Homeຂ່າວພາຍ​ໃນກົມອຸຕຸນິຍົມເຕືອນ ໃຫ້ລະວັງໄພໜາວ

ກົມອຸຕຸນິຍົມເຕືອນ ໃຫ້ລະວັງໄພໜາວ

Published on

ມື້ວານນີ້ ວັນທີ 22 ມັງກອນ 2016 ກົມອຸຕຸນິຍົມແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ອອກແຈ້ງການສະບັບເລກທີ 0071 ເລື່ອງ ແຈ້ງເຕືອນໄພອາກາດໜາວ.

ເນື້ອໃນແຈ້ງເຕືອນລະບຸວ່າ ມວນອາກາດທີ່ໜາວເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວເຮົາ ດ້ວຍກຳລັງແຮງໃນໄລຍະ ວັນທີ 23-27 ມັງກອນ 2016, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຈະໜາວເຢັນລົງຕື່ມອີກ 5-7 ອົງສາ ໃນແຕ່ລະພາກ ພ້ອມກັບຈະມີຝົນຕົກ ແລະລົມພັດແຮງຢູ່ຕາມບາງທ້ອງຖິ່ນ, ໂດຍສະເພາະໃນເຂດພູສູງ, ພູດອຍ, ບັນດາແຂວງພາກເໜືອ, ໄຊສົມບູນ, ເມືອງດາກຈຶງ ແລະເຂດພູພຽງບໍລະເວນ ເມືອງປາກຊ່ອງ ອາກາດຈະໜາວເຢັນຫຼາຍ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືສະພາບອາກາດປ່ຽນແປງດັ່ງກ່າວ, ເຊິ່ງອາດຈະເປັນຜົນກະທົບຕໍ່ສຸຂະພາບ ຂອງເດັກນ້ອຍແລະຜູ້ເຖົ້າ ເຮັດໃຫ້ເຈັບປ່ວຍໄດ້ງ່າຍ. ພ້ອມທັງຂໍໃຫ້ລະມັດລະວັງຕໍ່ສະພາບລົມພັດແຮງໃນບາງທ້ອງຖິ່ນ ເຊິ່ງອາດຈະເຮັດໃຫ້ຕົ້ນໄມ້ ແລະສິ່ງປຸກສ້າງທີ່ບໍ່ແໜ້ນໜາເພພັງ ສ້າງຄວາມເສຍຫາຍແລະບາດເຈັບໄດ້.

image001

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...