spot_img
Homeຂ່າວຕ່າງປະເທດແບນ​ຊິກ​ວາງ​ແຜນ ຈະ​ສ້າງ​ຕຶກ​ໃຕ້​ນ້ຳ

ແບນ​ຊິກ​ວາງ​ແຜນ ຈະ​ສ້າງ​ຕຶກ​ໃຕ້​ນ້ຳ

Published on

    ທ່ານ ​ແວງ ຊອງ ຄອລ​ເລີ​ໂບ ສະຖາ​ປະ​ນິກຊາວ​ແບນ​ຊິກ​ເຊື່ອ​ວ່າ​ທີ່ຢູ່​ອາ​ໄສ​​ໃນ​ອະນາຄົດ​ຂອງ​ມະນຸດ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ໄກ​ເຖິງອະວະກາດ ​ແຕ່​ເຮົາ​ສາມາດ​​ໃຊ້​ພື້ນ​ທີ່ໃຕ້ນ້ຳ​ເພື່ອ​ສ້າງ​ໂລກ​ໃໝ່​ໃຫ້​ກັບ​ມະນຸດ​ຊຶ່ງ​ເອີ້ນ​ວ່າ“​ຕຶກ​ໃຕ້​ນ້ຳ”ທີ່​ລວມກັນ​ເພື່ອເປັນ​ໝູ່ບ້ານ​ໃຕ້​ນ້ຳ ພ້ອມ​ທັງ​ລະບົບ​ນິ​ເວດ​ສຳລັບ​ການ​ໃຊ້​ຊີວິດ​ຢູ່​ພາຍ​ໃນ​ໄດ້.

    ໝູ່​ບ້ານ​ນິ​ເວດ​ໃຕ້​ນ້ຳຂອງ​ທ່ານ ຄອລ​ເລີ​ໂບຫຼື​ເອີ້ນ​ວ່າ“​ເອຄໍ​ວໍ​ເຣີຍ​ໂປຣ​ເຈັກ”ຈະ​ປະກອບ​ມີ ອາຄານ​ໃຕ້​ນ້ຳ​ຫຼາຍ​ຫຼັງ ​ແຕ່​ລະ​ຫຼັງ​ສາມາດ​ຮອງ​ຮັບ​ຜູ້​ຄົນ​ໄດ້​ສູງ​ສຸດ 20 ພັນ​ຄົນ ຈະ​ມີ​ສ່ວນ​ເຊື່ອມ​ຕໍ່​ໄປ​ຍັງ​ພື້ນ​ທະ​ເລ ​ເຮັດ​ໃຫ້​ຮູບ​ລັກ​ຊະນະ​ພາຍ​ນອກ​ຄ້າຍຄື​ກັບ​ແມງ​ກະພຣຸນອີກ​ດ້ານ​ໜຶ່ງ​ຈະ​​ເຊື່ອມຕໍ່​ທ່າ​ທຽບ​ເຮືອສຳລັບ​ເປັນ​ທາງ​ເຂົ້າ​-ອອກ​ຈາກ​ໂລກ​ໃຕ້​ທະ​ເລ​ກັບ​ໂລກ​ພາຍ​ນອກ​ທີ່​ຖືກ​ປັບ​ແຕ່ງ​ໃຫ້​ຢູ່​ໃນ​ສະພາບ​ເປັນ​ປ່າ​ແຄມທະເລ, ນອກຈາກ​ພື້ນ​ທີ່​ສຳລັບ​ທີ່ຢູ່​ອາ​ໄສ​ແລ້ວ​ຈະ​ມີ​ພື້ນ​ທີ່​ອື່ນໆ​ເຊັ່ນ: ຫ້ອງ​ປະຕິບັດ​ການ​ທາງ​ວິທະຍາສາ​ດ, ສຳນັກງານ, ​ໂຮງ​ແຮມ, ສ່ວນ​ພື້ນ​ທີ່​ສຳລັບ​ກິລາ ​​ແລະ ສົນທະນາ​ໄປ​ຈົນ​ເຖິງ​ພື້ນ​ທີ່​ຟາ​ມກະສິກຳ ຈັດ​ສັນ​ກັນ​ຢູ່​ຄົບ​ຖ້ວນ​ໃນ​ອາຄານ​ໃຕ້​ນ້ຳ​ລວ​ມ 250 ຊັ້ນທີ່​ຈະ​ເລິກ​ລົງ​ໄປ​ໃຕ້​ນ້ຳ​ເຖິງ 1 ພັນ​ແມັດ. ຊຶ່ງ​ນ້ຳ​ທະ​ເລ​ຈະ​ນຳ​ມາ​ຜ່ານ​ຂະ​ບວນການ​ໃຫ້​ເປັນ​ນ້ຳ​ຈືດ​ສຳລັບ​ອຸປະ​ໂພ​ກບໍລິ​ໂພ​ກພາຍໃນ​ຕຶກ, ສາ​ຫຼ່າ​ຍຈະ​ນຳ​ມາ​ໃຊ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ບຳບັດສິ່ງ​​ເສດ​ເຫຼືອ, ຂະນະ​ທີ່​​ແສງ​ສະຫວ່າງ​ຈະ​ໄດ້​ມາ​ຈາກ​​ແສງ​ສະ ຫວ່າງ​ທາງ​ຊີວະ​ພາບ. ຊຶ່ງຈະມີການອອກ​ແບບ​ໃຫ້​ອາຄານ​ໃຕ້​ນ້ຳ​ແຕ່​ລະ​ຫຼັງ​ມີຄວາມ​ສາມ​າດ ​ແລະ ມີຄວາມ​ສົມ​ດຸນ​ສຳລັບ​ໃນ​ການ​ຖ່ວງ​ນ້ຳໜັກ​ເພື່ອ​ໃຊ້ສ້າງ​ສົມ​ດຸນ​ໃຫ້​ກັບ​ອາຄານ​ໃນ​ເມື່ອ​ຕ້ອງ​ພົບ​ກັບລົມ​ແຮງ​ຫຼື​​ແຜ່ນ​ດິນ​ໄຫວ.

ຢ່າງ​ໃດ​ກໍ​ຕາມ ​ເອຄໍ​ວໍ​ເຣີຍ ​ໂປຣ​ເຈັກ ຍັງ​ເປັນ​ແນວ​ຄິດ ຖ້າ​ຫາກ​ຕ້ອງການ​ໃຫ້​ກາຍ​ເປັນ​ຈິງ​ຍັງ​ຕ້ອງ​ອາ​ໄສ​ການ​ວິ​ໄຈ ​ແລະ ພັດທະນາ​ອີກ​ຫຼາຍ​ຂັ້ນ​ຕອນ ​ແຕ່​ແນວ​ຄິດ​​ເລື່ອງ​ການ​ໃຊ້​ຊີວິດ​ໃຕ້ນ້ຳຂອງ​ມະນຸດ​ຍັງ​ຖື​ໄດ້​ວ່າ​ໃກ້​ຄຽງ​ກັບ​ຄວາມ​ເປັນ​ຈິງ​ຫຼາຍ​ກວ່າ​ການ​ໃຊ້​ຊີວິດ​ຢູ່​ເທິງ​ອະວະກາດ, ຊຶ່ງ​ປະຈຸ​ບັນ​ເຮົາ​ມີ​ໂລກ​ໃຕ້​ນ້ຳ​ຢູ່​​ແລ້ວ​ຫຼາຍ​ແຫ່ງ​ທົ່ວ​ໂລກ​ເຊັ່ນ: ພັດ​ຕະຄານ​ໃຕ້​ນ້ຳ​ຢູ່​ທີ່​ມັລດິຟສ, ​ໂຮງ​ແຮມ​ໃຕ້​ນ້ຳ​ດູ​ໄບ, ມູ​ເຊ​ໂອ ຊັບ​ອະ​ຄໍ​ວໍ​ຕິ​ໂກ​ເດ ອາ​ເຕ ພິພິຕະພັນ​ໃຕ້​ນ້ຳ​ແຫ່ງ​ທຳ​ອິດ​ຂອງ​ໂລກ​ໃນ​​​ແມັກ​ຊິກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...