spot_img
Homeຂ່າວຕ່າງປະເທດຫວຽດນາມເສົ້າ! ເຕົ່າຍັກສັກສິດຢູ່ບຶງຮວ່ຽນກ໋ຽມ ນະຄອນຫລວງຮ່າໂນ້ຍ ເສຍຊີວິດແລ້ວ!

ຫວຽດນາມເສົ້າ! ເຕົ່າຍັກສັກສິດຢູ່ບຶງຮວ່ຽນກ໋ຽມ ນະຄອນຫລວງຮ່າໂນ້ຍ ເສຍຊີວິດແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ມັງກອນຜ່ານມານີ້ວ່າ ໃນວັນອັງຄານທີ 19 ມັງກອນ 2016 ປູ່ເຕົ່າ ຊຶ່ງເປັນເຕົ່າຂະໜາດໃຫຍ່ ມີອາຍຸລະຫວ່າງ 80-100 ປີ ແລະ ມີນ້ຳໜັກປະມານ 200 ກິໂລກຣາມ ທີ່ອາໄສຢູ່ພາຍໃນບຶງຮວ່ຽນກ໋ຽມ ບຶງນ້ຳຂະໜາດໃຫຍ່ ໃຈກາງເຂດເມືອງເກົ່າ ຂອງນະຄອນຫລວງຮ່າໂນ້ຍ ແລະ ຖືເປັນສັດສັກສິດໃນຕຳນານ ທີ່ຊາວຫວຽດນາມ ກໍຄືຊາວຮ່າໂນ້ຍ ໃຫ້ຄວາມເຄົາລົບນັບຖື ໄດ້ເສຍຊີວິດລົງແລ້ວ ໂດຍປັດຈຸບັນ ຮ່າງຂອງເຕົ່າດັ່ງກ່າວນີ້ ໄດ້ຖືກເກັບຮັກສາໄວ້ ໃນວັດເທິງດອນກາງບຶງຮວ່ຽນກ໋ຽມ ເພື່ອລໍຖ້າການຕັດສິນໃຈຈາກທາງການ.

ທັງນີ້ ພາຍຫລັງຂ່າວກ່ຽວກັບການຕາຍ ຂອງປູ່ເຕົ່າໂຕດັ່ງກ່າວ ໄດ້ຖືກເຜີຍແຜ່ອອກສູ່ມວນຊົນ ໄດ້ສ້າງຄວາມເສົ້າສະຫລົດໃຈ ໄຫ້ແກ່ຊາວຫວຽດນາມ ໂດຍສະເພາະຊາວນະຄອນຫລວງຮ່າໂນ້ຍ ຢ່າງກວ້າງຂວາງ. ນັກວິທະຍາສາດບາງສ່ວນໄດ້ລະບຸວ່າ ປູ່ເຕົ່າ ໂຕດັ່ງກ່າວນີ້ ອາດແມ່ນປາຝາຍັກແຢງຊີ ໂຕໜຶ່ງ ໃນຈຳນວນທີ່ຍັງເຫລືອໃນໂລກນີ້ ພຽງ 4 ໂຕເທົ່ານັ້ນ ໂດຍອີກ 2 ໂຕ ອາໄສຢູ່ໃນປະເທດຈີນ ແລະ ຍັງເຫລືອອີກ 1 ໂຕ ອາໄສຢູ່ໃນບຶງແຫ່ງໜຶ່ງຂອງຫວຽດນາມ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...