spot_img
Homeຂ່າວທ້ອງຖິ່ນຊຳເໜືອຕິດ -3 ອົງສາ ເກີດຫິມະຕົກແລ້ວ

ຊຳເໜືອຕິດ -3 ອົງສາ ເກີດຫິມະຕົກແລ້ວ

Published on

ອີງຕາມການລາຍງານຂອງສື່ ສັງຄົມອອນໄລນ໌ ເມື່ອວັນທີ 24 ມັງກອນ 2016 ນີ້ ໃຫ້ຮູ້ວ່າສະພາບອາກາດໜາວຢູ່ທາງແຂວງຫົວພັນ ກໍຄືບັນດາແຂວງທາງພາກເໜືອ ມີອາກາດໜາວຢ່າງຮ້າຍແຮງ ແລະອຸນຫະພູມຫຼຸດລົງຢ່າງໄວ ຈົນເຖິງຂັ້ນຫິມະຕົກເລີຍ.

ມື້ວານນີ້ເວລາ 13:00 ນາທີ (ວັນທີ 24 ມັງກອນ) ສະພາບອາກາດທີ່ລາຍງານເທິງໜ້າຈໍໂທລະສັບ ສະແດງໃຫ້ເຫັນວ່າອາກາດຢູ່ຫົວພັນໜາວເຢັນທີ່ສຸດໃນຮອບປີຄື ອຸນຫະພູມຢູ່ທີ່ -3 ອົງສາ (ລົບສາມອົງສາ) ສົ່ງຜົນໃຫ້ໃນເຂດດັ່ງກ່າວເກີດໝອກກະຈ່າຕົກ (ໝອກຂຸ້ນ) ຫຼືຫຼາຍຄົນເຂົ້າໃຈວ່າເປັນຫິມະຕົກລົງມາ.

12625806_713250242143905_1150567706_n

ຕໍ່ສະພາບອາກາດໜາວທີ່ເລິ່ມແຮງແຕ່ວັນທີ 23 ມັງກອນເປັນຕົ້ນມາ ນອກຈາກໄດ້ສ້າງຄວາມຫຍຸ້ງຍາກໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນແລ້ວ ຍັງສົ່ງຜົນຢ່າງຮ້າຍແຮງຕໍ່ສັດລ້ຽງ ເຊັ່ນ ງົວ, ຄວາຍ, ໝູ, ໝາ, ເປັດ, ໄກ່… ລົ້ມຕາຍເປັນຈຳນວນຫຼວງຫຼາຍ, ໃນຂະນະທີ່ຫຼາຍຄົນຄາດວ່າຕົ້ນໄມ້ກິນໝາກທີ່ພໍ່ແມ່ປະຊາຊົນປູກກໍຈະຫ່ຽວແຫ້ງຕາຍຕື່ມອີກໃນບໍ່ດົນ.

12522985_834312943345664_8994057972867437857_n

ອີງຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເມື່ອວັນທີ 22 ມັງກອນ ທີ່ຜ່ານມາ ໃຫ້ຮູ້ວ່າ ອາກາດຈະເລິ່ມໜາວແຮງຕັ້ງແຕ່ວັນທີ 23 ມັງກອນ ຈົນເຖິງວັນທີ 27 ມັງກອນ ເຊິ່ງຈະມີຝົນໃນລະດັບຄ່ອຍຫາປານກາງ ແລະມີລົມແຮງໃນບາງທ້ອງຖິ່ນ. ດັ່ງນັ້ນ, ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ໄດ້ຮັກສາສຸຂະພາບຂອງຕົນໃຫ້ດີ ໂດຍສະເພາະແມ່ນເດັກນ້ອຍແລະຜູ້ເຖົ້າ ລວມທັງສັດລ້ຽງຕ່າງໆ ກໍຄວນຈະຕ້ອງໄດ້ເຂົ້າຢູ່ໃນບ່ອນຮົ່ມແລະມີຄວາມອົບອຸ່ນ ເພື່ອຫຼີກລ້ຽງຈາກການບາດເຈັບແລະລົ້ມຕາຍ.

12548904_834322636678028_598645746602386621_n
ບ້ານໜອງຄ້າງ
12642834_908348945900906_1346462594113716599_n
ບ້ານນາສາລາ

ແນວໃດກໍຕາມ, ທ່າມກາງດ້ານຄວາມເໜັບໜາວ ແລະສ້າງຜົນເສຍຫາຍແກ່ປະຊາຊົນ ກໍຍັງມີອີກດ້ານໜຶ່ງທີ່ສວຍງາມ ນັ້ນກໍຄືທະເລໝອກ ທີ່ເປັນວິວທິວທັດທີ່ສວຍງາມທີ່ສຸດ ໃນເວລາຂີ່ລົດຜ່ານຕາມເສັ້ນທາງຈະສາມາດເບິ່ງເຫັນວິວທີ່ສວຍງາມນັ້ນໄດ້.
12540974_833302233446735_2865558928432242615_n946170_834343606675931_8815619586259421867_n 12573094_834151020028523_3799800575622287746_n 12644938_834312913345667_3112119812537311855_n

12494991_834151053361853_5095056412875143736_n

ສຳນັກຂ່າວລາວໂພສຕ໌
ຮູບປະກອບຂ່າວຈາກເພຈ: ຄິດຮອດຊຳເໜືອ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...