ນັດທີ່ ເອມິເລດ ສະເຕດຽມ “ປືນໃຫຍ່” ພົບຄວາມພ່າຍແພ້ອີກເທື່ອໜື່ງ ໂດຍເສຍປຽບຕັ້ງແຕ່ນາທີ 18 ຈາກຈັງຫວະ ແພ ແມລ໌ເຕຊັກເກີລ໌ ສຽບ ຄອສຕ້າ ຈາກດ້ານຫລັງຈົນໄດ້ໃບແດງຖືກໄລ່ອອກ ກ່ອນທີ່ກອງໜ້າທີມຊາດແອດສະປາຍ ຈະມາຍິງປະຕູໃຫ້ “ເຊວຊີ” ໜີຕາຍຂຶ້ນມາຢູ່ທີ່ 13
ເຊີ່ງນາທີ 23 ເຊວຊີ ຍິງປະຕູຂຶ້ນນຳ ອິວາໂນວິດ ເປີດບານຈາກດ້ານຂວາໄປໜ້າປະຕູໃຫ້ ດິເອໂກ້ ຄອດສຕ້າ ຍິງເຂົ້າປະຕູໄປແບບສວຍງາມ 1-0 ປະຕູ
ຄອສຕ້າ ນັບເປັນຕົວປ່ວນຂອງ ອາເຊນອນ ຕະຫລອດທັງຊີຊັນຢ່າງແທ້ຈິງ ເພາະເກມທຳອິດກໍເຄີຍເຮັດ ກາບຽວ ເປົາລິດຕາ ໄດ້ໃບແດງຖືກໄລ່ອອກມາແລ້ວ ຊຶ່ງຫລັງຈົບເກມ ເວນເກີລ໌ ກ່າວບໍ່ພໍໃຈແລະຕຳໜິໄປທີ່ ມາລ໌ຄ ແຄດເທນ ເບິກ ຜູ້ຕັດສິນເກມນີ້ດ້ວຍວ່າແຈກໃບແດງງ່າຍເກີນໄປຫລືບໍ່?
“ລາວເປັນຄົນເຮັດໃຫ້ນັກເຕະຂອງທີມເຮົາອອກຈາກສະໜາມ ເຈົ້າເວົ້າບໍ່ໄດ້ດອກວ່າມັນບໍ່ແມ່ນຄວາມຈິງ ຄອສຕ້າ ເຮັດໃຫ້ທີມເຮົາໄດ້ໃບແດງເຖິງ 2 ເກມຕິດຕໍ່ກັນ ຖືວ່າສະຫລາດຫລາຍ ນັດທຳອິດລາວກໍເຮັດໃຫ້ ກາບຽວ ຖືກໄລ່ອອກ ມື້ນີ້ແມ່ນ ແມລ໌ເຕຊັກເກີລ໌ ລາວຖືກສຽບແທ້ຫລືບໍ່ ຂ້ອຍຕ້ອງໄປເບິ່ງຄືນອີກຄັ້ງໜື່ງ ແຕ່ຄວາມຈິງກໍຄືຄວາມຈິງ”
ສ່ວນອີກເລື່ອງທີ່ຖືກວິຈານພໍສົມຄວນ ຄື ການເອົາ ໂອລິວິເຢ ຊິລູ ກອງໜ້າຕົວຄວາມຫວັງອອກເມື່ອເຫລືອ 10 ຄົນ ຕັ້ງແຕ່ 18 ນາທີ ທັງທີ່ຄວນເກັບໄວ້ ຊຶ່ງຄູເຝິກຊາວຝຣັ່ງ ໃຫ້ເຫດຜົນວ່າ “ຄິດວ່າເຮົາຈຳເປັນຕ້ອງສຳຫລວດທຸກຄົນກ່ອນຕັດສິນໃຈວ່າຕ້ອງເຮັດຫຍັງເຊັ່ນນັ້ນບໍ? ສຳລັບຂ້ອຍ ມັນເປັນການຕັດສິນໃຈແບບປົກກະຕິ ເພາະເຮົາຕ້ອງການພື້ນທີ່ເພື່ອບຸກໄປຂ້າງໜ້າ ຂະນະດຽວກັນລາວກໍເຈັບຂໍ້ຕີນອີກ”
