Homeຂ່າວການພັດທະນາສ.ອາເມຣິກາ ຊ່ວຍຍົກລະດັບຄວາມຮູ້ ດ້ານຄວາມປອດໄພເຂື່ອນໄຟຟ້າ ໃຫ້ວິສະວະກອນລາວ

ສ.ອາເມຣິກາ ຊ່ວຍຍົກລະດັບຄວາມຮູ້ ດ້ານຄວາມປອດໄພເຂື່ອນໄຟຟ້າ ໃຫ້ວິສະວະກອນລາວ

Published on

ບັນດານັກວິສະວະກອນ ແລະ ຊ່ຽວຊານ ດ້ານຄວາມປອດໄພຂອງເຂື່ອນໄຟຟ້າ ຂອງສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ໃນລະຫວ່າງວັນທີ 18-22 ມັງກອນ 2016 ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ນັກວິສະວະກອນ ແລະ ພະນັກງານວິຊາການ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ແລະ ວິສະຫະກິດໄຟຟ້າລາວ ໂດຍການຈັດເຝິກອົບຮົມຂຶ້ນ ທີ່ນະຄອນຫຼວງວຽງຈັນ ແລະ ທ່າລາດໃນຫົວຂໍ້ ການກວດສອບຄວາມປອດໄພຂອງເຂື່ອນໄຟຟ້າ ແລະ ການຕິດຕາມໄພອັນຕະລາຍ ທາງດ້ານອຸທົກກະສາດ  ແຜ່ນດິນໄຫວ ແລະ ໄພພິບັດທີ່ອາດເກີດຂຶ້ນກັບເຂື່ອນ ເຊິ່ງມີວິທະຍາກອນ ທີ່ເປັນນັກວິສະວະກອນ ແລະ ຊ່ຽວຊານດ້ານຄວາມປອດໄພ ຂອງເຂື່ອນໄຟຟ້າຂອງສະຫະລັດອາເມຣິກາ ມາຈາກສູນຄຸ້ມຄອງຄວາມສ່ຽງ ສະຖາບັນຊັບພະຍາກອນນ້ຳ ພາຍໃຕ້ໜ່ວຍງານຊ່າງແສງຂອງກອງທັບບົກ ແລະ ກະຊວງພາຍໃນ ຂອງສະຫະລັດອາເມຣິກາ ຊ່ອຍຖ່າຍທອດບົດຮຽນ ແລະ ປະສົບການ ໂດຍຜ່ານການໃຫ້ທຶນຊ່ອຍເຫຼືອ ຈາກລັດຖະບານສະຫະລັດອາເມຣິກາ ແກ່ໂຄງການພື້ນຖານໂຄງລ່າງແບບທັນສະໄໝ (SIM).

ທັງນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ.ລາວ ໄດ້ຮຽກຮ້ອງໃຫ້ມີການເຝິກອົບຮົມ ສ້າງບຸກຄະລາກອນທີ່ມີຄວາມຮູ້ ແລະ ປະສົບການ ເນື່ອງຈາກວ່າປະເທດລາວ ໄດ້ມີແຜນການກໍ່ສ້າງເຂື່ອນໄຟຟ້າ ຫຼາຍແຫ່ງໃນທົ່ວປະເທດ ເພື່ອສະໜອງຕອບໃຫ້ມີໂຄງການທີ່ມີຄຸນນະພາບ ຫຼຸດຜ່ອນຜົນກະທົບທາງລົບ ຕໍ່ສະພາບແວດລ້ອມ ເຊິ່ງໃນໄລຍະຕົ້ນປີ 2016 ນີ້ ໂຕແທນຈາກ ໜ່ວຍງານຊ່າງແສງຂອງກອງທັບບົກ ແລະ ກະຊວງພາຍໃນຂອງ ສະຫະລັດອາເມຣິກາ ກໍໄດ້ຈັດຕັ້ງການເຝິກອົບຮົມ ໃນຫົວຂໍ້ກ່ຽວກັບການຫຼັ່ງໄຫຼຂອງຕະກອນ ນອກຈາກນັ້ນ ຍັງມີແຜນການຈັດການເຝິກອົບຮົມອີກສອງຄັ້ງ ກ່ຽວກັບຫົວຂໍ້ ຄວາມປອດໄພຂອງເຂື່ອນໄຟຟ້າ ແລະ ການວິເຄາະຄວາມສ່ຽງຕ່າງໆທີ່ອາດເກີດຂຶ້ນ ພ້ອມທັງຈະມີການເຝິກອົບຮົມກ່ຽວກັບ ການຫຼັ່ງໄຫຼຂອງຕະກອນຂັ້ນສູງ ທີ່ຈະຈັດຂຶ້ນໃນວັນທີ 01-12 ກຸມພາ 2016 ທີ່ຈະມາເຖິງໃນມໍ່ໆນີ້.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...