Home​ຂ່າວທ່ອງທ່ຽວເວຫານໍ້າເຕົ້າແກ້ວຫີນ ແດນສັກສິດລາວ ສິ່ງມະຫັດສະຈັນ ຈະເລີ່ມເຜີຍສູ່ ສາຍຕາມະຫາຊົນ

ເວຫານໍ້າເຕົ້າແກ້ວຫີນ ແດນສັກສິດລາວ ສິ່ງມະຫັດສະຈັນ ຈະເລີ່ມເຜີຍສູ່ ສາຍຕາມະຫາຊົນ

Published on

    ເວ­ຫາ​ນ້ຳ­ເຕົ້າ​ແກ້ວດອກ​ຫີນ​ແດນ​ສັກ­ສິດ​ລາວ​ຄື ແດນ​ມະ­ຫັດ­ສະ­ຈັນ​ແປກ​ຕາໃໝ່​ຢູ່​ເຂດ​ທ່ອງ​ທ່ຽວ​ຕາດຊອນ​ແດນ​ຫົງ​ພູ​ສູງ​ສວນ​ອຸທິ​ຍານ​ຊຸມ​ຊົນ​ສະ­ມາ­ຄົມ​ເສດຖະ​ກິດ​ອາ​ຊຽນ​ມີ​ອາ­ຍຸ​ນັບ​ຫຼາຍລ້ານ​ປີທີ່​ຍັງ​ບໍ່​ທັນ​ຖືກ​ເຜີຍ​ໂສມ ຕໍ່​ສັງ­ຄົມ, ປະ­ຈຸ​ບັນ​ໄດ້​ເລີ່ມ ສ້າງ​ເສັ້ນ­ທາງ​ເຂົ້າ​ຫາ ພ້ອມ​ຈະ​ທຸ້ມ​ທຶນ​ສ້າງ​ເປັນ​ຈຸດ​ພັກ­ຜ່ອນ​ເພື່ອ​ໃຫ້​ມວນ​ຊົນ​ເຂົ້າ​ໄປ​ທ່ຽວ​ຊົມ​ສ້າງ​ທ່າ­ແຮງ​ດ້ານ​ລາຍ​ຮັບ​ໃນ​ອະ­ນາ­ຄົດ.

ເມື່ອ​ວັນ​ທີ 16 ມັງ­ກອນ​ນີ້ ໃນ​ໂອ­ກາດການ​ນຳ​ແຂວງ​ສາ­ລະ​ວັນ 20 ກວ່າ​ທ່ານ ໄປ​ຢ້ຽມ­ຢາມ​ແຫຼ່ງ​ທ່ອງທ່ຽວ​ດັ່ງ­ກ່າວ​ຢູ່​ເຂດ​ນາ​ຊາຍ​ທອງນະຄອນ​ຫຼວງ​ວຽງ​ຈັນ ທ່ານ ຄຳ​ໄພ ສົມ​ຊະນະ ປະ­ທານ​ບໍ­ລິ­ສັດ​ກຸ່ມ​ຄຳ​ໄພ​ຊະ­ນະ​ກໍ່ສ້າງ ຈຳ­ກັດ​ກໍ​ໃຫ້​ກຽດ ຕ້ອນ­ຮັບ​ໄດ້​ນຳພາ​ໄປ​ທ່ຽວ​ຊົມ​ເວ­ຫາ​ນ້ຳ­ເຕົ້າ​ແກ້ວ​ດອກຫີນ​ແດນ​ສັກ­ສິດ​ລາວ ພ້ອມ​ທັງ​ທ່ຽວ ຊົມ​ໄມ້​ປູກ​ຫຼາຍ​ລ້ານ​ຕົ້ນ​ໃນ​ເນື້ອ­ທີ່ 10 ພັນ​ເຮັກ­ຕາໄປ​ກັບ​ການ​ຊົມ​ຄວາມ​ງົດ ງາມ​ແບບ​ຕື່ນ​ຕາ​ຕື່ນ​ໃຈ​ກົມ​ກ່ອມ​ກັບ​ທຳມະ​ຊາດ​ສີ­ຂຽວ​ຂອງ​ແຫຼ່ງ​ທ່ອງ​ທ່ຽວ​ທຳມະ​ຊາດ​ພຽງ​ແຫ່ງ​ດຽວ​ໃນ​ນະ­ຄອນຫຼວງ​ວຽງ​ຈັນ.

ທ່ານ​ປະ­ທານ​ກ່າວ​ວ່າ: ຜ່ານ​ມາ​ບໍ­ລິ­ສັດ​ໄດ້​ລົງ­ທຶນ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ນ້ຳ­ຕົກ­ຕາດ​ຊອນ​ແດນ​ຫົງ​ພູ​ສູງ​ສວນ​ອຸ­ທິ­ຍານ​ຊຸມ​ຊົນ​ສະ­ມາ­ຄົມ​ອາ​ຊຽນ​ຫຼາຍ​ຮ້ອຍຕື້​ກີບ ເປັນ­ຕົ້ນ​ແມ່ນ​ການ​ປັບ­ປຸງ​ກໍ່­ສ້າງ ໂຄງ​ລ່າງ​ພື້ນ­ຖານ​ເສັ້ນ­ທາງ, ໄຟ­ຟ້າ, ຕູບ ພັກ­ຜ່ອນ​ຫ້ອງ​ປະ­ຊຸມ ແລະ​ປັບ­ປຸງ​ອ່າງ ຫ້ວຍ​ຊອນ​ຫວ້ຍ​ຊົ້ວ, ປະ­ຈຸ​ບັນ​ກຳ­ລັງ​ລົງ­ທຶນ​ໃໝ່​ຕື່ມ​ອີກ​ເພື່ອ​ສ້າງ​ເສັ້ນ­ທາງ​ອອກ​ສູ່​ເມືອງ​ສັງ​ທອງ​ຂະ­ໜາດ​ກ້ວ​າງ 17 ແມັດ ແລະ​ບຸກ­ເບີກ​ເສັ້ນ­ທາງ​ເຂົ້າ​ຫາ​ແດນ​ມະ ຫັດ​ສະ​ຈັນ ເວ­ຫາ​ນ້ຳ­ເຕົ້າ​ແກ້ວ​ດອກ​ຫີນ ແດນ​ສັກ­ສິດ​ລາວ ຊຶ່ງ​ຄາດ​ວ່າ​ປະ­ມານ 1 ເດືອນ​ຈະ​ທະ­ລຸ​ເຖິງ​ພ້ອມ​ຈະ​ທຸ້ມ​ທຶນ​ສ້າງ​ບ້ານ​ພັກ​ຕາກ​ອາ­ກາດ​ອ້ອມ​ຮອບ ສະ­ຖານ­ທີ່​ເວ­ຫາ​ນ້ຳ­ເຕົ້າ​ແກ້ວ​ດອກ​ຫີນ ແດນ​ສັກ­ສິດ​ລາວ​ໃນ​ເນື້ອ­ທີ່​ຫຼາຍ 10 ເຮັກ­ຕາ​ເພື່ອ​ໃຫ້​ເປັນ​ບ່ອນ​ພັກ­ຜ່ອນ​ຂອງ ຄົນ​ຊາວ​ວຽງ ແລະ​ຊາວ​ຕ່າງ​ແດນ​ຫັນ ໃຫ້​ເປັນ​ທ່າ­ແຮງ​ດ້ານ​ລາຍ​ຮັບ​ໃນ​ອະ​ນາຄົດ.

ທ່ານ​ຍັງ​ເປີດ­ເຜີຍ​ຕື່ມ​ອີ​ກວ່າ: ເວ­ຫາ​ນ້ຳ­ເຕົ້າ​ແກ້ວ​ດອກ​ຫີນ​ແດນ​ສັກ­ສິດ​ລາວ ມີ​ຊື່​ເດີມ​ທີ່​ຄົນ​ທ້ອງ­ຖິ່ນ​ເອີ້ນ​ກັນ​ມາ​ວ່າ ຄູ­ຫາ​ນ້ຳ­ເຕົ້າ​ແກ້ວ ຄວາມ​ມະ­ຫັດ­ສະ­ຈັນ​ຄື ເປັນ​ລານ​ຫີນ​ໃຫຍ່​ທີ່​ສຸດ ແລະ​ມີ​ຫີນຈຸ້ມ ກັນ​ເປັນ​ຍຸ່ມໆ​ຄື​ດອກ​ໄມ້​ໃນ​ເນື້ອ­ທີ່​ປະ ມານ 50 ເຮັກ­ຕາ ແລະ​ມີ​ຜົ້ງ​ນ້ຳ​ຄື​ນ້ຳ­ເຕົ້າ ແກ້ວ​ເປັນ​ຍ່ານ​ຫຼາຍ​ຈຸດ​ມີ​ນ້ຳ​ຂັງ​ໄສ​ຕະຫຼອດ​ບໍ່​ມີ​ບົກ​ແຫ້ງ ແລະ​ບໍ່​ທັນ​ສຳ​ຫຼວດ​ວ່າ ນ້ຳ​ມາ​ແຕ່​ໃສ ສັງ­ເກດ​ເປັນ​ຮູ​ຍາວ​ໄປ​ແຕ່​ບໍ່​ສາ­ມາດ​ເວົ້າ​ໄດ້​ວ່າ​ຮູ​ຍາວ​ປານ­ໃດ ຈິ່ງຈະ​ພັດ­ທະ­ນາ​ໃຫ້​ເປັນ​ບ່ອນ​ທ່ຽວ​ຊົມ​ອີກ​ຈຸດ​ໜຶ່ງ​ໃນ​ເຂດ​ທ່ອງ​ທ່ຽວ​ນ້ຳ­ຕົກ­ຕາດ ຊອນ​ແດນ​ຫົງ​ພູ​ສູງ​ຊຸມ​ຊົນ​ສະ­ມາ­ຄົມ​ອາຊຽນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...