ, ​ຜັງ​ບ້ານ​ເມືອງ​ອອມ ​ແລະ ຜັງ​ເມືອງ​ລ່ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ, ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ ທົດ​ລອງ​ຕົວ​ຈິງ ຢູ່​ເມືອງ​ກະລຶມ​ໃໝ່ ​ໃນ 2 ບ້ານ ​ແລະ 1 ​ເມືອງ​ຢູ່​ແຂວງ​​ໄຊ​ສົມບູນ ສາ ມາດ​ສະຫລຸບ​ໄດ້​ເບື້ອງ​ຕົນ​ວ່າ: ປຶ້ມຄູ່​ມື​ດັ່ງກ່າວ ​ເປັນ​ພື້ນຖານອັນດີ ​ໃຫ້​ແກ່​ການ​ນຳ​ໃຊ້​ເປັນຕົວ​ແບບ​, ​ແຕ່​ຍັງຈະຕ້ອງ​ໄດ້​ສືບ​ຕໍ່​ປັບປຸງ​ບາງ​ດ້ານ ທີ່​ຍັງ​ບໍ່​ທັນ​ລະອຽດ​ຄົບ​ຖ້ວນ ​ເພື່ອ​ເຮັດ​ໃຫ້​ຖືກຕ້ອງ​ ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...