Homeມູມໄອທີລາວສະມາດໂຟນ LG Tribute 5 (K7) ເປີດໂຕແລ້ວເທິງ Boost Mobile

ສະມາດໂຟນ LG Tribute 5 (K7) ເປີດໂຕແລ້ວເທິງ Boost Mobile

Published on

ໃນມື້ນີ້ເອງ Boost Mobile ກໍໄດ້ເລີ່ມວາງຈຳໜ່າຍ LG Tribute 5 ແລ້ວ, ເຊິ່ງປີກ່ອນນີ້ເປັນ Tribute 2 ທີ່ປະສົບຜົນສຳເລັດສູງ ແຕ່ມາປີນີ້ພັດຂ້າມຊື່ Tribute 3, Tribute 4 ແລະມາໃຊ້ຊື່ Tribute 5 ແທນ

image

  ສະມາດໂຟນ Tribute 5 ນັ້ນເປັນພຽງລຸ້ນທີ່ປ່ຽນຊື່ມາຈາກ K7 ທີ່ໄດ້ລົງຂ່າວໄປແລ້ວກ່ອນໜ້ານັ້ນລວມໄປເຖິງ K10 ນຳທັງສອງລຸ້ນນີ້ເປັນສະມາດໂຟນລາຄາຖືກທັງຄູ່ເລີຍ

image

ສຳລັບສະເປັກຂອງ Tribute 5 ມີດັ່ງນີ້:
– ໃຊ້ງານຊິບປະມວນຜົນ quad-core 1.1 GHz Snapdragon 210
– ລະບົບປະຕິບັດການ Android 5.1 Lollipop,
– RAM 1 GB
– ROM 8 GB
– ກ້ອງຫຼັງ 5 ລ້ານພິກເຊວ
– ກ້ອງໜ້າ 5 ລ້ານພິກເຊວ ພ້ອມກັບການເຊວຟີດ້ວຍທ່າທາງ (ຍັງບໍ່ແນ່ໃຈວ່າເຮັດແນວໃດ)
– ແບັດເຕີຣີ 2125 mAh

image

ສຳລັບລາຄາທີ່ Boost Mobile ກຳລັງຕັ້ງຂາຍ Tribute 5 ໃນຕອນນີ້ແມ່ນ $99.99

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...