spot_img
Homeຂ່າວຕ່າງປະເທດໄອ​ເອັມ​ເອຟ ປັບ​ຫຼຸດເສດ​ຖະກິ​ດ​ ໂລກ​ລົງ 3,4%

ໄອ​ເອັມ​ເອຟ ປັບ​ຫຼຸດເສດ​ຖະກິ​ດ​ ໂລກ​ລົງ 3,4%

Published on

    ກອງ​ທຶນ​ການ​ເງິນ​ສາກົນ(​ໄອ​ເອັມ​ເອຟ)ປັບ​ຫຼຸດ​ການ​ປະ​ເມີນ​ການ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໂລກ​ໃນ​ປີ​ນີ້​ລົງ 3,4% ​ແລະ ​ເຕືອນ​ວ່າ​ເສດຖະກິດ​ເກີດ​ໃໝ່​ຈະ​ພົບ​ກັບ​ຄວາມ​ສ່ຽງ​ຫຼາ​ຍດ້ານ.

     ຕາມ​ລາຍ​ງານ​ທີ່​ໄອ​ເອັມ​ເອຟ​ເຜີຍ​ແພ່​ໃນ​ວັນ​ທີ 19 ມັງກອນ​ທີ່​ຜ່​ານມາ​ຄາດ​ວ່າ ​ເສດຖະກິດ​ໂລກ​ປີ 2016 ຈະ​ຂະຫຍາຍ​ຕົວ​ຢູ່​ທີ 3,4% ຫຼຸດ​ລົງ​ຈາກ​ທີ່​ປະ​ເມີນ​ໄວ້​ເມື່ອ​ເດືອນ​ຕຸລາ​ປີ​ກ່ອນ​ວ່າ ຈະ​ຂະຫຍາຍຕົວ 3,6% ​ແຕ່​ຍັງ​ສູງ​ກວ່າ​ປີ 2015 ທີ່​ຂະຫຍາຍຕົວ 3,1% ຊຶ່ງ​ເສດ​ຖະກິດ​ພັດທະນາ​ແລ້ວ​ຈະ​ຍັງ​ເປັນ​ຫຼັກ​ໃນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໂລກ​ປີ​ນີ້ ​ແຕ່​ຈະ​ຂະຫຍາຍຕົວ​ພຽງ 6,3% ຫຼຸດ​ລົງ​ຈາກ 6,9% ​ໃນ​ປີ​ທີ່​ຜ່ານ​ມາ ​ແລະ ຈະ​ຫຼຸດ​ລົງ​ຕໍ່​ເນື່ອງ​ໃນ​ປີໜ້າ ຂະນະ​ທີ່​ອາ​ເມ​ລິ​ກາລາ​ຕິນ​ທັງ​ພາກ​ພື້ນ​ຈະ​ເຂົ້າ​ສູ່​ພາວະ​ເສດຖະກິດ​ຖົດຖອຍ​ເພາະ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ໃຫຍ່​ເຊັ່ນ: ບຣາຊິນ​ຈະ​ຫົດ​ຕົວ 3,5% ຕໍ່​ເນື່ອງ​ຈາກ​ປີ 2015 ທີ່​ຫົດ​ຕົວ 3,8%.

​      ໄອ​ເອັມ​ເອຟລະບຸ​ພາບ​ລວມ​ເສດຖະກິດ​ໂລກ​ປີ​ນີ້​ວ່າ ການ​ຄ້າ ​ແລະ ການ​ລົງທຶນ​ຈະ​ຫົດ​ຕົວ, ລາຄາ​ສິນຄ້າ​ໂພ​ກພັນ​ຈະ​ຫຼຸດ​ລົງ​ຢ່າງ​ໜັກ​​ເຊັ່ນ: ນ້ຳມັນ ຊຶ່ງ​ປີ​ນີ້​ຈິ່ງ​ຈະ​ເປັນ​ປີ​ທີ່​ທ້າຍ​ທາຍ​ອັນ​ໃຫຍ່​ຫຼວງ, ຜູ້​ກຳນົດ​ນະ​ໂຍບາຍ​ປະ​ເທດ​ຄວນ​ຄຳນຶງ​ເຖິງ​ການ​ຟື້ນ​ຕົວ​ໄລຍະ​ສັ້ນ ​ແລະ ​ແນວທາງ​ທີ່​ຈະ​ສົ່ງ​ເສີມ​ເລື່ອງ​ນີ້​ໂດຍ​ສະ​ເພາະ​ເສດຖະກິດ​ເກີດ​ໃໝ່ ​ແລະ ​ໂລກ​ກຳລັງ​ພັດທະນາ​ທີ່​ຕ້ອງ​ພົບ​ກັບ​ຄວາມ​ສ່ຽງ​ຫຼາຍ​ດ້ານ ທັງ​ເລື່ອງ​ລາຄາ​ສິນຄ້າ​ໂພ​ກພັນ​ຫຼຸດ​ລົງ​ຕາມ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຈາກ​ສປ ຈີນ, ຕົ້ນ​ທຶນ​ການ​ກູ້​ຢືມ​ທີ່​ສູງ​ຂຶ້ນ​ເພາະ​ອາ​ເມ​ລິ​ກາ​ຂຶ້ນ​ອັດຕາ​ດອກ​ເບ້ຍ, ​ເຫດການ​ວຸ້ນວາຍ​ທາງ​ການ​ເມືອງ ​ແລະ ຄວາມ​ບໍ່​ສະ​ຫງົບ​ໃນ​ຫຼາຍ​ປະ​ເທດ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...