spot_img
Home​ຂ່າວທ່ອງທ່ຽວທ່ອງທ່ຽວຫຼວງພະບາງຊ່ວຍສ້າງລາຍຮັບປະຊາຊົນພົ້ນທຸກ

ທ່ອງທ່ຽວຫຼວງພະບາງຊ່ວຍສ້າງລາຍຮັບປະຊາຊົນພົ້ນທຸກ

Published on

 

ແຂວງຫຼວງພະບາງດິນແດນແຫ່ງອາລິຍະທໍາອັນອຸດົມສົມບູນ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກ ໃຫ້ເປັນເມືອງມໍລະດົກຂອງໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂເຮັດໃຫ້ຊາວໂລກໄດ້ຮັບຮູ້ ແລະໃຫ້ຄວາມສົນໃຈເຂົ້າມາທ່ຽວຊົມຢ່າງຕໍ່ເນື່ອງອັນໄດ້ເປັນທ່າແຮງອັນຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ແຂວງກໍຄືປະຊາຊົນບັນດາເຜົ່າ ຊຶ່ງຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຕະຫຼອດໄລຍະ 5 ປີທີ່ຜ່ານມາວຽກງານທ່ອງທ່ຽວແຂວງນັບວ່າໄດ້ຮັບຜົນສໍາເລັດຫຼວງຫຼາຍ, ໃນນີ້ ເດັ່ນກວ່າໝູ່ແມ່ນສາມາດປະກອບສ່ວນລົບລ້າງຄອບຄົວທຸກຍາກໄດ້ເຖິງ 4,7 ພັນຄອບຄົວ, 91 ບ້ານ ແລະອີກ 1 ເມືອງ.

ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກໄລຍະ 5 ປີທີ່ຜ່ານມາວຽກງານທ່ອງທ່ຽວແຂວງພວກເຮົາໄດ້ມີຜົນສໍາເລັດຫຼາຍດ້ານ ໃນນີ້

ໜຶ່ງ ແມ່ນປັບປຸງຄຸນນະພາບວຽກງານທ່ອງທ່ຽວໃຫ້ມີຄວາມຍືນຍົງໂດຍຕິດພັນກັບການອະນຸລັກມໍລະດົກທາງດ້ານວັດທະນະທໍາ, ທໍາມະຊາດ ແລະປະຫວັດສາດ ເພື່ອສ້າງເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສອງ: ສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວສໍາລັບປີ 2011-2020 ປະກອບມີ 50 ແຜນງານ, 155 ໂຄງການ ແລະມີແຜນກິດຈະກໍາຂອງແຕ່ລະໂຄງການ, ພ້ອມທັງຈັດເປັນບູລິມະສິດ ແລະ ໄລຍະເວລາຈັດຕັ້ງປະຕິບັດ

ສາມ: ແຫຼ່ງທ່ອງທ່ຽວໄດ້ຮັບການພັດທະນາ, ຄຸ້ມຄອງ ແລະຮັກສາໃຫ້ຄົງຄຸນຄ່າ

ສີ່: ໄດ້ຈັດຕັ້ງປະຕິບັດຫຼາຍກວ່າ 30 ກິດຈະກໍາ ເປັນຕົ້ນແມ່ນການຈັດສັນແຫຼ່ງທ່ອງທ່ຽວ ແລະການຍົກສູງວຽກງານປົກປັກຮັກສາວັດຖຸບູຮານ

ຫ້າ: ເອົາໃຈໃສ່ພັດທະນາ ແລະປັບປຸງສິ່ງອໍານວຍຄວາມສະດວກ

ຫົກ: ເອົາໃຈໃສ່ຟື້ນຟູ, ເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ,

ເຈັດ: ອອກແຮງໂຄສະນາສະໜອງຂໍ້ມູນຂ່າວສານໃຫ້ນັກທ່ອງທ່ຽວຜ່ານທາງອິນເຕີເນັດ, ເວັບໄຊ, ຢູທູບ, ເຟສບຸກ ແລະເຂົ້າຮ່ວມງານຕະຫຼາດນັດງານວາງສະແດງຜະລິດຕະພັນການທ່ອງທ່ຽວຢູ່ປະເທດຕ່າງໆ

ແປດ: ໄດ້ມີການພົວພັນຮ່ວມມືກັບສາກົນເພື່ອແລກປ່ຽນຖອດຖອນບົດຮຽນ ແລະຍາດແຍ່ງການຊ່ວຍເຫຼືອເພື່ອການພັດທະນາການທ່ອງທ່ຽວແບບຍືນຍົງ, ສິ່ງສໍາຄັນໄດ້ມີການພັດທະນາ, ປັບປຸງ ແລະຫັນເຂົ້າສູ່ການບໍລິການແບບມີຄຸນນະພາບ ເພື່ອກ້າວເຂົ້າສູ່ມາດຖານຂອງອາຊຽນ.

ນອກນີ້ ຍັງໄດ້ເກັບກໍາສະຖິຕິຈໍານວນ ນັກທ່ອງທ່ຽວ ຊຶ່ງໃນໄລຍະ 5 ປີ ມີນັກ ທ່ອງທ່ຽວມາທ່ຽວຊົມແຂວງທັງໝົດ 1,8 ລ້ານເທື່ອຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນ 1,6 ລ້ານເທື່ອຄົນ, ສະເລ່ຍການໃຊ້ຈ່າຍຂອງນັກທ່ອງທ່ຽວໃນ 5 ປີປະມານ 652 ລ້ານໂດລາສະຫະລັດ, ສັງເກດເຫັນໄດ້ວ່າການທ່ອງທ່ຽວຂອງແຂວງ ໄດ້ມີການຂະຫຍາຍຕົວເຂັ້ມແຂງຂຶ້ນເທື່ອລະກ້າວ ແລະມີຊື່ສຽງດັງກ້ອງໄປໄກຈົນໄດ້ຮັບລາງວັນຄໍາເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກຕິດອັນດັບ 1 ໃນ 10 ເປັນເວລາ 9 ປີ, ໃນນັ້ນ ໄດ້ອັນດັບໜຶ່ງ 7 ປີ ແລະໄດ້ຮັບນາມມະ ຍົດເປັນເມືອງມໍລະດົກໂລກທີ່ດີເດັ່ນຂອງອາຊີ.

ຕໍ່ກັບຜົນງານດັ່ງກ່າວໄດ້ກາຍເປັນຂະບວນການກະຕຸກຊຸກຍູ້ຢ່າງແຂງແຮງໃນການທໍາມາຫາກິນສ້າງວຽກເຮັດ ງານທໍາ ແລະສ້າງຄວາມດຸໝັ່ນຂະຫຍັນພຽນໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງ ເພື່ອສູ້ຊົນສ້າງລາຍຮັບຈາກການທ່ອງທ່ຽວເຂົ້າສູ່ຄອບຄົວນັບມື້ນັບສູງຂຶ້ນເປັນລໍາດັບ, ປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກ ຊຶ່ງໃນ 5 ປີສາມາດລົບລ້້າງຄອບຄົວທຸກຍາກໄດ້ 4,7 ພັນຄອບຄົວ, ບ້ານທຸກຍາກໄດ້ 91 ບ້ານ, ເມືອງທຸກຍາກໄດ້ 1 ເມືອງ, ປະຈຸບັນຍັງມີບ້ານທຸກຍາກ 169 ບ້ານ, 4,1 ພັນຄອບຄົວ, ກວມ 5,3% ຂອງຄອບຄົວ ທັງໝົດໃນທົ່ວແຂວງ.

ໂດຍສະຖານທີ່ແຫຼ່ງທ່ອງທ່ຽວທີ່ຂຶ້ນບັນຊີໃນທົ່ວແຂວງ ມາຮອດປະຈຸບັນແມ່ນມີທັງໝົດ 228 ແຫ່ງ, ໃນນີ້ ມີແຫຼ່ງທ່ອງທ່ຽວວັດທະນະທໍາ 86 ແຫ່ງ, ທໍາມະຊາດ 108 ແຫ່ງ ແລະອີກ 34 ແຫ່ງ ແມ່ນແຫຼ່ງທ່ອງທ່ຽວປະຫວັດສາດ, ດ້ານສະຖານທີ່ພັກແຮມແມ່ນມີທັງໝົດ 690 ແຫ່ງ, ໃນນັ້ນ ໂຮງແຮມ ແລະຣີສອດ 76 ແຫ່ງ, ເຮືອນພັກ 325 ຫຼັງ ແລະຮ້ານອາຫານອີກ 289 ຮ້ານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...