ລັດວາງ 7 ຍຸດທະສາດລະດັບຊາດ ພັດທະນາ 10 ປີຕໍ່ໜ້າ

3
24224

    ເພື່ອ​ເປັນ​ການ​ຜັນ​ຂະ­ຫຍາຍ ບັນ­ດາ​ຄາດ­ໝາຍ​ສູ້​ຊົນ​ໃຫ້​ໄດ້​ຮັບ ໝາກ­ຜົນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມໃນ­ຕໍ່­ໜ້າ (2016-2025) ລັດ​ໄດ້ວາງ 7 ຍຸດ​ທະ​ສາດ ລະ­ດັບ​ຊາດເປັນ­ຕົ້ນ​ຍຸດ​ທະ​ສາດ​ພັດ­ທະ­ນາ​ເສດຖະ​ກິດ​ຢ່າງ​ຕໍ່​ເນື່ອງ​ໄປ​ຕາມ​ທິດ​ມີຄຸນ​ນະ​ພາບ, ສີ­ຂຽວ ແລະ​ຍືນ​ຍົງ,ພັດ­ທະ­ນາ​ປະ­ເທດ​ໃຫ້​ຫຼຸດ​ພົ້ນ​ອອກ ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ແລະ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ ຍືນ​ຍົງ, ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ, ການ​ປົກ​ປັກ​ຮັກ­ສາ ແລະ​ນຳ​ໃຊ້​ຊັບ​ພະ ຍາ​ກອນ ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ, ຍຸດ​ທະ​ສາດ​ເພີ່ມ​ທະ­ວີ​ຄວາມ​ສັກ­ສິດ,   ການ​ເຊື່ອມ​ໂຍງ ແລະ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ-ສາ­ກົນ ແລະ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດ ສາ​ຫະ​ກຳ-ທັນ​ສະ­ໄໝ.

     ໃນ​ວັນ​ທີ 18 ມັງ­ກອນ​ຜ່ານ​ມາ ສະ­ຫາຍ ທອງ​ສິງ ທຳ​ມະ​ວົງນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້ຂຶ້ນ​ສະ­ເໜີ​ຮ່າງ​ວິ­ໄສ​ທັດ​ຮອດ ປີ 2030, ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໄລ­ຍະ 10 ປີ (2016-2025) ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົນ 5 ປີ ຄັ້ງ​ທີ VIII (2015-2020) ຕໍ່​ກອງປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ X ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ໂດຍ​ຍົກ ໃຫ້​ເຫັນ​ຜົນ­ສຳ­ເລັດ​ການ​ພັດ­ທະ­ນາ​ດ້ານ ຕ່າງໆ​ໄລ­ຍະ 15 ປີ­ຜ່ານ­ມາ ຊຶ່ງ​ເສດ​ຖະ ກິດ​ແຫ່ງ​ຊາດ​ມີ​ການ​ຂະ­ຫຍາຍ­ຕົວ​ໃນ ຈັ່ງ​ຫວະ​ໄວ ແລະ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ​ໂດຍ ພື້ນ­ຖານ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ ໃນ (GDP) ສະ­ເລ່ຍ​ບັນ­ລຸ 7,4% ຕໍ່​ປີ, ສະ­ເລ່ຍ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 319 ໂດ ລາ ໃນ​ສົກ​ປີ 2000-2001 ມາ​ເປັນ 1.671 ໂດ​ລາ ໃນ​ສົກ​ປີ 2013-2014 ແລະ​ມາ​ເປັນ 1.970 ໂດ​ລາ​ສະ­ຫະ­ລັດ ໃນ​ສົກ​ປີ 2014-2015, ພິ­ເສດ ໃນ​ປີ 2011 ທະ­ນາ­ຄານ​ໂລກ​ໄດ້​ເລື່ອນ ສປປ ລາວ ຈາກ​ກຸ່ມ​ປະ­ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຂຶ້ນມາ­ສູ່​ປະ­ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ໃນ ລະ­ດັບ​ຕ່ຳ.

ບົນ​ພື້ນ­ຖານ​ຜົນ­ສຳ­ເລັດ​ດັ່ງ­ກ່າວ ສະ ຫາຍ ທອງ​ສິງ ທຳ​ມະ​ວົງ ໄດ້​ຊີ້​ໃຫ້​ເຫັນ ເຖິງ​ຄຳ​ຂວັນ​ຂອງ​ວິ­ໄສ​ທັດ​ຮອດ​ປີ 2030 ແລະ​ຍຸດ​ທະ​ສາດ​ຮອດ​ປີ 2025 ຄື: “ສູ້ຊົນ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃຫ້​ຫຼຸດ​ພົ້ນ ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ກ້າວ​ໄປ​ສູ່​ປະ­ເທດ​ກຳ­ລັງ​ພັດ​ທະ ນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງ​ຕາມ​ທິດ ການ​ພັດ­ທະ­ນາ​ສີ­ຂຽວ ແລະ​ຢືນ​ຍົງ ເມື່ອເຖິງ​ປີ 2030 ” ສຳ­ລັບ​ຍຸດ​ທະ​ສາດ​ການ ພັດ ທະ​ນາ​ເສດ­ຖະ­ກິດ ໄລ­ຍະ 10 ປີ (2016-2025)ເພື່ອ​ຜັນ​ຂະ­ຫຍາຍ​ຄາດ­ໝາຍ​ສູ້​ຊົນ​ຕ່າງໆ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ປະ­ຕິ­ບັດ 7 ຍຸດ​ທະ​ສາດ​ລະ­ດັບ​ຊາດ​ດັ່ງ­ນີ້:
1. ຍຸດ​ທະ​ສາດ​ທຳ​ອິດ​ພັດ­ທະ­ນາ​ເສດ​ຖະ ກິດ​ຢ່າງ​ຕໍ່​ເນື່ອງ​ໄປ​ຕາມ​ທິດ​ມີ​ຄຸນ​ນະ ພາບ, ສີ­ຂຽວ ແລະ​ຢືນ​ຍົງ ຊຶ່ງ​ເປົ້າ​ໝາຍແມ່ນ​ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ ຕໍ່​ເນື່ອງ​ໝັ້ນ​ທ່ຽງ​ດ້ວຍ​ຈັງ­ຫວະ​ສະ­ເລ່ຍ 7,5% ຕໍ່​ປີ, ເສດ­ຖະ­ກິດ​ມະ­ຫາ​ພາກ​ມີ​ສະ ຖຽນ​ລະ​ພາບ, ຄວາມ­ທຸກ​ຍາກ​ສືບ­ຕໍ່​ຫຼຸດ ລົງ, ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໄດ້ ຮັບ​ການ​ຍົກ​ລະ­ດັບ​ດີ​ຂຶ້ນ, ຮັບ­ປະ­ກັນ​ການ ຜະ­ລິດ​ສະ­ບຽງ​ອາ­ຫານ​ໃຫ້​ພຽງ­ພໍ​ກັບ ຄວາມ​ຕ້ອງ­ການ​ພາຍ​ໃນ, ມີ​ສິນ­ຄ້າ​ສົ່ງ ອອກ​ຈຳ­ນວນ​ໜຶ່ງ, ມີ​ການ​ຈັດ​ສັນ​ເຂດ ການ​ພັດ­ທະ­ນາ ແລະ​ຈັດ​ວາງ​ກຳ­ລັງ​ການ ຜະ­ລິດ​ຕາມ​ເຂດ​ແຄວ້ນ​ຢ່າງ​ເປັນ​ລະ­ບົບ.

2. ຍຸດ​ທະ​ສາດ​ທີ​ສອງ ເພື່ອ​ພັດ­ທະ­ນາ​ປະ ເທດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ ດ້ອຍ​ພັດ­ທະ­ນາ (LDCs) ແລະ​ປະ­ຕິ­ບັດ ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (SDGs) ໂດຍ​ສຸມ​ໃສ່​ປະ­ຕິ­ບັດ​ເປົ້າ​ໝາຍ ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ ພັດ­ທະ­ນາ​ໃຫ້​ສຳ­ເລັດ​ໃນ​ປີ 2020 ແລະ ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ ຍືນ​ຍົງ.

3. ສາມ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ ມະ­ນຸດ ເລັງ​ໃສ່​ພັດ­ທະ­ນາ​ຄົນ​ໃຫ້​ມີ ຄຸນ​ສົມ ບັດ​ສິນ​ທຳ​ປະ­ຕິ­ບັດ, ມີ​ສະ­ຕິ​ປັນ­ຍາ, ສຸ​ຂະ ພາບ ແລະ​ຮ່າງ­ກາຍ​ແຂງ­ແຮງ, ການ​ສຶກ ສາ​ອົບ­ຮົມ​ດ້ານ​ແນວ​ຄິດ​ການ­ເມືອງ, ການຄຸ້ມ​ຄອງ​ກໍ່­ສ້າງ​ພະ­ນັກ­ງານ, ຍົກ​ປະ​ສິດ­ທິພາບ​ຂອງ​ແຮງ​ງານ, ສົ່ງ­ເສີມ​ວຽກ​ງານ ໂພ­ຊະ​ນາ​ການ, ຍົກ​ສູງ​ຄຸນ­ຄ່າ​ວັດ­ທະ­ນະ ທຳ​ອັນ​ດີ­ງາມ​ຂອງ​ຊາດ ແລະ​ຂອງ​ບັນ ດາ​ເຜົ່າ.

4. ສີ່​ຍຸດ​ທະ​ສາດ​ການ​ປົກ​ປັກ​ຮັກ­ສາ ແລະ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ຢ່າງ​ມີ​ປະ​ສິດ­ທິ​ຜົນ​ຕາມ​ທິດ​ສີ­ຂຽວ ແລະ ຍືນ​ຍົງ ໂດຍ​ສະ­ເພາະ​ທີ່​ດິນ, ປ່າ­ໄມ້, ແຮ່ ທາດ, ແຫຼ່ງ​ນ້ຳ, ອາ­ກາດ​ໃຫ້​ມີ​ການ​ນຳ​ໃຊ້ເກີດ​ປະ­ໂຫຍດ​ສູງ​ສຸດ, ມີ​ຄວາມ​ຍືນ​ຍົງໝັ້ນ­ຄົງ​ໄປ​ຕາມ​ທິດ​ສີ­ຂຽວ ແລະ​ຮັບ​ປະກັນ​ການ​ບັນ­ເທົາ, ຮັບ​ມື ແລະ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ.

5. ຫ້າ​ຍຸດ​ທະ​ສາດ​ການ​ເພີ່ມ​ທະ­ວີ​ຄວາມ ສັກ­ສິດ​ຂອງ​ລະ­ບົບ​ການ​ປົກ­ຄອງ​ດ້ວຍ ກົດ­ໝາຍ​ຂອງ​ລັດ​ປະ­ຊາ​ທິ ປະ​ໄຕ​ປະ­ຊາ ຊົນ: ປັບ­ປຸງ​ສ້າງ​ລະ­ບົບ​ກົງ­ຈັກ​ການ​ປົກ ຄອງ ແລະ​ການ​ບໍ­ລິ­ຫານ​ລັດ​ໃຫ້​ເຂັ້ມ­ແຂງ ມີ​ປະ­ສິດ­ທິ­ພາບ​ສູງ​ຂຶ້ນ, ປັບ­ປຸງ​ສ້າງ​ບັນ ດາ​ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ​ໃຫ້​ກະ­ທັດ ຮັດ, ສ້າງ ແລະ​ປັບ­ປຸງ​ບັນ­ດາ​ນິ­ຕິ​ກຳ, ນະໂຍ​ບາຍ​ລະ­ບຽບ​ການ​ຕ່າງໆ​ໃຫ້​ຄົບ​ຖ້ວນ, ຮັດ­ກຸມ, ຈະ­ແຈ້ງ ແລະ​ປັບ­ປຸງ​ກົນ​ໄກ​ການ ປະ­ສານ​ງານ​ລະ­ຫວ່າງ​ສາຍ​ຕັ້ງ ແລະ ສາຍ​ຂວາງ​ໃຫ້ ກົມ­ກຽວ​ກັນ.

6. ສ່ວນ​ຫົກ​ແມ່ນ​ຍຸດ​ທະ​ການ​ເຊື່ອມ ໂຍງ, ເຊື່ອມ​ຈອດ​ກັບ​ພາກ​ພື້ນ ແລະ​ສາ ກົນ ຊຶ່ງ​ຕ້ອງ​ເພີ່ມ​ທະ­ວີ​ການ​ມີ​ເພື່ອນ​ມິດ, ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ ແລະ​ຂະ­ຫຍາຍ ການ​ພົວ­ພັນ​ຮ່ວມ​ມື​ກັບ​ພາກ​ພື້ນ ແລະ​ສາ ກົນ​ໃຫ້​ກວ້າງ­ຂວາງ ໂດຍ​ເພີ່ມ​ຂີດ​ຄວາມ ສາ­ມາດ​ໃນ​ການ​ແຂ່ງ­ຂັນ ເຂົ້າ​ຮ່ວມ​ໃນ ເຄືອ​ຂ່າຍ​ການ​ຜະ­ລິດ​ຂອງ​ພາກ​ພື້ນ ແລະ ສາ­ກົນ.

7. ສຳ­ລັບ​ຍຸດ​ທະ​ສາດ​ສຸດ​ທ້າຍ​ແມ່ນ ການ​ຫັນ­ປ່ຽນ​ອຸດ­ສາ­ຫະ­ກຳ ແລະ​ທັນ​ສະ ໄໝ ໂດຍ​ສະ­ເພາະ​ຍົກ​ສູງ​ປະ­ສິດ­ທິ­ພາບ ແລະ​ປະ​ສິດ­ທິ​ຜົນ​ຂອງ​ການ​ຜະ­ລິດ​ໃນ ໂຄງ​ປະ­ກອບ​ເສດ­ຖະ­ກິດ​ແຫ່ງ​ຊາດ, ການ​ນຳ​ໃຊ້ ແລະ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ­ໄໝ, ສະ­ອາດ​ເປັນ​ມິດ​ກັບ​ສິ່ງ ແວດ​ລ້ອມ, ມີ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ທັນ ສະ­ໄໝ ແລະ​ສາ­ມາດ​ຮອງ​ຮັບ​ການ​ເຊື່ອມ ຈອດ​ກັບ​ພາກ​ພື້ນ ແລະ​ສາ­ກົນ, ໂດຍ​ຫັນ ຕົວ​ເມືອງ​ໃຫຍ່​ໃຫ້​ມີ​ຄວາມ​ທັນ​ສະ­ໄໝ, ການ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ​ຕ້ອງ​ສຸມ​ໃສ່ ຂະ­ແໜງ​ອຸດ­ສາ­ຫະ­ກຳ​ເສົາ­ຄ້ຳ​ເປັນ­ຕົ້ນ ອຸດ­ສາ­ຫະ­ກຳ​ໄຟ­ຟ້າ, ອຸດ­ສາ­ຫະ­ກຳ​ປຸງ ແຕ່ງ (ລວມ​ທັງ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ກະ­ສິ­ກຳ, ປຸງ​ແຕ່ງ​ບໍ່​ແຮ່), ອຸດ­ສາ­ຫະ­ກຳ ທ່ອງ​ທ່ຽວ ພ້ອມ​ນັ້ນ ຕ້ອງ​ເອົາ­ໃຈ­ໃສ່​ບັນ ດາ​ຂະ­ແໜງ­ການ ປິ່ນ​ອ້ອມ ໂດຍ​ສະ­ເພາະ ກະ­ສິ­ກຳ-ປ່າ­ໄມ້, ທະ­ນາ­ຄານ, ໂທລະ​ຄົມ ມະ​ນາ​ຄົມ, ການ​ບໍ­ລິ­ການ​ທາງ​ຜ່ານ ແລະ ອື່ນໆ.

ສ່ວນ​ຈຸດ­ໝາຍ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII ແມ່ນ​ຕ້ອງ​ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ ທາງ​ດ້ານ​ການ­ເມືອງ, ຄວາມ​ສະ­ຫງົບ ແລະ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ສືບ­ຕໍ່​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ທົ່ວ​ເຖິງ ໂດຍ ຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຢ່າງ ຕໍ່​ເນື່ອງ​ຕາມ​ທິດ​ພັດ­ທະ­ນາ​ສີ­ຂຽວ ແລະຍືນ​ຍົງ ທັງ​ມີ​ການ​ຄຸ້ມ​ຄອງ ແລະ​ນຳ​ໃຊ້ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ­ສິດ ທິ​ຜົນ​ສູງ, ສ້າງ​ໃຫ້​ໄດ້​ການ​ຫັນ­ປ່ຽນ​ຮູບ ແບບ​ການ​ພັດ­ທະ­ນາ​ຕາມ​ທິດ​ຂະ­ຫຍາຍ ທ່າ­ແຮງ​ທີ່​ບົ່ມ​ຊ້ອນ ແລະ​ຂໍ້​ໄດ້​ປຽບ​ຂອງ ປະ­ເທດ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ ພື້ນ ແລະ​ສາ­ກົນ.

ທີ່ມາ: logo

3 COMMENTS

  1. ຂອ້ຍຮັກປະເທດລາວ
    1 ຢາກເຫັນຄົນລາວຫລຸດພົ້ນຈາກການ ກືກໜັງສື 1000%
    2 ຢາກໃຫ້ກົດໝາຍ ຖືກນຳໄປປະຕິບັດໄດ້100%
    3 ຢາກໃຫ້ມີກົດໝາຍທີ່ເຂັ້ມແຂງໃນການຈັດສັນທີ່ດິນໃຫ້
    ພົນລະເມືອງລາວໃນອານາຄົດມີດິນຢູ່ ໂດຍບໍ່ໄດ້ຊື້ໂດຍແມ່ນກົດໝາຍ
    ເປັນຜູ້ຮັບປະກັນໃຫ້

  2. เมื่อลัดถะบานวางออก7ยุดทะสาดดีใจนำลัดถะบานแล้วแต่ยังบ่ทันเหมาะสมบ่อนยุดทะสาดที่1ว่าจะยกชีวีดกานเปันของปะชาชนอันนี้จะมีวิทางแบบใดเพาะเขดหางไกชอกหลีกยังทุกหลาย

Comments are closed.