spot_img
Homeຂ່າວຕ່າງປະເທດເສດຖະກິດ ເຢຍລະມັນເຕີບໂຕ 1,7%

ເສດຖະກິດ ເຢຍລະມັນເຕີບໂຕ 1,7%

Published on

​      ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຂອງ​ເຢຍລະ​ມັນ​ເປີດ​ເຜີຍ​ຕົວ​ເລກ​ການ​ເຕີບ​ໂຕ​ເສດຖະກິດ​​ໃນ​ປີ 2015 ທີ່​ຜ່ານ​ມາ​ດ້ວຍ​ຕົວ​ເລກ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ເພີ່ມ​ຂຶ້ນ​ຈາກ​ປີ 2014 ທີ່​ເຕີບ​ໂຕ 1,6% ​ໂດຍ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ຂະຫຍາຍຕົວ 1,9% ​ເປັນ​ປັດ​ໃຈ​ຕົ້ນຕໍ​ສະໜັບສະໜູນ​ການ​ເຕີບ​ໂຕ.

​      ເຢຍລະ​ມັນ​ເປັນ​ປະ​ເທດ​ເສດຖະກິດ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ເອີ​ໂຣ​ໂຊນ​ໄດ້​ຮັບ​ອານິສົງ​ຈາກ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ທະນາຄານ​ກາງ​ເອີຣົບ(ອີ​ຊີ​ບີ) ດ້ວຍ​ອັດຕາ​ການ​ວ່າງ​ວຽກ​ທີ່​ຕໍ່າ​ສຸດ​ເປັນ​ປະຫວັດສາດ, ຄ່າ​ແຮງ​ງານ​ທີ່​ເພີ່ມ​ຂຶ້ນ ປະກອບ​ກັບ​ລາຄາ​ນ້ຳມັນ​ທີ່​ຕໍ່າ​ກວ່າ​ປີ​ກ່ອນ​ກວ່າ 37% ສົ່ງ​ຜົນ​ເຮັດ​​ໃຫ້ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ກາຍ​ເປັນ​ແຮງ​ຊຸກຍູ້​ການ​ເຕີບ​ໂຕ ຂະນະ​ທີ່​ຜູ້​ສົ່ງ​ອອກ​ປັບ​ປ່ຽນ​ກົນລະຍຸດ​ຈາກ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ເກີດ​ໃໝ່​ທີ່​ເສດຖະກິດ​ຫົດ​ຕົວ​ມາ​ເປັນ​ຕະຫຼາດ​ປະ​ເທດ​ພັດທະນາ​ແລ້ວ​ທີ່​ເສດຖະກິດ​ກຳລັງ​ຟື້ນ​ຕົວ, ຊຶ່ງ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ຂະຫຍາຍຕົວ 1,9%​ ໃນ​ປີ 2015 ນັ້ນ​ເປັນ​ການ​ຂະຫຍາຍຕົວ​ສູງ​ສຸດ​ນັບ​ຕັ້ງ​ແຕ່​ປີ 2000 ​ແລະ ​ຊ່ວຍ​ເພີ່ມ​ຈີ​ດີ​ພີ 1%​ໃນ​ປີ​ທີ່​ຜ່ານ​ມາ ຂະນະ​ດຽວ​ກັນ​ການ​ໃຊ້​ຈ່າຍ​ພາກ​ລັດ​ເພີ່ມ​ຂຶ້ນ​ເປັນ 2,8% ຈາກ 1,7% ​ໃນ​ປີ 2014 ສູງ​ສຸດ​ນັບ​ຕັ້ງ​ແຕ່​ໄລຍະ​ວິ​ກິດ​ເສດຖະກິດ​ປີ 2009 ​ແລະ ຊ່ວຍ​ເພີ່ມ​ຈີ​ດີ​ພີ​ໄດ້ 0,5% ສ່ວນ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 5,4% ​ແລະ ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 5,7% ​ໂດ​ຍການ​ຄ້າ​ຊ່ວຍ​ເພີ່ມ​ຈີ​ດີ​ພີ 0,2%.

ຢ່າງ​ໃດ​ກໍ​ຕາມ ທະນາຄານ​ກາງ​ເຢຍລະ​ມັນ(ບຸນ​ເດ​ສ​ແບ​ງ)ຍັງ​ເຊື່ອ​ໝັ້ນ​ວ່າ ​ເສດຖະກິດ​ຂອງ​ປະ​ເທດ​ຈະ​ເຕີບ​​ໂຕ​ໄດ້​ເຂັ້ມ​ແຂງ​ຕໍ່​ເນື່ອງ​ຢູ່ທີ່ 1,8% ​ໃນ​ປີ 2016 ​ແລະ 1,7%​ ໃນ​ປີ 2018. ຂະນະ​ດຽວ​ກັນ​ງົບປະມານ​ໃນ​ປີ​ທີ່​ຜ່ານ​ມາ​ເກີນ​ດຸນ​ສູງ​ສຸດ​ໃນ​ຮອບ 15 ປີ​ດ້ວຍ​ອັດຕາ​ສ່ວນ 0,5% ຂອງ​ຈີ​ດີ​ພີ​ຊ່ວຍ​ໃຫ້​ເຢຍລະ​ມັນ​ເຂັ້ມ​ແຂງ​ໃນການ​ຮັບ​ມື​ກັບ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ອົບ​ພະຍົບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...