spot_img
Homeຂ່າວຕ່າງປະເທດພົບ​ດາວ​ເຄາະ​ດວງ​ທີ 9 ຂະໜາດ​ໃຫຍ່​ກວ່າ​ໂລກ 10 ​ເທົ່າ

ພົບ​ດາວ​ເຄາະ​ດວງ​ທີ 9 ຂະໜາດ​ໃຫຍ່​ກວ່າ​ໂລກ 10 ​ເທົ່າ

Published on

    ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ເມືອງ ​ໄມ​ອາ​ມີ ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 20 ຜ່ານ​ມາ​ວ່າ: ດາວ​ເຄາະ​ຂະໜາດ​ໃຫຍ່​ທີ່​ກ່ອນໜ້ານີ້​ບໍ່​ເຄີຍ​ເປັນ​ທີ່​ຮູ້ຈັກ ​ແລະ ຖືກ​ເອີ້ນຂານ​ຊື່ຫຼິ້ນວ່າ ຄາວ​ເຄາະ​ດວງ​ທີ9 ອາດ​ຈະ​ຖືກ​ຄົ້ນ​ພົບ​ແລ້ວ ​ໂດຍ​ໂຄຈອນ​ຢູ່​ຮອບ​ຂອບ​ນອກ​ຂອງ​ລະບົບ​ສຸລິຍະ​ຈັກກະວານ​ຂອງ​ເຮົາ ຈາກ​ການ​ປະກາດ​ຂອງ​ຄະນະນັກວິທະຍາສາດ​ອາ​ເມ​ລິ​ກາ.

    ຖະ​ແຫຼງການ​ຂອງ​ຄະນະ​ນັກວິ​ໄຈ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ຄາ​ລິ​ຟໍ​ເນຍ ຫຼື ​ແຄລ​ເທ​ກ (Caltech) ​ໃນ​ເມືອງ​ແພ​ຊາ​ດີ​ນາ ລັດ​ຄາ​ລິ​ຟໍ​ເນຍລະບຸ​ວ່າ: ວັດຖຸ​ທີ່​ກ່າວ​ເຖິງ “ ມີ​ຂະໜາດ​ໃຫຍ່​ກວ່າ​ໂລກ​ມະນຸດ​ປະມານ 10 ​ເທົ່າ ​ແລະ ​ໃຫຍ່​ກວ່າ​ດາວ​ພລູ​ໂຕ​ປະມານ 5.000 ​ເທົ່າ ” ມີ​ວົງ​ໂຄຈອນ​ທີ່​ແປກ ​ແລະ ຢືດຍາວ ​ໃນ​ລະບົບ​ສຸລິຍະ​ທີ່​ແສນ​ໄກ ມັນ​ໂຄຈອນ​ຢູ່​ຫ່າງ​ຈາກ​ດາວ​ເນ​ປຈູ​ນອອກ​ໄປ​ໄກ ​ແບບ​ຈຳລອງ​ດ້ວຍ​ຄອມ​ພິວ​ເຕີສະ​ແດງ​ໃຫ້​ເຫັນ​ວ່າ​ດາວ​ເຄາະ​ລຶກລັບ​ດວງ​ນີ້ ຫາກ​ມີ​ຢູ່​ແທ້​ມັນ​ຈະ​ໂຄຈອນ​ຫ່າງ​ຈາກ​ດວງ​ຕາ​ເວັນຫຼາຍກວ່າ​ໂລກ​ປະມານ 20 ​ເທົ່າ ​ແລະ ລາຍ​ງານ​ທີ່​ຕີ​ພິມ​ໃນ​ວາລະສານ​ດາລາສາດ​ກ່າວ​ວ່າ: ຕາມ​ຄວາມ​ຈິງ​ແລ້ວດາວ​ເຄາະ​ດວງ​ໃໝ່ຈະ​ຕ້ອງ​ໃຊ້​ເວລາ​ລະຫວ່າງ    10.000 – 20.000 ປີ ​ໃນ​ການ​ໂຄຈອນ​ຮອບ​ດວງ​ຕາ​ເວັນ​ພຽງ 1 ຮອບ.

ສອງ​ນັກວິ​ໄຈ ຄອນ​ສ​ແຕນ​ຕິນ ບາ​ຕີ​ກິນ ​ແລະ ​ໄມ ບຣາວ ກ່າວ​ວ່າ: ພວກ​ເຂົາ​ຄົ້ນ​ພົບ​ດາວ​ເຄາະ​ດວງ​ນີ້​ໂດຍ​ຜ່ານ​ການ​ຈຳລອງ​ແບບ​ທາງ​ຄະນິດສາດ ​ແລະ ​ແບບ​ຈຳລອງ​ທາງ​ຄອມ​ພິວ​ເຕີ ​ແຕ່​ຍັງ​ບໍ່​ເຄີຍ​ສັງ​ເກດ​ວັດຖຸ​ນີ້​ໂດຍ​ກົງ “ມັນ​ຄົງ​ຈະ​ເປັນ​ດາວ​ເຄາະ​ແທ້ໆ” ບຣາວ ສາ​ສະ​ດາ​ຈານ​ດ້ານ​ລາ​ດາ​ສາດ​ດາວ​ເຄາະ​ກ່າວ ​ແລະ ມັນ​ເປັນ​ວັດຖຸ​ມີ​ຕົວ​ຂະໜາດ​ໃຫຍ່ຫຼາຍຂອງລະບົບ​ສຸລິຍະ​ຈັກກະວານ​ທີ່​ຍັງ​ລອຍ​ຢູ່​ນັ້ນ ​ເພື່ອ​ລໍຖ້າ​ການ​ຄົ້ນ​ພົບ ຊຶ່ງ​ເປັນ​ທີ່ຕື່ນ​​ເຕັ້ນຫຼາຍທີ່​ສຸດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...