spot_img
Homeຂ່າວການພັດທະນາໄຊ​ສົມ­ບູນຈະ​ສຸມ​ທັງ 4 ດ້ານ​ພັດ­ທະ­ນາ​ແຂວງ

ໄຊ​ສົມ­ບູນຈະ​ສຸມ​ທັງ 4 ດ້ານ​ພັດ­ທະ­ນາ​ແຂວງ

Published on

ແຂວງ​ໄຊ​ສົມ­ບູນ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນໃນ​ວັນ​ທີ 13 ທັນ­ວາ 2013 ໂດຍ​ທົ່ວ​ແຂວງ​ມີ​ເນື້ອ­ທີ່​ປະ­ມານ 8,4 ພັນກ່ວ​າ​ກິ​ໂລ​ຕາ​ແມັດ, ພື້ນ​ທີ່​ສ່ວນ​ໃຫຍ່​ເປັນ​ພູ​ສູງ​ຊັນ ຊຶ່ງ​ໃນ­ຕໍ່­ໜ້າ​ນີ້ ພັກ-ລັດ​ກໍ​ຄື​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈະ​ໄດ້​ສືບ­ຕໍ່​ສຸມ​ໃສ່ ທັງ 4 ດ້ານ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງດ້ານ​ເສດ­ຖະ­ກິດ-ສັງ­ຄົມ, ຮັບປະ­ກັນ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ແລະ​ຄວາມ​ສະ­ຫງົບປອດ​ໄພ​ສົ່ງ​ຜົນ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ​ເປັນກ້າວໆ.

ສະ­ຫາຍ ດຣ. ສົມ­ບັດ ເຢຍ​ລີ​ເຮີ ເລ­ຂາ​ພັກ​ແຂວງ​ເຈົ້າແຂວງໆ​ໄຊ​ສົມ­ບູນ​ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ
ປະ­ເທດ​ຂອງ​ພັກ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຮູ້​ວ່າ: ເພື່ອ​ຜັນ​ຂະຫຍາຍ​ແນວ­ທາງ​ຂອງ​ພັກເຂົ້າ​ໃນ​ສະ­ພາບ​ຕົວ​ຈິງ​ຂອງ​ແຂວງ, ໃນ ຕໍ່­ໜ້າ​ກໍ​ຄື​ແຕ່​ປີ 2016-2020 ຄະ­ນະບໍ­ລິ­ຫານ​ງານ​ພັກ​ແຂວງຈະ​ສືບ­ຕໍ່​ສ້າງຮາກ​ຖານ​ໃຫ້​ໜັກ​ແໜ້ນ​ເຂັ້ມ­ແຂງ ແລະ
ສຸມ​ໃສ່​ທັງ 4 ດ້ານ​ຄື: ດ້ານ​ການ­ເມືອງ, ເສດ­ຖະ­ກິດ, ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະ­ຫງົບ, ຊຶ່ງ​ໃນ​ນັ້ນ ສະ­ເພາະ​ວຽກ​ງານສຶກ​ສາ​ອົບ­ຮົມ​ການ­ເມືອງ​ແນວ​ຄິດ, ແມ່ນຈະ​ສຶກ​ສາ​ອົບ­ຮົມ​ນຳ­ພາ​ການ­ເມືອງ​ແນວ ຄິດ​ໃຫ້​ພະ­ນັກ­ງານ, ສະ­ມາ­ຊິກ​ພັກ ແລະປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຮັບ​ຮູ້​ເຂົ້າ­ໃຈ ແລະເຊື່ອ​ໝັ້ນ​ຢ່າງ​ເລີກ​ເຊິ່ງ​ຕໍ່​ແນວ­ທາງ​ປ່ຽນແປງ​ໃໝ່ ແລະ​ອຸ­ດົມ​ການ​ສັງ­ຄົມ​ນິ­ຍົມ​ຂອງພັກ.

ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນຄວາມ​ສະ­ຫງົບຈະ​ໄດ້​ສຸມ​ໃສ່​ສະ­ກັດ​ກັ້ນ, ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ
ໃນ​ສັງ­ຄົມ​ໃຫ້​ມີ​ການ​ຫັນ­ປ່ຽນ​ຢ່າງ​ຕັ້ງໜ້າ, ຮັບ­ປະ­ກັນ​ໃຫ້​ທົ່ວ​ແຂວງ​ມີ​ສະ­ຖຽນລະ​ພາບ​ທາງ​ດ້ານ​ການ­ເມືອງ, ສັງ­ຄົມ​ມີ
ຄວາມ​ສະ­ຫງົບ​ປອດ​ໄພ, ຫັນ​ເອົາ​ປະ­ຊາຊົນ​ເຂົ້າ​ການ­ຈັດ­ຕັ້ງ, ປັບ­ປຸງ​ລະ­ບຽບ​ບ້ານ, ກອງ​ຫຼອນ, ປກສ ບ້ານ, ປກສ ກຸ່ມ​ບ້ານ, ສຸມ​ໃສ່​ຄຸ້ມ​ຄອງ​ສຳ­ມະ­ໂນ​ຄົວ, ກວດ­ກາ ແລະ​ຄຸ້ມ​ຄອງ​ອາ­ວຸດ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ.

ສ່ວນ​ດ້ານ​ເສດ­ຖະ­ກິດວັດ­ທະ­ນະ­ທຳ -ສັງ­ຄົມ​ກໍ​ສຸມ​ໃສ່​ສ້າງ​ຄອບ­ຄົວ​ພັດ­ທະ­ນາຮອບ­ດ້ານ​ໃນ​ທົ່ວ​ແຂວງ​ບໍ່​ໃຫ້​ຫຼຸດ 90% ຂອງ​ຈຳ­ນວນ​ຄອບ­ຄົວ​ທັງ​ໝົດ, ລຶ­ບລ້າງບ້ານ​ທຸກ​ຍາກ​ທີ່​ຍັງ​ເຫຼືອ 26 ບ້ານ​ໃຫ້​ໄດ້ຢ່າງ​ຂາດ​ຕົວ, ສ້າງ​ບ້ານ​ພັດ­ທະ­ນາ​ໃຫ້​ໄດ້ຫຼາຍ​ກ່ວ​າ 80% ຂອງ​ຈຳ­ນວນ​ບ້ານ​ທັງໝົດ ແລະ​ປະ­ກາດ​ເມືອງ​ພົ້ນ​ທຸກ​ຍາກ​ໃຫ້ໄດ້ 5 ເມືອງ ມີ​ເສັ້ນ­ທາງ​ປູ­ຢາງ​ໄປ​ເຖິງບັນ­ດາ​ເມືອງ​ພາຍ​ໃນ​ແຂວງ ແລະ​ແຂວງອ້ອມ​ຂ້າງ, ພົນ­ລະ­ເມືອງ​ຈົບ​ຊັ້ນ​ມັດ­ທະ­ຍົມຕອນ​ຕົ້ນ​ໂດຍ​ພື້ນ­ຖານ, ສຸມ​ປັບ­ປຸງ​ໂຮງ­ໝໍແຂວງ, ໂຮງ­ໝໍ​ເມືອງ, ປັບ­ປຸງ​ຄຸນ​ນະ​ພາບການ​ບໍ­ລິ­ການ​ຂອງ​ແພດ​ໝໍ ແລະ​ອາ­ຍຸ​ຍືນ​ສະ­ເລ່ຍ​ຂອງ​ພົນ­ລະ­ເມືອງ​ບັນ­ລຸ 65 ປີ.

ວຽກ​ງານ​ລະ­ບົບ​ການ­ເມືອງ​ສຳ­ເລັດການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ​ຂັ້ນ​ແຂວງ, ສະ­ພາ​ປະ­ຊາ­ຊົນ, ອົງ­ການ​ປົກ­ຄອງ​ແຂວງ, ອົງ­ການ​ຕຸ­ລາ­ການ, ພະ​ແນກ​ອ້ອມ​ຂ້າງແຂວງ​ຕາມ​ທິດ​ສາມ​ສ້າງ, ຂະ­ຫຍາຍ​ພັກ ແລະ​ສ້າງ​ພັກ​ທາງ​ດ້ານ​ຈຳ­ນວນ ແລະ​ຄຸນນະ​ພາບ​ສຸມ​ໃສ່​ປັບ­ປຸງ 5 ຂະ­ແໜງ­ການຂອງ​ບ້ານ, ປັບ­ປຸງ​ບຸກ​ຄະ­ລາ​ກອນ ແລະ ຝຶກ​ອົບ­ຮົມ​ຄວາມ​ສາ­ມາດ​ນຳ­ພາ, ຄວາມ​ສາ­ມາດ​ບໍ­ລິ­ຫານ​ວຽກ​ງານ​ຕ່າງໆ​ພາຍ​ໃນບ້ານ​ໃຫ້​ສາ­ມາດ​ຫຼັກ​ແຫຼ່ງ​ນຳ­ພາ​ຢູ່​ຮາກຖານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...