Home​ຂ່າວທ່ອງທ່ຽວຫລວງພະບາງຂຶ້ນບັນຊີບ່ອນທ່ອງທ່ຽວ 228 ແຫ່ງ

ຫລວງພະບາງຂຶ້ນບັນຊີບ່ອນທ່ອງທ່ຽວ 228 ແຫ່ງ

Published on

ຂປລ. ແຂວງຫລວງພະບາງໄດ້ຖືເອົາວຽກງານການພັດທະນາການທ່ອງທ່ຽວແບບຍືນຍົງເປັນບູລິມະສິດອັນດັບໜຶ່ງເພື່ອສ້າງໃຫ້ແຂວງຫລວງພະບາງໃຫ້ເປັນສູນກາງການທ່ອງທ່ຽວທາງວັດທະນາທຳ,ປະຫວັດສາດ ແລະ ທຳມະຊາດຕິດພັນກັບການສ້າງລາຍຮັບຂອງປະຊາຊົນ ໃຫ້ສູງຂຶ້ນເທື່ອລະກ້າວ.
ສະຫາຍ ນາງ ສຸດດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫລງຂ່າວ,ວັດ ທະນາທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງໄດ້ປະກອບຄຳເຫັນ ກ່ຽວກັບການພັດ ທະນາການທ່ອງທ່ຽວແບບຍືນຍົງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງຫລວງພະບາງຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃນວັນທີ 20 ມັງກອນ ໂດຍສະຫາຍ ໄດ້ຍົກໃຫ້ເຫັນວ່າ:ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ,ອໍານາດການປົກຄອງແຂວງ ຕະຫລອດໃນໄລຍະ 5 ປີ ໄດ້ມີຜົນສຳເລັດຫລາຍດ້ານໂດຍໄດ້ປັບປຸງຄຸນນະພາບວຽກງານການທ່ອງທ່ຽວໃຫ້ມີຄວາມຍືນຍົງ,ສ້າງແຜນຍຸດທະສາດພັດ ທະນາການທ່ອງທ່ຽວ,ແຫລ່ງທ່ອງທ່ຽວໄດ້ຮັບການພັດທະນາ,ຄຸ້ມຄອງ ແລະຮັກສາໃຫ້ຄົງຄຸນຄ່າ ປະຈຸບັນທົ່ວແຂວງມີແຫລ່ງທ່ອງທ່ຽວທີ່ຂຶ້ນບັນຊີທັງໝົດ 228 ແຫ່ງ ໃນນັ້ນແຫລ່ງທ່ອງທ່ຽວວັດທະນາທຳ 86 ແຫ່ງ ,ທຳມະຊາດ 108 ແຫ່ງ ແລະ ປະຫວັດສາດ 34 ແຫ່ງ,ເອົາໃຈໃສ່່ພັດທະນາ ແລະ ປັບປຸງສິ່ງອໍານວຍຄວາມສະດວກ,ສະຖານທີ່ພັກເຊົາ,ເອົາ ໃຈໃສ່ຟື້ນຟູ,ເສີມຂະຫຍາຍວັດທະນາທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມອຸດົມສົມບູນຮັ່ງມີ,ຮັບປະກັນລັກສະນະຊາດ,ລັກສະນະປະຊາຊົນ ແລະ ລັກ ສະນະກ້າວໜ້າ,ສິ່ງສຳຄັນໄດ້ມີການພັດທະນາ,ປັບປຸງ ແລະ ຫັນເຂົ້າສູ່ການບໍລິການແບບມີຄຸນນະພາບເພື່ອກ້າວເຂົ້າສູ່ມາດຕະຖານຂອງອາຊຽນ ດ້ວຍທ່າແຮງທີ່ເຂັ້ມແຂງຂອງວຽກງານທ່ອງທ່ຽວຢູ່ຫລວງພະບາງເຊິ່ງໄດ້ກາຍເປັນເງື່ອນໄຂທີ່ສຳຄັນໃນການຊຸກຍູ້ສົ່ງເສີມຂະບວນການຜະລິດຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.
ດ້ວຍເຫດຜົນຄືດັ່ງກ່າວໄດ້ກາຍເປັນຂະບວນການກະຕຸກຊຸກຍູ້ຢ່່າງແຂງແຮງໃນການທຳມາຫາກິນສ້າງວຽກເຮັດງານທຳ ແລະ ສ້າງຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນບັນດາເຜົ່າພາຍໃນແຂວງເພື່ອສູ້ຊົນສ້າງລາຍຮັບຈາກການທ່ອງທ່ຽວເຂົ້າສູ່ຄອບຄົວໃຫ້ສາມາດເພິ່ງຕົນເອງ,ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ຈາກສະພາບການດັ່ງກ່າວໄດ້ເຮັດໃຫ້ການທ່ອງທ່ຽວຂອງແຂວງຫລວງພະບາງນັບມື້ນັບຂະຫຍາຍຕົວ ແລະ ມີຊື່ສຽງດັງກ້ອງໄປໄກຈົນໄດ້ຮັບລາງວັນຄຳເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ ຕິດອັນດັບ 1 ໃນ 10ເປັນເວລາ 9ປີ,ໃນນັ້ນໄດ້ອັນດັບໜຶ່ງ 7 ປີ ,ໄດ້ຮັບນາມ ມະຍົດເປັນເມືອງມໍລະດົກໂລກທີ່ດີເດັ່ນຂອງອາຊີ,ໃນໄລຍະ 5 ປີຜ່ານມາໄດ້ມີນັກທ່ອງທ່ຽວ ເດີນທາງມາທ່ຽວເມືອງມໍລະດົນໂລກ 1,8 ລ້ານເທື່ອຄົນ ໃນນັ້ນນັກທ່ອງທ່ຽວສາກົນ 1,6 ລ້ານເທື່ອຄົນ,ສະເລ່ຍການໃຊ້ຈ່າຍຂອງນັກທ່ອງທ່ຽວໃນ 5 ປີ ປະມານ 652 ລ້ານໂດລາສະຫະລັດ.ສັງເກດເຫັນໄດ້ວ່າການທ່ອງທ່ຽວແແຂວງຫລວງພະບາງມີການຂະຫຍາຍຕົວ ແລະ ເຂັ້ມ ແຂງຂື້ນເທື່ອລະກ້າວອັນໄດ້ກາຍເປັນການ ຊຸກຍູ້ ໃຫ້ປະຊາຊົນບັນດາເຜົ່າມີລາຍຮັບເຂົ້າສູ່ຄອບຄົວ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເປັນລຳດັບ ປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກຂອງປະຊາຊົນໃນ 5 ປີຜ່ານມາສາມາດ ລົບລ້າງຄວາມທຸກຍາກໄດ້ 4.713 ຄອບຄົວ,ບ້ານທຸກຍາກໄດ້ 91 ບ້ານ,ເມືອງທຸກຍາກໄດ້ 1 ເມືອງ,ປະຈຸບັນມີບ້ານທຸກຍາກ 169 ບ້ານ,ຄອບຄົວທຸກຍາກ 4.134 ຄອບຄົວ ກວມ 5,3%ຂອງຄອບຄົວທັງໝົດໃນທົ່ວແຂວງ.

2 12400641_466946000175852_4802788732979689631_n

ຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...